ເປີດເສັ້ນບິນ ຂົນສົ່ງສິນຄ້າສາກົນ “ຄຸນໝິງ-ບາງກອກ” ຂອງ ​ໄປສະນີແຫ່ງປະເທດຈີນ

2020-06-03 16:55:23 |ມາຈາກ: Yunnan Gateway

ວັນທີ 2 ມິຖຸນາ,ເສັ້ນບິນ ຂົນສົ່ງສິນຄ້າສາກົນ “ຄຸນໝິງ-ບາງກອກ” ຂອງ ໄປສະນີແຫ່ງປະເທດຈີນໄດ້ເປີດຂຶ້ນຢ່າງເປັນທາງການ,ເສັ້ນບິນນີ້ເປັນເສັ້ນບິນສາກົນເສັ້ນທຳອິດຂອງເຄືອຂ່າຍການບິນເອກະລາດຂອງໄປສະນີແຫ່ງປະເທດຈີນທີ່ບິນ ໂດຍກົງຮອດບາງກອກປະເທດໄທ.

ເສັ້ນບິນ ຂົນສົ່ງສິນຄ້າສາກົນ “ຄຸນໝິງ-ບາງກອກ” ຂອງ ໄປສະນີແຫ່ງປະເທດຈີນຈະບິນໃນວັນອັງຄານ ແລະ ວັນເສົາຂອງທຸກໆອາທິດ, ການເປີດເສັ້ນບິນນີ້ຈະສົ່ງເສີມການຮ່ວມມືຂອງແຂວງຢຸນນານກັບເຂດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ໃນດ້ານການເຊື່ອມໂຍງເຊື່ອມຈອດ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການບໍລິການດ້ານການເງິນ ແລະ ອື່ນໆ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງ ບໍລິສັດ ໄປສະນີແຫ່ງປະເທດຈີນສາຂາຢຸນນານກ່າວວ່າ,ຕໍ່ໄປ,ຫ້ອງການໄປສະນີແຂວງຢຸນນານຈະເສີມຂະຫຍາຍທ່າແຮງຂຶ້ນອີກກ້າວ ແລະ ຄວາມສະດວກຂອງຊ່ອງທາງຜ່ານດ່ານພາສີສາກົນຂາເຂົ້າ ແລະ ຂາອອກ,ຈະຊຸກຍູ້ ຜະລິດຕະພັນຂອງແຂວງຢຸນນານເຊັ່ນ ດອກໄມ້, ຊາ, ໝາກໄມ້, ຢາສູບ, ຢົກ, ເຫັດ, ຢາແລະ ອື່ນໆ ໃຫ້ກ້າວອອກຈາກປະເທດຈີນໄປຮອດຕ່າງປະເທດ,ຊ່ວຍເຫຼືອທຸລະກິດຕ່າງປະເທດຟື້ນຟູການຜະລິດ ແລະ ຄືນກັບໄປເຮັດວຽກ.ພ້ອມດຽວກັນນັ້ນ,ພະຍາຍາມການກໍ່ສ້າງເວທີການເປີດກວາງໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນໃນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້,ຈະຖືກສ້າງສູນກາງການແລກປ່ຽນເຊິ່ງກັນແລະກັນສາກົນສາມາດກວມເອົາຫລາຍແຂວງໃນປະເທດຈີນ.

ອີງຕາມຂໍ້ມູນ, ແຕ່ວັນທີ 23 ມັງກອນ ຫາ 30 ພຶດສະພາ, ໄປສະນີແຫ່ງປະເທດຈີນໄດ້ ຈັດການກັບພັດສະດຸໄປສະນີ ນຳເຂົ້າຈາກຕ່າງປະເທດ ທີ່ເປັນອຸປະກອນຕ້ານພະຍາດໂຄວິດ-19  ທັງຫມົດ 65032 ຫໍ່ພັດສະດຸ, ພັດສະດຸໄປສະນີສົ່ງອອກຕ່າງປະເທດ ທີ່ເປັນອຸປະກອນຕ້ານພະຍາດໂຄວິດ-19 ມີ 332117 ຫໍ່ພັດສະດຸ.