ການຂຽນປະພັນ, ການແປພາສາ ຫຼືວ່າ ການສິດສອນ, ເຮັດໃຫ້ທ່ານ ແສງຈັນ ສຸຂະເສມເກີດມີຄວາມຮູ້ສຶກວ່າຕົນເອງກໍາລັງເຮັດສິ່ງ ທີ່ມີຄວາມໝາຍ

2020-06-05 16:01:31 |ມາຈາກ: Yunnan Gateway

"ຄົນເຮົາມີຊີວິດພຽງຄັ້ງດຽວ, ພວກເຮົາຈຶ່ງຄວນພະຍາຍາມຢ່າງສຸດຄວາມສາມາດເພື່ອສ້າງຄວາມດີໃຫ້ແກ່ຊີວິດ, ເພື່ອເຮັດໃຫ້ຊີວິດຕອນສັ້ນໆຕອນນີ້ກາຍເປັນຊີວິດທີ່ມີຄວາມໝາຍ. ບໍ່ວ່າຈະແມ່ນການຂຽນປະພັນ, ການແປພາສາ ຫຼືວ່າ ການສິດສອນ, ລ້ວນແຕ່ເຮັດໃຫ້ຂ້ອຍເກີດມີຄວາມຮູ້ສຶກວ່າຕົນເອງກໍາລັງເຮັດສິ່ງ ທີ່ມີຄວາມໝາຍ, ໃນລະຫວ່າງຂັ້ນຕອນນີ້ຂ້ອຍໄດ້ຮັບຄວາມສຸກຢ່າງແທ້ຈິງ." ໃນໄລຍະມໍ່ໆມານີ້, ເມື່ອໄດ້ຮັບການສຳພາດຈາກນັກຂ່າວຂອງວາລະສານ "ຈຳປາ" ທ່ານ ແສງຈັນ ສຸຂະເສມ ທີ່ເປັນນັກປະພັນທີ່ມີຊື່ສຽງຂອງປະເທດລາວໄດ້ບອກໃຫ້ຮູ້ຄືດັ່ງກ່າວນີ້.

ທ່ານ ແສງຈັນ ສຸຂະເສມ ເປັນນັກແປພາສາ ແລະ ນັກປະພັນເລື່ອງສັ້ນທີ່ລືຊື່ຂອງປະເທດລາວ, ພ້ອມດຽວກັນນັ້ນຍັງເປັນອາຈານທີ່ປຶກສາບົດນິພົນປະລິນຍາໂທດ້ານວິຊາພາສາສາດຂອງມະຫາວິທະຍາໄລແຫ່ງຊາດລາວອີກດ້ວຍ. ຕັ້ງແຕ່ປີ 1985 ເປັນຕົ້ນມາ, ເພິ່ນເລີ່ມແປວັນນະຄະດີຂອງປະເທດຝຣັ່ງມາເປັນພາສາລາວ, ຕໍ່ມາເພິ່ນໄດ້ປະດິດສ້າງບົດກະວີສັ້ນແລະ ນະວະນິຍາຍສັ້ນ ຈຳນວນຫຼວງຫຼາຍໃຫ້ແກ່ວາລະສານຂອງມະຫາວິທະຍາໄລແຫ່ງຊາດລາວ. ເມື່ອປີ 2016, ໂດຍອີງຕາມນະວະນິຍາຍສັ້ນ "ແພງຢາງ", ທ່ານ ແສງຈັນ ໄດ້ຮັບລາງວັນ "ສິນໄຊ" ເຊິ່ງເປັນລາງວັນວັນນະຄະດີລະດັບສູງທີ່ສຸດຂອງລາວ.

01 ເລົ່າເລື່ອງການຂຽນປະພັນ:ເປັນແວ່ນຂອງການດຳລົງຊີວິດ

"ເລື່ອງທີ່ຂ້ອຍປະດິດສ້າງນັ້ນ, ສ່ວນຫຼາຍແມ່ນດັດແປງຈາກ ເລື່ອງທີ່ໄດ້ຍິນ ໄດ້ເຫັນອັນແທ້ຈິງຈາກໃນຊີວິດປະຈຳວັນ, ບໍ່ໄດ້ປັ້ນແຕ່ງເລື່ອງທີ່ບໍ່ມີມູນຄວາມຈິງ ຫຼາຍເກີນໄປ, ສະນັ້ນຈຶ່ງເຮັດໃຫ້ຜູ້ອ່ານຮູ້ສຶກໄດ້ເຖິງ ຄວາມ ຈິງແທ້ ແລະ ຄວາມໃກ້ຊິດ." ເມື່ອເວົ້າເຖິງການຂຽນປະພັນ, ທ່ານ ແສງຈັນ ໄດ້ບອກໃຫ້ຮູ້ວ່າ, ຫົວຂໍ້ການປະດິດສ້າງໃໝ່ທີ່ດີເດັ່ນສ່ວນຫຼາຍມາຈາກການດຳລົງຊີວິດປະຈຳວັນ.

ນອກຈາກເວລາການເຮັດວຽກ, ສິ່ງທີ່ທ່ານ ແສງຈັນ ມັກເຮັດທີ່ສຸດແມ່ນໄປເວົ້າລົມສົນທະນາກັບຊາວບ້ານຢູ່ໃນບ້ານ, "ຂ້ອຍໄດ້ຮັບຮູ້ນິທານອັນໜ້າສົນໃຈຫຼາຍເລື່ອງຈາກ ການລົມກັບພວກຊາວບ້ານ, ຕົວຢ່າງວ່າມີເລື່ອງທີ່ກ່ຽວກັບຍາດຕິພີ່ນ້ອງ, ເລື່ອງທີ່ກ່ຽວກັບໄມຕີຈິດ ແລະ ເລື່ອງທີ່ກ່ຽວກັບຄວາມຮັກເປັນຕົ້ນ." ເລື່ອງເຫລົ່ານີ້ໄດ້ກາຍເປັນວັດຖຸດິບດັ້ງເດີມໃນການຂຽນປະພັນຂອງທ່ານ ແສງຈັນ, ຫຼັງຜ່ານ "ການປຸງແຕ່ງທາງວັນນະຄະດີ" ຂອງເພິ່ນ, ຜົນງານວັນນະຄະດີສະບັບໜຶ່ງກໍໄດ້ເກີດອອກມາແລ້ວ.

ເນື່ອງຈາກວ່າໄດ້ຮັບໂພຊະນາການຈາກປະຊາຊົນຢ່າງບໍ່ຢຸດຢັ້ງ, ສະນັ້ນ, ນະວະນິຍາຍເລື່ອງສັ້ນຂອງ ທ່ານ ແສງຈັນ ມີດ້ານທີ່ສ່ອງແສງຄວາມດີຂອງຊີວິດ, ກໍມີດ້ານທີ່ສ່ອງແສງຄວາມຊົ່ວຂອງນິດໄສມະນຸດ ຄືກັນ, ສາມາດເວົ້າໄດ້ວ່າເປັນແວ່ນແຍງແຜ່ນໜຶ່ງຂອງການດຳລົງຊີວິດທີ່ແທ້ຈິງ.

02 ເລົ່າເລື່ອງການແປພາສາ: ສ້າງຊີວິດທາງຈິດໃຈຂອງນັກສຶກສາໃຫ້ອຸດົມສົມບູນ

ພາຍຫຼັງເຂົ້າຮ່ວມການເຮັດວຽກແລ້ວ, ທ່ານ ແສງຈັນ ໄດ້ສິດສອນວິຊາພາສາຝຣັ່ງຢູ່ມະຫາວິທະຍາໄລແຫ່ງຊາດລາວ, ເນື່ອງຈາກວ່າຜົນງານວັນນະຄະດີຂອງທ້ອງຖິ່ນປະເທດລາວມີໜ້ອຍ, ແລະ ພວກນັກສຶກສາມີຄວາມສົນໃຈຕໍ່ວັນນະຄະດີຝຣັ່ງ, ເພິ່ນຈິ່ງເລີ່ມແປຜົນງານວັນນະຄະດີຝຣັ່ງເປັນພາສາລາວ ເພື່ອອຳນວຍສິ່ງການອ່ານໃຫ້ແກ່ນັກສຶກສາ. "ເຖິງແມ່ນວ່າຂັ້ນຕອນການແປແມ່ນລຳບາກກໍຕາມ, ແຕ່ເພື່ອສ້າງການດຳລົງຊີວິດທາງຈິດໃຈຂອງພວກນັກສຶກສາໃຫ້ອຸດົມສົມບູນ, ຄວາມລຳບາກເຫຼົ່ານີ້ແມ່ນຄຸ້ມຄ່າ " ທ່ານ ແສງຈັນ ກ່າວຄືດັ່ງນີ້.

ເມື່ອເວົ້າເຖິງການແປພາສາ, ທ່ານ ແສງຈັນ ມີຄວາມຮູ້ສຶກ ແລະ ວິທີຂອງຕົນເອງ. ເພິ່ນໄດ້ບອກວ່າ, ວຽກການແປບໍ່ພຽງແຕ່ເປັນການສະແດງຄວາມໝາຍອັນງ່າຍດາຍເທົ່ານັ້ນ, ທັງເປັນຂັ້ນຕອນການປະດິດສ້າງວັນນະຄະດີຄັ້ງທີສອງອີກດ້ວຍ. ທ່ານ ແສງຈັນ ໄດ້ບອກໃຫ້ນັກຂ່າວໃຫ້ຮູ້ວ່າ:" ທັງຕ້ອງການມີພື້ນຖານທາງພາສາແມ່ອັນໜັກແໜ້ນ, ຍັງຕ້ອງຮັບຮູ້ຢ່າງເລິກເຊິ່ງຕໍ່ກັບພາສາເປົ້າໝາຍ ຈິ່ງສາມາດແປຜົນງານວັນນະຄະດີໃຫ້ໄດ້ດີ."

03 ເລົ່າເລື່ອງການສິດສອນ: ເປັນນັກເຜີຍແຜ່ຄວາມຮູ້

ໃນປີ 1978, ທ່ານ ແສງຈັນ ໄດ້ເຂົ້າຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ຫຼັງຈາກຮຽນຈົບຈາກປະລິນຍາຕີໃນປີ 1982 ແລ້ວ ກໍສິດສອນຢູ່ໃນໂຮງຮຽນ, ຕໍ່ມາສືບຕໍ່ຮຽນປະລິນຍາໂທຢູ່ມະຫາວິທະຍາໄລແຫ່ງຊາດລາວ, ໃນປີ 2017 ຫາ ປີ2019, ເພິ່ນໄດ້ຮຽນວິຊາພາສາສາດ ແລະ ວັນນະຄະດີໃນລະດັບປະລິນຍາເອກຂອງ Bodhisatra University, Florida State, USA ທີ່ປະເທດໄທ ແລະ ສຸດທ້າຍໄດ້ຮັບປະລິນຍາ. ຫຼັງຈາກອອກກິນເບ້ຍບຳນານແລ້ວ, ໂດຍຮັບການຈ້າງຄືນຂອງມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ແສງຈັນ ສືບຕໍ່ສິດສອນຢູ່ຄະນະການສຶກສາຂອງມະຫາວິທະຍາໄລແຫ່ງຊາດລາວ, ນັກສຶກສາທີ່ເປັນເປົ້າຫມາຍການສິດສອນຂອງເພິ່ນສ່ວນຫຼາຍແມ່ນນັກສຶກສາປະລິນຍາໂທ.

"ພາຍໃນຫ້ອງຮຽນຂອງຂ້ອຍ, ມີນັກສຶກສາຈຳນວນບໍ່ໜ້ອຍທີ່ແມ່ນຄົນຈີນ, ເຂົາເຈົ້າໄດ້ມາເຮັດວຽກຢູ່ລາວ ນຳໃຊ້ເວລາຂອງການພັກທ້າຍອາທິດມາຮຽນ. ນັກສຶກສາເຫຼົ່ານີ້ມາຮຽນປະຫວັດສາດລາວ, ວັດທະນະທຳລາວ ແລະ ວັນນະຄະດີລາວເປັນຕົ້ນ, ໄດ້ເກີດມີບົດບາດອັນສຳຄັນໃນການເຜີຍແຜ່ວັນນະຄະດີລາວ, ເຂົາເຈົ້າຈະກາຍເປັນທູດພົວພັນການແລກປ່ຽນ ແລະ ການຖອດຖອນບົດຮຽນດ້ານວັດທະນະທຳເຊິ່ງກັນແລະກັນລະຫວ່າງລາວ ແລະ ຈີນໃນອະນາຄົດ." ທ່ານ ແສງຈັນ ໄດ້ບອກວ່າ, "ບອກຄວາມຮູ້ທີ່ຕົນເອງມີທັງໝົດ ແລະ ບອກໂດຍບໍ່ໃຫ້ມີການປິດບັງຕໍ່ນັກສຶກສາ " ເປັນການກຳນົດທີ່ເພິ່ນມີຕໍ່ຕົນເອງ.

ໃນເດືອນກໍລະດົດ ປີ 2019, ເວທິປຶກສາຫາລືວັນນະຄະດີຈີນ•ອາຊຽນໄດ້ຈັດຂຶ້ນທີ່ນະຄອນຄຸນໝິງແຂວງຢຸນນານ, ທ່ານ ແສງຈັນ ເປັນໜຶ່ງໃນສອງຕົວແທນຂອງນັກປະພັນປະເທດລາວມາເຂົ້າຮ່ວມເວທິປຶກສາຫາລືຄັ້ງນີ້. ໃນການແລກປ່ຽນ, ທ່ານ ແສງຈັນ ໄດ້ບອກວ່າແຕ່ກ່ອນລາວພຽງສາມາດຮັບຮູ້ປະເທດຈີນໂດຍຜ່ານການເບິ່ງລະຄອນ "ສາມກົກ" ແລະ ການຟັງ CRI Online ແລະຊ່ອງທາງອື່ນໆ, ດຽວນີ້ສາມາດແລກປ່ຽນໜ້າຕໍ່ໜ້າກັບນັກປະພັນຈາກປະເທດຈີນ ແລະ ປະເທດອາຊຽນອື່ນໆ, ຈຶ່ງຮູ້ສຶກວ່າການເດີນທາງຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ, ຫວັງວ່າຈະມີໂອກາດການແລກປ່ຽນຫຼາຍກວ່າໃນອະນາຄົດ.

"ແຂວງຢຸນນານເປັນ ພຽງແຂວງດຽວໃນປະເທດຈີນທີ່ມີຊາຍແດນຕິດກັບປະເທດລາວ, ຫວັງວ່າສອງຝ່າຍສາມາດເພີ່ມທະວີການຮ່ວມມືດ້ານວັນນະຄະດີໃນຕໍ່ໜ້າ, ເຮັດໃຫ້ວັດທະນະທຳສອງປະເທດເກີດມີປະກາຍໄຟ." ທ່ານ ແສງຈັນ ເວົ້າດ້ວຍຄວາມຄາດຫວັງ.