ບັນທຶກການຂາຍດອກໄມ້ຂອງ "ອ້າຍດອກໄມ້"

2020-06-05 16:29:11 |ມາຈາກ: Yunnan Gateway

"ພວກເຮົາໄປຄຸນໝິງເກັບດອກໄມ້ນຳກັນເຖາະ!"ຢູ່ເທິງເວທີຂອງແອັບຕິກຕັອກ(TikTok),"ອ້າຍດອກໄມ້"ໄດ້ມາເຖິງຕະຫຼາດດອກໄມ້ໂຕວໜານທີ່ຕັ້ງຢູ່ເຂດເສິງກົ້ງນະຄອນຄຸນໝິງຢູ່ສະເໝີ ເພື່ອເກັບດອກໄມ້ທີ່ຖືກປະຖິ້ມໄວ້ໂດຍຊາວສວນດອກໄມ້. "ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ດອກໄມ້ຂອງແຂວງຢຸນນານຕົກຄ້າຂາຍບໍ່ອອກ,ບໍລິສັດຂອງພວກເຮົາກໍດຳເນີນທຸລະກິດບໍ່ໄດ້ຍ້ອນພະຍາດລະບາດນີ້, ສະນັ້ນພວກເຮົາຈິ່ງຢາກເຮັດການໄລຟສົດເພື່ອຂາຍດອກໄມ້ທາງອອນລາຍ, ລອງເຮັດເບິ່ງວ່າຈະສາມາດແກ້ໄຂຄວາມຫຍຸ້ງຍາກນີ້ໄດ້ຫຼືບໍ່."ຊື່ດັ້ງເດີມຂອງ "ອ້າຍດອກໄມ້" ຊື່ວ່າ ຢູຫົງ(Yu hong), ເປັນໜຶ່ງໃນຜູ້ກໍ່ຕັ້ງຕົ້ນຕໍຂອງບໍລິສັດສື່ມວນຊົນແບບໃໝ່ແຫ່ງໜຶ່ງຂອງນະຄອນຄຸນໝິງແຂວງຢຸນນານ,ເນື່ອງຈາກວ່າຖືກຜົນກະທົບຈາກພະຍາດໂຄວິດ-19, ຕັ້ງແຕ່ເດືອນ ມີນາ 2020 ເປັນຕົ້ນມາ,ທິມຂອງລາວຫັນຮູບແບບທຸລະກິດມາຍັງຂະແໜງການການໄລຟສົດ.

ເລີ່ມຈາກບໍ່ມີຄົນເບິ່ງຈົນມາເຖິງມີຜູ້ຕິດຕາມຈຳນວນ1,1 ແສນ ຄົນ

ໃນປີ2016, ຫຼັງຈາກຮຽນຈົບຈາກວິຊາການສິດສອນສິລະປະທີ່ວິທະຍາໄລສິລະປະຢຸນນານແລ້ວ, ທ້າວ ຢູຫົງ ຕັດສິນໃຈ ກໍ່ຕັ້ງທຸລະກິດໃໝ່ກັບໝູ່ເພື່ອນ."ຂ້ອຍມັກເຮັດຜະລິດຕະພັນສື່ມວນຊົນແບບໃໝ່ຫຼາຍ." ສຳລັບ ທ້າວ ຢູຫົງ ແລ້ວ, ການພັດທະນາຂອງເຕັກນິກສື່ມວນຊົນແບບໃໝ່ແມ່ນວ່ອງໄວອີ່ຫຼີ, ພາຍໃຕ້ການປັບໃຫ້ເໝາະສົມກັບການປ່ຽນແປງໃໝ່ສະມາຊິກໃນທິມເຂົ້າກັນໄດ້ດີຢ່າງບໍ່ຢຸດຢັ້ງ."ຈົນເຖິງປີແລ້ວນີ້,ຄຸນນະພາບຜົນງານວິດີໂອຂອງພວກເຮົາໄດ້ຍົກລະດັບເປັນຢ່າງໃຫຍ່."

ບໍ່ມີຜູ້ໃດສາມາດຄາດການລ່ວງໜ້າໄດ້ເຖິງການເກີດຂຶ້ນຂອງພະຍາດໂຄວິດ-19."ໃນເບື້ອງຕົ້ນ ພວກເຮົາໄດ້ວາງແຜນທີ່ຈະພັກໂດຍບໍ່ໄດ້ເອົາຄ່າຈ້າງ, ແຕ່ວ່າການລະບາດຈະສິ້ນສຸດລົງເມື່ອໃດ?ພວກເຮົາຄວນຢູ່ເສີຍໆບໍ?" ທ້າວ ຢູຫົງ ໄດ້ສັງເກດເຫັນວ່າ, ເມື່ອຢູ່ເຮືອນ,ຫຼາຍຄົນມັກເບິ່ງວິດີໂອສັ້ນດ້ວຍມືຖື, ຍ້ອນວ່າອອກໄປທາງນອກບໍ່ໄດ້ ການຊື້ເຄື່ອງທາງອອນລາຍໄດ້ກາຍເປັນຊ່ອງທາງອັນສຳຄັນຂອງປວງຊົນ."ຫັນມາເຮັດທຸລະກິດການໄລຟສົດ, ອາດຈະຍັງສາມາດຊອກເຫັນຄວາມຫວັງໃດໜຶ່ງໄດ້."

ພ້ອມດຽວກັນນັ້ນ,ຂ່າວການຊື້ດອກໄມ້ເພື່ອສະໜັບສະໜູນຊາວສວນດອກໄມ້ໄດ້ເຜີຍແຜ່ຢູ່ເທິງອິນເຕີເນັດ,ໂດຍຜ່ານການພິຈາລະນາກັນ ທິມຂອງທ້າວ ຢູຫົງ ຕັດສິນໃຈວ່າຈະປະດິດສ້າງຮູບຊົງ"ອ້າຍດອກໄມ້" ແບບນີ້, "ໄລຟສົດຂາຍເຄື່ອງ"ເພື່ອຊ່ວຍເຫຼືອຊາວສວນດອກໄມ້.

ເວົ້າວ່າຢາກເຮັດກໍໄປເຮັດໂລດ. ການຕິດຕໍ່ຊາວສວນດອກໄມ້ການກວດກາຄຸນນະພາບຂອງດອກໄມ້ ການສ້າງຫ້ອງໄລຟສົດ ການຊອກຫາຊ່ອງທາງຈຳໜ່າຍສິນຄ້າ……ພາຍຫຼັງຈັດແບ່ງວຽກງານແລ້ວ, ທ້າວ ຢູຫົງ ໄດ້ກາຍເປັນ "ອ້າຍດອກໄມ້". " ກິດຈະກຳການໄລຟສົດຄັ້ງທຳອິດດຳເນີນພຽງແຕ່3 ຊົ່ວໂມງ, ເກີ້ເຂີນອີ່ຫຼີ, ບໍ່ຮູ້ວ່າຄວນລົມສົນທະນາຫຍັງ, ເກືອບບໍ່ມີໃຜມາເບິ່ງ."ທ້າວ ຢູຫົງ ບອກໃຫ້ຮູ້ວ່າ, ນິດໄສຂອງຕົນເປັນຄົນມັກອາຍຫຼາຍ, ແຕ່ກ່ອນ ເປັນນັກຖ່າຍວິດີໂອໜ້ອຍຫລາຍທີ່ຈະປະກົດຕົວຢູ່ໃນກ້ອງຖ່າຍ, ການດຳເນີນການໄລຟສົດຄັ້ງທຳອິດບໍ່ສາມາດເວົ້າໄດ້ວ່າໄດ້ຮັບຜົນສຳເລັດ.

"ຫຼັງຈາກການໄລຟສົດຫາກໍ່ສິ້ນສຸດລົງ,ພວກເຮົາກໍເຕົ້າໂຮມກັນຢ່າງວ່ອງໄວຮ່ວມສົນທະນານຳກັນ, ພິຈາລະນາສາເຫດນຳກັນ, ແລະ ກຳນົດວາງແຜນອີກເທື່ອໜຶ່ງ."ພາຍຫຼັງ 3 ວັນ, "ອ້າຍດອກໄມ້" ກໍໄດ້ຮັບຄວາມນິຍົມຢ່າງວ່ອງໄວຢູ່ເທິງອິນເຕີເນັດດ້ວຍວິດີໂອສັ້ນຕອນໜຶ່ງ,ຈຳນວນຜູ້ຕິດຕາມເທິງເວທີຕິກຕັອກກໍໄດ້ເພີ່ມຂຶ້ນຮອດ 1 ແສນຄົນ. ພາຍໃນເວລາ 40 ວັນ,"ອ້າຍດອກໄມ້" ໄດ້ຊ່ວຍເຫຼືອຊາວສວນດອກໄມ້ຈຳໜ່າຍດອກໄມ້ຄ້າງຈຳນວນທັງຫມົດ 8 ລ້ານກວ່າດອກ,ໄດ້ຮັບໃບສັ່ງຊື້ດອກໄມ້ຈຳນວນ 30 ພັນກວ່າໃບຈາກຜູ້ຕິດຕາມ. ໃນປັດຈຸບັນ,ຜູ້ຕິດຕາມຂອງ "ອ້າຍດອກໄມ້" ເທິງເວທີ ຕິກຕັອກມີ 1,12 ແສນຄົນ, ທິມຂອງ"ອ້າຍດອກໄມ້" ຕ້ອງການຈັດການກັບໃບສັ່ງຊື້ດອກໄມ້ສະເລ່ຍເກືອບ 400ໃບໃນແຕ່ລະມື້.

ທ້າວຢູຫົງ ບອກວ່າ "ໂດ່ງດັງໄປ ຢ່າງວ່ອງໄວອີ່ຫຼີ, ຈັງຫວະການເຮັດວຽກຂອງພວກເຮົາແຕກຕ່າງກັນກັບແຕ່ກ່ອນຫຼາຍ,ແຕ່ວ່າພວກເຮົາຍັງຕ້ອງດຳເນີນກ້າວໜ້າຕໍ່ໄປຢ່າງມີແຜນການ,ຫວັງວ່າສາມາດພັດທະນາໄປຢ່າງຍືນນານ."

ວິດີໂອສັ້ນ+ການໄລຟສົດຂາຍເຄື່ອງດ້ວຍເນື້ອໃນ

ຍ່າງເຂົ້າຕະຫຼາດດອກໄມ້ໂຕວໜານ,ນອກຈາກດອກໄມ້ທີ່ເຫັນໄປທົ່ວແລ້ວ, ຍັງສາມາດເຫັນແຖວໂທລະສັບມືຖືທີ່ວາງຢູ່ທາງໜ້າດອກໄມ້,ມີພໍ່ຄ້າ ຈຳນວນບໍ່ໜ້ອຍກໍດຳເນີນການໄລຟສົດເພື່ອຂາຍດອກໄມ້ເໝືອນກັນ.ແຕ່ຕາມຄວາມຮັບຮູ້ຂອງທິມທ້າວ ຢູຫົງ ແລ້ວ, ບໍ່ແມ່ນວ່າກິດຈະກຳການໄລຟສົດທັງໝົດແມ່ນໄດ້ຮັບຜົນທີ່ດີໝົດ.

"ພໍ່ຄ້າຫຼາຍຄົນພຽງແຕ່ຮ້ອງຢູ່ໃນຫ້ອງໄລຟສົດ,ຍ້າຍຮູບແບບການຈຳໜ່າຍແບບອອຟລາຍມາເປັນທາງອອນລາຍເທົ່ານັ້ນ,ບໍ່ໄດ້ສ້າງເປັນຮູບແບບທີ່ມີເອກະລັກຂອງຕົນເອງ."ທິມຂອງທ້າວ ຢູຫົງ ໄດ້ສັງເກດເຫັນວ່າ, ຖ້າຢາກດຶງດູດຄວາມສົນໃຈຂອງຜູ້ບໍລິໂພກ, ຈຳເປັນຕ້ອງມີເອກະລັກຂອງຕົນເອງ.

"ໄປເກັບດອກໄມ້ທີ່ຕະຫຼາດໂຕວໜານ""ແກ້ໄຂບັນຫາ ດອກໄມ້ຄ້າງສາງທີ່ຂາຍບໍ່ອອກ" "ທ້າທາຍການໄລຟສົດຍາວເຖິງ 48 ຊົ່ວໂມງ "……ແຜນການທີ່ເປັນລະບົບເຫຼົ່ານີ້ ເຮັດໃຫ້ຮູບຊົງຂອງ"ອ້າຍດອກໄມ້" ຢູ່ຕໍ່ໜ້າກ້ອງຖ່າຍໄດ້ຄ່ອຍໆອຸດົມສົມບູນຂຶ້ນ. "ວິດີໂອສັ້ນສາມາດສົ່ງເນື້ອໃນອອກມາໄດ້ເປັນຢ່າງດີ."ທິມຂອງທ້າວ ຢູຫົງ ໄດ້ນຳໃຊ້ປະສົບການທີ່ເຄີຍຖ່າຍວິດີໂອໃນແຕ່ກ່ອນ, ໃຫ້"ອ້າຍດອກໄມ້" ໄດ້ໃຫ້ຄວາມສຳຄັນຕໍ່ກັບ ສະຖານະການທີ່ຫຍຸ້ງຍາກຂອງຊາວສວນດອກໄມ້ທີ່ໄດ້ພົບພໍ້."ຂ້ອຍເອງກໍມາຈາກຄອບຄົວ ຊາວນາຄືກັນ, ສາມາດເຂົ້າໃຈຄວາມລຳບາກທີ່ຢູ່ພາຍໃນນັ້ນໄດ້."ໂດຍຜ່ານຮູບແບບວິດີໂອສັ້ນ+ການໄລຟສົດ, "ອ້າຍດອກໄມ້"ບໍ່ພຽງແຕ່ໄດ້ຮັບຜູ້ຕິດຕາມເທົ່ານັ້ນ, ຍັງໄດ້ຮັບການຍອມຮັບຈາກພວກຊາວສວນດອກໄມ້ຫຼາຍຄົນອີກດ້ວຍ.

ມາເຖິງປັດຈຸບັນ,ທິມຂອງ "ອ້າຍດອກໄມ້" ບໍ່ພຽງແຕ່ໄດ້ຊ່ວຍເຫຼືອຊາວສວນດອກໄມ້ຂອງນະຄອນຢູ້ຊີເຂດຈີ້ນໜິງ ນະຄອນອານໜິງ ນະຄອນຢູ້ຊີທີ່ຂຶ້ນກັບແຂວງຢຸນນານເທົ່ານັ້ນ,ຍັງໄດ້ໄປເຖິງຕາແສງຫົງກໍເມືອງຜານນະຄອນເລ້ວຜານສຸຍແຂວງກຸ້ຍໂຈ່ເພື່ອຊຸກຍູ້ສົ່ງເສີມຊາວສວນດອກໄມ້ ແລະ ວິສາຫະກິດພື້ນຖານທ້ອງຖິ່ນອີກດ້ວຍ.

"ມືຊ້າຍຈັບມືຊາວສວນດອກໄມ້,ມືຂວາແຮກສ່ຽວ." ອັນນີ້ເປັນຄວາມຫວັງຂອງທ້າວ ຢູຫົງ,ກໍເປັນເປົ້າໝາຍການພັດທະນາໃນອະນາຄົດຂອງທິມລາວຄືກັນ. "ຍ້ອນການລະບາດຂອງພະຍາດໂຄວິດ-19ທີ່ເກີດຂຶ້ນຢ່າງກະທັນຫັນໃນຄັ້ງນີ້, ພວກເຮົາຈິ່ງມີໂອກາດໄປສຳຜັດເຖິງຂະແໜງການໄລຟສົດ. ພາຍໃນໄລຍະຂັ້ນຕອນນີ້,ຂ້ອຍບໍ່ພຽງແຕ່ໄດ້ສຳຜັດເຖິງຜົນສຳເລັດຂອງການຊ່ວຍເຫຼືອພວກຊາວສວນດອກໄມ້,ຂ້ອຍເອງກໍໄດ້ເຕີບໃຫຍ່ຂຶ້ນຢ່າງໄວວາ."ໃນປັດຈຸບັນ, ທ້າວ ຢູຫົງ ທີ່ຢູ່ຕໍ່ໜ້າກ້ອງຖ່າຍຍິ່ງເຊື່ອໝັ້ນຕົນເອງກວ່າເກົ່າ,ເມື່ອເຮັດການໄລຟສົດກໍສາມາດລົມສົນທະນາກັບຜູ້ຊົມຢ່າງລ່ຽນໄຫຼ,"ຖ້າສາມາດນຳກຳລັງໃຈມາຍັງປວງຊົນ ກໍໝາຍເຖິງສິ່ງນີ້ເປັນສິ່ງທີ່ຖືກຕ້ອງ."ທ້າວ ຢູຫົງ ບອກໃຫ້ຮູ້ວ່າ, ໃນອະນາຄົດເຂົາເຈົ້າຈະສືບຕໍ່ສຸມໃສ່ຕໍ່ການຊ່ວຍເຫຼືອຊາວນາເພື່ອຊ່ວຍເຫຼືອຄົນ ໃຫ້ ຫຼຸດພົ້ນອອກຈາກສະຖານະການຄວາມຫຍຸ້ງຍາກໃຫ້ຫຼາຍຍິ່ງຂຶ້ນ.