ບ້ານທຸກຍາກ 130 ບ້ານຂອງ ເມືອງຟູ້ຢວນແຂວງຢຸນນານ ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ

2020-06-09 16:19:47 |ມາຈາກ: Yunnan Gateway

ເມືອງຟູ້ຢວນ ຕັ້ງຢູ່ເມືອງຊູຈິງ ແຂວງຢຸນນານ, ແຕ່ກ່ອນ,ເມືອງຟູ້ຢວນເຄີຍເປັນເມືອງທຸກຍາກທີ່ມີຊື່ສຽງໃນແຂວງຢຸນນານ.ໃນປີທີ່ຜ່ານມາ,ອຳນາດການປົກຄອງທ້ອງຖິ່ນອອກແຮງພັດທະນາຂະແໜງການ ປູກຝັງຢ່າງແຂງແຮງ,ເມືອງຟູ້ຢວນໄດ້ປູກໃບຢາສູບ 6133 ເຮັກຕາ,ປູກຕົ້ນບຸກ (konjac) 9000 ເຮັກຕາ.ຍັງປູກໝາກພິລາ, ໝາກຄາຍສີເຫຼືອງ, ໝາກແຂ່ນ, ຫມາກກີວີ ແລະ ອື່ນໆ, ໂດຍຜ່ານຂະແໜງການ ປູກຝັງໄດ້ຂະຫຍາຍຊ່ອງທາງການເພີ່ມລາຍໄດ້ ຂອງປະຊາຊົນ.ເພື່ອໃຫ້ຄອບຄົວທຸກຍາກ 21466 ຄອບຄົວມີລາຍໄດ້ສະເລ່ຍຕໍ່ປີເພີ່ມຂື້ນຫຼາຍກວ່າ 3000 ຢວນ (3811944 ກີບ).ນອກຈາກນັ້ນ.ເມືອງຟູ້ຢວນໄດ້ ສ້າງ ໂຮງງານຂຶ້ນ 43 ແຫ່ງ, ແລະຊ່ວຍເຫຼືອປະຊາຊົນຫຼາຍກວ່າ 4,300 ຄົນໃຫ້ມີວຽກເຮັດງານທຳ.

ຮອດປັດຈຸບັນນີ້, ອຳນາດການປົກຄອງເມືອງຟູ້ຢວນໄດ້ລົງທຶນທັງໝົດ 11,91 ຕື້ຢວນ (1683201899 ໂດລາ),ໄດ້ຊ່ວຍເຫຼືອປະຊາຊົນທັງໝົດ 110,593 ຄົນໃນ 8 ຕາແສງທຸກຍາກ ແລະ 130 ບ້ານທຸກຍາກໃນເຂດທ້ອງຖິ່ນໃຫ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ.