ຜູ້ຊ່ຽວຊານຫຼາຍກວ່າ 100 ຄົນຈາກ 7 ປະເທດ ຈັດກອງປະຊຸມທາງວິດີໂອເພື່ອແບ່ງ​ປັນປະສົບການປິ່ນປົວ ພະຍາດ​ໂຄວິດ-19

2020-06-09 16:22:44 |ມາຈາກ: Yunnan Gateway

ວັນທີ 8 ມິຖຸນາ, ຜູ້ຊ່ຽວຊານດ້ານການແພດຫຼາຍກວ່າ 100 ຄົນຈາກ 13 ມະຫາວິທະຍາໄລແລະ ສະຖາບັນການແພດທີ່ເປັນສະມາຊິກຂອງສະຫະພັນການສຶກສາການແພດ ແລະ ສາທາລະນະສຸກການແພດອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເຊັ່ນ: ມະຫາວິທະຍາໄລການແພດຄຸນໝິງ (Kunming Medical University), ຄະນະ ແພດສາດມະຫາວິທະຍາໄລຈ່ຽວທ່ອງຊຽງໄຮ້ (Shanghai Jiao Tong University School of Medicin), ມະຫາວິທະຍາໄລວິທະຍາສາດສຸຂະພາບກຳປູເຈຍ, ມະຫາວິທະຍາໄລວະໄລລັກໄທ ແລະ ອື່ນໆ ຈັດກອງປະຊຸມທາງ ໄກຜ່ານວິດີໂອ ໃນສະຖານທີ່ 8 ແຫ່ງ ເຊັ່ນ: ຄຸນໝິງ, ຊຽງໄຮ້, ດາກາ, ກັດມັນດູ, ລາຮໍ,ພະນົມເປັນ, ບາງກອກ, ຈາກາຕາ, ແບ່ງ​ປັນປະສົບການປິ່ນປົວ ພະຍາດ​ໂຄວິດ-19 ທາງອອນລາຍ.

ໃນຫ່ວງ ບົດລາຍງານຫົວຂໍ້ສະເພາະເລື່ອງ, ທ່ານ ວັງຄຸນຫົວ ອຳນວຍການຂອງໂຮງໝໍ ແຫ່ງທຳອິດທີ່ຂຶ້ນກັບ ມະຫາວິທະຍາໄລການແພດຄຸນໝິງ(first affiliated hospital of kunming medical university), ແບ່ງປັນວິທີການທີ່ໂຮງໝໍຄວນເຮັດແນວໃດໃນການຮັບມືກັບການລະບາດຂອງ ໂຄວິດ-19 ເປັນຕົ້ນໃນດ້ານ ການນຳໃຊ້ 5G + ເຕັກໂນໂລຢີການແພດເພື່ອພັດທະນາການແພດອັດສະລິຍະ, ບໍ່ພຽງແຕ່ຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດ, ແຕ່ຍັງບໍ່ເປັນການເຮັດໃຫ້ ການປິ່ນປົວປະຈຳວັນຊັກຊ້າ.

ໃນຫ່ວງການແລກປ່ຽນເຊິ່ງກັນ ແລະ ກັນ, ຜູ້ເຂົ້າຮ່ວມກອງປະຊຸມຈາກປະເທດປາກິດສະຖານ, ໄທ ແລະ ປະເທດອື່ນໆໄດ້ດຳເນີນການຖາມ ແລະ ແລກປ່ຽນໂດຍປິ່ນອ້ອມໃນດ້ານ ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ​ໂຄວິດ-19, ການຄົ້ນຄວ້າເຊື້ອໄວຣັດ, ການກວດຫາດ້ວຍອາຊິດນິວຄລີອິກ, ການປິ່ນປົວຄົນເຈັບ ແລະ ອື່ນໆ, ແລະ ຜູ້ຊ່ຽວຊານທີ່ກ່ຽວຂ້ອງໄດ້ດຳເນີນການຕອບຄຳຖາມແຕ່ລະຢ່າງ.

ສະຫະພັນການສຶກສາການແພດແລະ ສາທາລະນະສຸກການແພດອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ (South and Southeast Asia Medical Education and Service Alliance) ສ້າງຕັ້ງຂຶ້ນໃນເດືອນ ກໍລະກົດ ປີ 2019. ຫນ່ວຍງານອຳນວຍການສະຫະພັນແມ່ນຮັບຜິດຊອບໂດຍຄະນະ ແພດສາດມະຫາວິທະຍາໄລຈ່ຽວທ່ອງຊຽງໄຮ້,ຫ້ອງການເລຂາທິການຂອງສະຫະພັນຕັ້ງຢູ່ມະຫາວິທະຍາໄລການແພດຄຸນໝິງ.