ທ່ານ​ສີ​ຈິ້ນ​ຜິ​ງກ່າວວ່າ:ການສ້າງ​ລະບົບ​ສາທາລະນະ​ສຸກ​ທີ່​ເຂັ້ມ​ແຂງ ເປັນ​ສິ່ງຮັບປະກັນ​ທີ່​​ແຂງ​ແຮງ​ໃຫ້​ແກ່​ການ​ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາຊົນ

2020-06-03 09:43:30 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 2 ມິຖຸນ​ານີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນໄດ້​ເປັນ​ປະທານ​ຈັດ​ກອງປະຊຸມ​ສຳ​ມະ​ນາ​​ຜູ້​ຊ່ຽວຊານ,ນັກ​ວິຊາ​ການ ທັງ​ປະກອບ​ຄຳ​ເຫັນ​ທີ່​ສຳຄັນ. ທ່ານ​ກ່າວ​ເນັ້ນ​ວ່າ: ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ແມ່ນ​ພື້ນຖານ​ຂອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ຕ້ອງ​ເພີ່ມ​ທະວີ​​ເພ​ດານ​ຕ່ຳ​ສຸດທາງດ້ານແນວ​ຄິດ, ​ເພີ່ມ​ສະຕິການ​ເປັນ​ຫ່ວງ​ນຳ​ໄພອັນຕະລາຍ, ປ້ອງ​ກັນ​ຄວາມ​ສ່ຽງທີ່ຮ້າຍແຮງທີ່ມີຕໍ່​ຂົງ​ເຂດ​ສາທາລະນະ​ສຸກ​ໃນ​ທຸກ​ເວລາ. ມີ​ແຕ່​ສ້າງ​​ລະບົບ​ສາທາ​ລະນະ​ສຸກ​ທີ່​ເຂັ້ມ​ແຂງ​, ບູລະນະ​ກົນ​ໄກ​ເຕືອນ​ໄພ​ລ່ວງ​ໜ້າ, ຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ​ຄວບ​ຄຸມ ​ແລະ ປິ່ນປົວ​ຄົນ​ເຈັບ​ຢ່າງຮອບດ້ານ, ສ້າງ​ເຄືອ​ຂ່າຍ​ປ້ອງ​ກັນ​ໃຫ້ໜາ​ແໜ້ນ,ສ້າງ​ກຳ​ແພງ​ ຫລື ເຂັ້ມງວດຕໍ່​ການ​ກັກ​ບໍລິ​ເວນ​ໃຫ້​ໜັກ​ແໜ້ນ, ຈຶ່ງຈະ​ສາມາດ​ໃຫ້ການ​ຮັບປະກັນ​ທີ່​ແຂງ​ແຮງ​ຕໍ່​ການ​ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາຊົນ.

​ໃນ​ກອງ​ປະຊຸມ​ສຳ​ມະ​ນາ, ຫຼັງ​ຈາກ​ຮັບ​ຟັງ​ຄວາມຄິດ​ເຫັນ​ຂອງ​ຜູ້ຊ່ຽວຊານ​ທຸກ​ທ່ານ​ຢ່າງຕັ້ງໃຈແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ປະກອບ​ຄຳ​ເຫັນ​ທີ່​ສຳຄັນ. ທ່ານ​ກ່າວ​ວ່າ: ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ​ໂຄ​ວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ວາງ​ແຜນການ​ລວມຢ່າງ​ເປັນ​ເອກະ​ພາບ​ກັນ, ​ກຳນົດ​ນະ​ໂຍບາຍ​ຢ່າງ​ເດັດດ່ຽວ, ຍຶດໝັ້ນການ​ຖື​ເອົາ​ຄວາມປອດ​ໄພ​ດ້ານ​ຊີວິດ ​ແລະ ສຸຂະພາບ​ຮ່າງກາຍ​ຂອງ​ປະຊາຊົນ​ໄວ້​ຢູ່​ຖານະ​ສູງ​ສຸດ, ທົ່ວ​ພັກ ທົ່ວ​ກອງທັບ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ສຸມ​ທຸກ​ຄວາມ​ພະຍາຍາມ, ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ທີ່​ເຂັ້ມ​ງວດ​ທີ່​ສຸດ ຮອບດ້ານ​ທີ່​ສຸດ ​ແລະ ​ເຖິງ​ຖອງ​ທີ່ສຸດ, ຈຶ່ງເຮັດໃຫ້ບັ້ນ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ໝາກຜົນທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ. ຜົນສຳເລັດ​ເຫຼົ່າ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງທາງດ້ານ​ການ​ເມືອງ​ອັນ​ພົ້ນ​ເດັ່ນ​ພາຍໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ ລະບອບ​ສັງຄົມ​ນິຍົມ​ຂອງ​ຈີນ, ສ່ອງ​ແສງ​​ເຖິງ​ກຳລັງ​ສັງ​ລວມ​ແຫ່ງ​ຊາດ​ຈີນ​ທີ່​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ​ນັບ​ແຕ່​ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ, ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ເຂັ້ມ​ແຂງ​ທີ່​ທົ່ວ​ພັກ ທົ່ວ​ກອງທັບ​ ແລະ ປະຊາຊົນ​ບັນດາ​ເຜົ່າໃນ​ທົ່ວ​ປະ​ເທດ​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ສຸຂະພາບ​ຂອງ​ມະນຸດ​ແມ່ນ​ພື້ນຖານ​​ຂອງຄວາມ​ກ້າວໜ້າ​ ແລະ ​ຄວາມ​ສີວິ​ໄລທາງ​ສັງຄົມ. ​ໃນ​ຂະ​ບວນການສູ້ຊົນເພື່ອບັນລຸ​ເປົ້າ ​ໝາຍ “2 ​ເຫດການ​ປະຫວັດສາດ ທີ່​ສຳຄັນ 100 ປີ”, ການ​ພັດທະນາ​ພາລະກິດ​ສາທາລະນະ​ສຸກ​ໄດ້ຄອງ​ຖານະ​ພື້ນຖານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ ​ລວມຂອງ​ຊາດ​ຢ່າງ​ແໜ້ນ​ແຟ້ນ, ​ແລະ​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ຄໍ້າ​ຊູ​ທີ່​ສຳຄັນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ລະ​ບົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ເປັນ​ສິ່ງ​ຮັບ​ປະ​ກັນ​ອັນ​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ. ຕ້ອງ​ສຸມ​ໃສ່​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ແລະ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ປະ​ຕິ​ຮູບ​ໃນ​ດ້ານ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ປັບ​ປຸງ​ໂຄງ​ປະ​ກອບ​ແລະ​ກົນ​ໄກ​ໃຫ້​​ສົມ​ເຫດ​ສົມ​ຜົນ, ກຳ​ນົດ​ບົດ​ບາດ​ແລະ​ໜ້າ​ທີ່​ໃຫ້​ຈະ​ແຈ້ງ,ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ແລະ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ອາ​ວຸດທີ່​ແຫຼມ​ຄົມ​ຂອງ​ມະ​ນຸດ​ໃນ​ການ​ຕໍ່​ຕ້ານ​ກັບ​ພະ​ຍາດ, ມະ​ນຸດ​ສາມາດເອົາ​ຊະ​ນະ​ໄພ​ພິ​ບັດ​ແລະ​ພະ​ຍາດ​ຮ້າຍ​ແຮງໄດ້ ​ແມ່ນ​ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ພັດ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ໂນ​ໂລ​ຊີ​ໄດ້. ຕ້ອງ​ເພີ່ມ​ຊັບ​ພະ​ຍາ​ກອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ຂົງ​ເຂດ​​ສາ​ທາ​ລະ​​ນະ​ສຸກ​ແລະ​ສຸ​ຂະ​ພາບ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແກນ​ກາງ​ທີ່​ສຳ​ຄັນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ລະ​ບຽບ​ການ​ແຫ່ງ​ການປະ​ຕິ​ບັດ​ງານ​ດ້ວຍ​ການ​ເຕົ້າ​ໂຮມ​ທຸກກຳ​ລັງ​ໃນທົ່ວ​ປະ​ເທດ​. ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ແລະ​ກົນ​ໄກ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ປັບ​ປຸງ​ກົນ​ໄກ​ຄົ້ນ​ຫາ,ບຳ​ລຸງ​ສ້າງ​ແລະ​ກະ​ຕຸກ​ຊຸກ​ຍູ້​ນັກ​ວິ​ທະ​ຍາ​ສາດທາງ​ຍຸດ​ທະ​ສາດ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາ​ດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່​ນັ້ນ​ໃຫ້​ສົມ​ບູນ​ກວ່າເກົ່າ, ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດີ​ເດັ່ນ​ເຂົ້າ​ສູ່​ຖັນ​ແຖວການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໃຫ້ຫຼາຍກວ່າ​ເກົ່າ, ສ້າງ​ເງື່ອນ​ໄຂ​ໃຫ້​​ເຂົາ​ເຈົ້​າ​​ສ້າງ​ຜົນ​ງານ​ທີ່​ໂດດ​ເດັ່ນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ​: ນັບ​ແຕ່​ເກີດ​ພະ​ຍາດ​ໂຄວິດ-19ເປັນ​ຕົ້ນ​ມາ, ພວກ​ເຮົາ​ໄດ້​ຍຶດ​ໝັ້ນໃນທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ຕັ້ງ​ໜ້າ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ, ​ຮັດ​ແໜ້ນ​ການ​ຮ່ວມ​ມື​ບົນ​ຈິດ​ໃຈມິດ​ຕະ​ພາບ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງຢ່​າງ​ໃກ້​ຊິດ,ເປັນ​ເຈົ້າ​ການ​ແບ່ງ​ປັນ​ຂໍ້ມູນກ່ຽວກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລະ​ຂໍ້​ມູນ​ດ້ານ​ເຊື້ອ​ພະ​ຍາດ​,ກໍ​ຄື​ບົດ​ຮຽນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ກັບ​ປະ​ຊາ​ຄົມ​ໂລກ, ທັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸຸ​ແລະ​ວິ​ຊາ​ການ​ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນເຊິ່ງ​ໄດ້​ສ່ອງ​ແສງໃຫ້ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ປະ​ເທດ​ທີ່​ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດໄດ້ຫຼາຍ​ທີ່​ສຸດ​ຂອງ​ໂລກ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ສາ​ທາ​ລ​ະ​ນະ​ສຸກ​ຂອງມວນ​ມະ​ນຸດ.