ທ່ານ​ສີຈິ້ນ​ຜິ​ງ​ໃຫ້​ທິດ​ຊີ້​ນຳ​ຕໍ່​ການ​ສ້າງ​ທ່າ​ການ​ຄ້າ​ເສລີ​ໄຫ​ຫຼໍາ ​ເພື່ອເຊື່ອມ​ຕໍ່​ກັບ​ກະ​ຕິ​ກາ​ດ້ານເສດຖະກິດ​ການ​ຄ້າ​ລະດັບ​ສູງ​ຂອງ​ສາກົນ

2020-06-02 17:40:52 |ມາຈາກ: CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໃຫ້​ທິດຊີ້​ນຳ​ທີ່​ສຳຄັນ​ຕໍ່​ການ​ສ້າງ​ທ່າ​ການ​ຄ້າ​ເສລີ​ໄຫ​ຫຼໍາ, ​ໂດຍ​ກ່າວ​ເນັ້ນ​ວ່າ​ຕ້ອງ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ, ຍຶດໝັ້ນ​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ເຊື່ອມ​ຕໍ່ກັບ​ກະ​ຕິ​ກາ​ດ້ານ​ເສດຖະກິດ​ການ​ຄ້າ​ລະດັບ​ສູງ​ຂອງ​ສາກົນ, ຊຸກ​ຍູ້​ໃຫ້​ປັດ​ໄຈ​ການ​ຜະລິດ​ເຄື່ອນ​ໄຫວ​ຢ່າງ​ເສລີ ​ແລະສະດວກ, ສ້າງ​ທ່າ​ການ​ຄ້າ​ເສລີ​ຄຸນ​ນະພາ​ບສູງ ​ແລະ ມີມາດຕະຖານ​ສູງ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ການ​ສ້າງ​ໄຫຫຼໍາໃຫ້​ເປັນ​ທ່າ​ການ​ຄ້າ​ເສລີ, ​​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ຕ້ອງ​ຖື​ເອົາ​ການ​ປະດິດ​ສ້າງ​ໃໝ່​ດ້ານການ​ລວມ​ສູນລະ​ບຽບ​ການ​ໄວ້​ຢູ່​ໃນຖານະ​ທີ່ພົ້ນ​ເດັ່ນ, ປົດ​ປ່ອຍ​ແນວ​ຄິດ ​ແລະ​ປະດິດ​ສ້າງ​ໃໝ່​ຢ່າງ​ກ້າຫານ, ​ໂຄງການ​ໃດ​ມີ​ເງື່ອນ​ໄຂ​ພຽງພໍກໍ​ປະຕິ​ບັດ​ໂຄງການ​ນັ້ນກ່ອນ, ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ, ​ແລະພັດທະນາ​ແບບ​ຍືນ​ຍົງ.