ເສັ້ນທາງລົດໄຟລາວ-ຈີນ ມີອຸໂມງ 67 ແຫ່ງໃນຕອນຂອງ ປະເທດຈີນ ທີ່ໄດ້​ເຈາະ​ສຳ​ເລັດ

2020-06-08 16:28:30 |ມາຈາກ: Yunnan Gateway

ຮອດປັດ​ຈຸ​ບັນນີ້, ເສັ້ນທາງ​ລົດ​ໄຟ​ລາວ-ຈີນ ໃນຕອນຂອງປະເທດຈີນ ຢູ້​ຊີ່​-ບໍ່​ຫານ​​ ມີອຸ​ໂມງ ທັງຫມົດ 93 ແຫ່ງ​ ແລະ ມີອຸໂມງ 67 ແຫ່​ງທີ່ໄດ້​​​ເຈາະ ​ສຳ​ເລັດ​ແລ້ວ ​,ໃນນັ້ນຍັງເຫລືອອຸໂມງ 26 ແຫ່ງທີ່ກຳລັງເລັ່ງລັດການກໍ່ສ້າງ.

ທາງ​ລົດ​ໄຟ​ຢູ້​ຊີ່​-ບໍ່​ຫານແມ່ນ​ຕອນ​ຢູ່​ຈີນ​ຂອງ​ທາງ​ລົດ​ໄຟລາວ-ຈີນ​,ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງຊ່ອງທາງສາກົນຈີນ-ລາວ. ເສັ້ນທາງລົດໄຟລາວ-ຈີນ ຕອນຢູ້ຊີ່ - ບໍ່ຫານ ມີຄວາມຍາວທັງໝົດ 508 ກິໂລແມັດ,ການກໍ່ສ້າງໄດ້ເລີ່ມຕົ້ນໃນທ້າຍປີ 2015 ,ດ້ວຍໄລຍະການກໍ່ສ້າງ 6 ປີ, ຄາດວ່າຈະເລີ່ມເປີດໃຊ້ໃນທ້າຍປີ 2021 ພ້ອມກັບເສັ້ນທາງລົດໄຟຕອນປະເທດລາວບໍ່ເຕັນ-ວຽງຈັນ. ໃນປັດຈຸບັນ, ຢູ່ສະຖານທີ່ກໍ່ສ້າງແຕ່ລະສ່ວນຂອງເສັ້ນທາງຢູ້​ຊີ່​-ບໍ່​ຫານຂອງທາງລົດໄຟລາວ-ຈີນ, ໃນທຸກໆມື້ມີຜູ້ກໍ່ສ້າງ 25,000 ຄົນເຮັດວຽກຢ່າງເຕັມກຳລັງ,ເພື່ອຊຸກຍູ້ການກໍ່ສ້າງຂອງໂຄງການ.