ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ຊົມ​ເຊີຍ​ມະຫາ​ວິທະຍາ​ໄລ​ອຸດສາຫະກຳ​ຮາ​ບິນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 100 ປີ

2020-06-08 17:18:44 |ມາຈາກ: CRI

ວັນທີ 7 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະກນສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນໄດ້​ສົ່ງ​ສານ​ຊົມ​ເຊີຍ​ມະຫາວິທະ​ຍາ​ໄລ​ອຸດສາຫະກຳ​ຮາ​​ບິນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 100 ປີ ​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງສຸດ​ໃຈ​ຕໍ່​ພະນັກງານ, ຄູ​ອາຈານ ​ແລະ​ນັກ​ສຶກສາ ກໍ​ຄືອະດີດ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ນີ້.

ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈິ້ນ​ຜິ​ງລະບຸວ່າ: ມະ​ຫາ​ວິທະຍາ​ໄລ​ອຸດສາຫະກຳ​ຮາບິນ​ມີ​ປະຫວັດສາດ​ຍາວ​ນານ. ນັບ​ແຕ່​ສປ ຈີນ​ສະຖາປະນາ​ຂຶ້ນ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ກາ​ນນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ມະຫາວິທະຍາ​ໄລ​ອຸດສາຫະກຳ​ຮາ​ບິນ​ໄດ້​ຕັ້ງຫຼັກ​ປັກ​ຖານ​ຢູ່​ເຂດພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ຊາດ, ຮັກ​ຊາດ, ອຸທິດຕົນ ​ແລະບາກ​ບັ່ນ​ສູ້​ຊົນ​ດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນ​ໃນ​ການ​ພັດທະນາ​ພາລະກິດ​ການ​ສຶກສາ, ປະດິດ​ສ້າງ​ອຸປະກອນ​ທີ່​ສຳຄັນ​ຂອງ​ຊາດ, ບຳລົງ​ສ້າງຜູ້ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ໂດດ​ເດັ່ນ​ຢ່າງ​ຫຼວງ​ຫຼາຍ ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ພັກ ​ແລະ​ປະຊາຊົນ.

ທ່ານ​ສີຈິ້ນຜິ​ງຫວັງ​ວ່າ: ມະຫາວິທະ​ຍາ​ໄລ​ອຸດສາຫະກຳ​ຮາ​​ບິນຈະ​ເລີ່​ມ​​ຈາກ​ຈຸດ​ເລີ່​ມຕົ້ນ​ໃໝ່​ຍຶດໝັ້ນ​ທິດ​ທາງສັງຄົມ​ນິຍົມ, ປິ່ນ​ອ້ອມໜ້າ​ທີ່ພື້ນຖານ​ທີ່​ບຳລົງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດທີ່​ມີ​ຄຸນສົມບັດ​ທີ່​ດີ, ​ໃນ​ວຽກ​ງານ​ການ​ສຶກສາ ​ແລະ​ການ​ຄົ້ນຄວ້າ​ວິທະຍາ​ສາດ ​ແລະ​ອື່ນໆ, ປະຕິ​ຮູບ ​ແລະ​ປະດິດ​ສ້າງ​ໃໝ່, ບຸກບືນ​ສູ້​ຊົນ, ສະ​ແຫວ​ງຫາ​ຜົນງານ​ອັນ​ໂດດ​ເດັ່ນຢ່າງ​ບໍ່​ຢຸດ​ຢັ້ງ, ພະຍາ​ຍາມ​ປະກອບສ່ວນ​​ໃໝ່່​​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນການ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ “2 ​ເຫດການ​ປະຫວັດສາດ​ສຳຄັນ 100 ປີ” ​ແລະຄວາມ​​ໃຝ່ຝັນຂອງ​ຈີນ​ທີ່ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ທີ່​ຍິ່ງ​ໃຫຍ່ຂອງ​ປະຊາ​ຊາດ​ຈີນ​ຄືນ​ໃໝ່​.

ມະຫາ​ວິທະຍາ​​ໄລ​ອຸດສາຫະກຳ​ຮາ​​ບິນ​ສ້າງ​ຕັ້ງ​ຂຶ້ນ​​ໃນ​ປີ 1920, ​ໃນ​ປີ 1954 ​ໄດ້​ເຂົ້າສູ່​ຖັນ​ແຖວມະຫາວິທະຍາ​ໄລ​ທີ່​ສຳຄັນ​ແຫ່ງ​ຊາດຊຸດ​ທຳ​ອິດ​ຈຳນວນ 6 ​ແຫ່ງ​ທີ່​ລັດ​ສຸມ​ໃສ່​ພັດທະນາ. ໃນ​ຫຼາຍ​ປີ​ມາ​ນີ້, ມະຫາວິທະ​ຍາ​ໄລ​ອຸດສາຫະກຳ​ຮາບິນ​ໄດ້​ສ້າງ​​ໃຫ້​ມີ​ສີສັນ​ພິ​ເສດ​ໃນ​ດ້ານ​ການ​ບຳລົງ​ສ້າງ​ຜູ້ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່ “ມີ​ພື້ນຖານ​ອັນ​ໝັ້ນ​ແກ່ນ, ​ເອົາ​ໃຈ​ໃສ່​ພຶດຕິ​ກຳ​ຕົວ​ຈິງ, ​ເຂັ້ມ​ງວດ​ໃນ​ຂະ​ບວນການ​ບຳລຸງ​ສ້າງ ​ແລະ​ສະ​ແຫວ​ງຫາ​ການ​ປະດິດ​ສ້າງ​ໃໝ່” ​ເຊິ່ງ​ໄດ້​ບຳລົງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ດີ​ເດັ່ນ​ຈຳນວນ​ຫຼາຍ.