ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ

2020-06-04 17:20:58 |ມາຈາກ: CRI

ຕອນ​ຄ່ຳວັນ​ທີ 3 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ທດ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ​ນາງແອນ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ທີ່​ໄດ້​ຍຶດ​ໝັ້ນ​ຈຸດ​ຢືນ​ທີ່ພາ​ວະ​ວິ​ໄສ​ແລະ​ສົມ​ເຫດ​ສົມ​ຜົນ ແລະ​​ມີທ່າ​ທີ​ທີ່​ເຄົາ​ລົບ​ວິ​ທະ​ຍາ​ສາດ​ໃນ​ບັນ​ຫາ​​ກ່ຽວ​ກັບສະ​ພາບ​ພະ​ຍາດ​ໂຄວິດ-19. ຈີນ​ຍິນ​ດີ​ຮ່ວມ​ກັບ​ເຢຍ​ລະ​ມັນ, ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ກຸ່ມ G20 ແລະ​ອື່ນໆ, ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ປະ​ເທດ​ໃນ​ອາ​ຟຼຼິ​ກາ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນ​ຈັດ​ເອົາວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ​ວຽກ​ງານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ເປັນ​ເອ​ກະ​ພາບ​ກັນ. ​ເສດ​ຖະກິດ​ຂອງ​ຈີນ​ທີ່​ໄດ້​ຮັກ​ສາທ່ວງ​ທ່າ​ທີ່​ໝັ້ນ​ທ່ຽງ​ໃນການ​ພັດ​ທະ​ນາ​ໄປ​ໃນ​ແງ່​ດີ​ ແລະ​ຈະ​ພັດ​ທະ​ນາ​ໄປ​ໃນ​ແງ່​ດີເປັນ​ໄລ​ຍະ​ເວ​ລາ​ຍາວ​ນານ​ນັ້ນບໍ່​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເປີດກວ້າງ​ການ​ຮ່ວມ​ມືກັບ​ທົ່ວ​ໂລກ, ຈີນ​ຍິນ​ດີ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ​ເພື່ອ​ເພີ່​ມ​ການ​ລົງ​ທຶນ​ຢູ່​ຈີນ. ຫວ່າງມໍ່ໆ​ນີ້, “ຊ່ອງ​ທາງ​​ຂົນ​ສົ່ງ​ທາງ​ອາ​ກາດ​ທີ່​ສະ​ດວກວ່ອງ​ໄວ” ຈີນ-ເຢຍ​ລະ​ມັນ ໄດ້​ເປີດ​ບໍ​ລິ​ການຢ່າງ​ເປັນ​ທາງ​ການ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ຂອງ​ສອງ​ປະ​ເທດ​ເພື່ອ​ເລັ່ງ​ລັດ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ, ຮັກ​ສາ​ຕ່ອງ​ໂສ້​ອຸ​ດ​ສາ​ຫະ​ກຳ ແລະ​ຕ່ອງ​ໂສ້​​ການສະ​ໜອງ​ຂອງ​ສາ​ກົນ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ. ເຊື່ອ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ເຢຍ​ລະ​ມັນ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ທົ່ວ​ໂລກ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ​ລົງ​ນັ້ນ​ໂດຍ​ໄວ.

ທ່ານ​ນາງ​ເມີ​ແຄວ​ກ່າວ​ວ່າ: ເຢຍ​ລະ​ມັນ​ເອົາ​ໃຈ​ໃສ່​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ຮັບ​ຮອງ​ເອົາ​ແລ້ວ, ຍິນ​ດີ​ຮ່ວມ​ກັນ​​ກັບຈີນ​ເຮັດ​ວຽກ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໃຫ້​ດີ ທັງ​ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ, ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ເຢຍ​ລະ​ມັນ-ຈີນ. ເຢຍ​ລະ​ມັນ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ປະ​ກາດ​ວ່າ: ຢາ​ວັກ​ແຊງ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ຈະ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ. ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​, ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ສາ​ກົນ​ແລະ​ລັດ​ທິຫຼາຍ​ຝ່າຍ​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ການ​ຕ້ານ​ກັບ​ພະ​ຍາດ​ໃນ​ທົ່ວ​ໂລກ.