ຈີນ​ເຜີຍ​ແຜ່​ປື້ມປົກ​ຂາວ​ທີ່​ມີ​​ຫົວ​ຂໍ້ວ່າ “ການ​ເຄື່ອນ​ໄຫວ​ຂອງ​ຈີນ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19”

2020-06-08 17:17:25 |ມາຈາກ: CRI

ວັນ​ທີ 7 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ເຄື່ອນ​ໄຫວ​ຂອງ​ຈີນ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19” ເຊິ່ງ​ເປັນ​ເອ​ກະ​ສານ​ສຳ​ຄັນ​ທີ່​ໄດ້​ບັນ​ທຶກ​ຂະ​ບວນ​ການ​ຕ້ານ​ກັບ​ພະ​ຍາດ​ທີ່​ລຳ​ບາກ​ຂອງ​ຈີນ​ຕາມ​ສະ​ພາບ​ຕົວ​ຈິງ, ​ມີ​ໂຕ​ໜັງ​ສື​ປະ​ມານ 37,000 ໂຕ.

ປື້ມ​ປົກ​ຂາວ​ດັ່ງ​ກ່າວ​ລະ​ບຸ​ວ່າ: ພະ​ຍາດ​ໂຄວິດ-19ແມ່ນ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢ່າ​ງ​ໃຫຍ່​ໃນ​ທົ່ວ​ໂລກ​ທີ່​ໄດ້​ສ້າງ​ຜົນ​ກະ​ທົບ​ທີ່ກວ້າງ​ຂວາງ​ທີ່​ສຸດ​ໃຫ້​ແກ່ມວນ​ມະ​ນຸດ ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ເກືອບ 100 ປີ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ພະ​ຍາດ​ທີ່ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ແລະ​ຮ້າຍ​ແຮງ, ຈີນ​ໄດ້​ເປີດ​ບັ້ນ​ປ້ອງ​ກັນ​ແລະ​ຄວ​ບ​ຄຸມ​ພະ​ຍາດ​ຢ່າງ​ເດັດ​ຂາດ. ຈີນ​ໄດ້​ໃຊ້​ທຸກມາດ​ຕະ​ການ, ຍອມ​ເສຍ​ສະຫຼະ​ທຸກ​ສິ່ງ​ຢ່າງ ເພື່ອ​ປິ່ນ​ປົວ​ຄົນ​ເຈັບ​ແລະ​ກອບ​ກູ້​ຊີ​ວິດ.

ນັບ​ມາ​ຮອດ​ວັນ​ທີ 31 ພຶດ​ສະ​​ພາ​ປີ 2020 ​ນີ້, ອັດ​ຕາປິ່ນ​ປົວ​ໃຫ້​ຫາຍ​ຂາດ​ຂອງ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ພາຍ​ໃນ​ປະ​ເທດ​ຈີນ​ມີ​ເຖິງ 94,3%. ຂ່າວ​ແຈ້ງວ່າ: ການ​​ຢາ​ແລະແພດ​ແຜນຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ຍາດ​ສຳ​ຄັນ​ໃນ​ການ​ຕ້ານ​ພະ​ຍາດ​ຄັ້ງ​ນີ້. ນັບ​ມາ​ຮອດ​ໄລ​ຍະ​ກາງ​ເດືອນ​ເມ​ສາ, ​ສະ​ຖາ​ບັນ​ແພດ​ແຜນຈີນ​ແຫ່ງ​ຕ່າງໆ​​ໄດ້​ສົ່ງ​ຊ່ຽວ​ຊານ​ແພດ​ໝໍ 4900 ຄົນ​ໄປ​ສະ​ໜັບ​ສະ​ໜູນ​ແຂວງ​ຫູ​ເປີຍ, ​ການ​ຢາ​ແລະ​ແພດ​ແຜນຈີນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປິ່ນ​ປົວ​ຄົນ​ເຈັບ​ໄດ້​ກວມ​ເຖິງ 92%.

ປື້ມ​ປົກ​ຂາວ​ຍັງ​ລະ​ບຸ​ວ່າ: ຈີນ​ຍຶດ​ໝັ້ນ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່ ໂດຍ​ສູ້​ຊົນ​ແບບ​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ປະ​ເທດ​ອື່ນ​ເພື່ອ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອຫຼືກຳ​ລັງ​ໃຫ້​ການ​ຊ່ວຍ​ເຫຼືອ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ແກ່ 150 ປະ​ເທດ ແລະ 4 ອົງ​ການ​ຈັດ​ຕັ້ງ​ສາ​ກົນ.