ຍອດ​ມູນ​ຄ່າການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​​ຂອງ​ຈີນ​ໃນ 5 ເດືອນ​ຕົ້ນ​ປີ 2020 ບັນ​ລຸ 11540 ຕື້ຢວນ

2020-06-08 17:11:39 |ມາຈາກ: CRI

ຕາມ​ຂ່າວCRI:ກົມ​ໃຫຍ່​ດ່ານ​ພາ​ສີຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 8 ມິ​ຖຸ​ນາ​ນີ້​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ປີ 2020 ນີ້, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​​ຂອງ​ຈີນໄດ້​ບັນ​ລຸ 11540 ຕື້ຢວນ. ໃນ​ນັ້ນ​ການ​ສົ່ງ​ອອກ​ໃນ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້​ສືບ​ຕໍ່​ຮັກ​ສາ​ທ່ວ​ງ​ທ່າ​ການ​ເຕີບ​ໂຕ​​ຖັດ​ຈາກ​ເດືອນ​ເມ​ສາ​ແລ້ວ​ນີ້.

ຕາມ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ຂອງ​ປີ 2020 ນີ້, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ 11540 ຕື້ຢວນ, ໄດ້​ຫຼຸດ​ລົງ 4,9% ຖ້າ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ​ນີ້. ໃນ​ນັ້ນ, ການ​ຄ້າຂາ​ອອກ​ບັນ​ລຸ 6200 ຕື້ຢວນ, ຫຼຸດ​ລົງ 4,7%,ການ​ຄ້າຂາ​ເຂົ້າ​ບັນ​ລຸ 5340 ຕື້ຢວນ, ຫຼຸດ​ລົງ 5,2%. ໃນ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໄດ້​ບັນ​ລຸ 2470 ຕື້ຢວນ, ໄດ້​ຫຼຸດ​ລົງ 4,9% ຖ້າ​ທຽບ​ກັບ​ເດືອນ​ພຶດ​ສະ​ພາ​ປີ 2019 ; ໃນ​ນັ້ນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​​ແມ່ນ 1460 ຕື້ຢວນ, ເພີ່ມ​ຂຶ້ນ 1,4%, ຍອດ​ມູນ​ຄ່າ​​ນຳ​ເຂົ້າ​ແມ່ນ 1010 ຕື້ຢວນ, ຫຼຸດ​ລົງ 12,7%.