ຈີນທົດ​ລອງ​ປູກ “ເຂົ້າ​ນ້ຳ​ທະ​ເລ”ຢູ່​ດິນ​ເຄັມ

2020-06-09 17:22:14 |ມາຈາກ: CRI

ວັນ​ທີ 8 ມິ​ຖຸ​ນານີ້, ໃນ​ນິ​ຄົມ​ກະ​ເສດ​ເຫີ​ຊີ​ເມືອງ​ເກີ​ມູ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ມົງ​ໂກນ​ເຜົ່າ​ຕິ​ເບດ​ໄຮ​ຊີ່​ແຂວງ​ຊີງ​ໄຮ​ທີ່​ສູງ​ຈາກ​ລະ​ດັບ​ໜ້ານ້ຳ​ທະ​ເລ 2800 ແມັດ, ໂດຍ​ຜ່ານ​ການ​​ດຳ​ນາ 4 ມື້, ​ໄດ້​ສຳ​ເລັດ​​ການ​ທົດ​ລອງປູກ​ເຂົ້າ​ນ້ຳ​ທະ​ເລໃນ​ເນື້ອ​ທີ່ເກືອບ 2 ເຮັກ​ຕາ. ນີ້​ແມ່ນ​ການທົດ​ລອງ​ປູກ​ເຂົ້າ​ນ້ຳ​ທະ​ເລ​ຢູ່​ພູ​ພຽງ​ຊິງ​ໄຮ​ຕິ​ເບດ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ.

​ການ​ປູກ“ເຂົ້າ​ນ້ຳ​ທະ​ເລ” ​ສ່ວນຫຼາຍ​ປູກ​ຢູ່​ດິນ​ເຄັມ, ມີ​ຈຸດ​ພິ​ເສດ​ທີ່​ສາ​ມາດ​ທົນ​ທານ​ຕໍ່​ຄວາມ​ເຄັມ, ທົນ​ທານ​ຕໍ່​ນ້ຳ​ຖ້ວມ, ທົນ​ທານ​ຕໍ່​ສັດ​ຕູ​ພືດ ແລະ​​ຕົ້ນ​ເຂົ້າ​ມີ​ຄວາມ​ແຂງ​ແກ່ນບໍ່​ລົ້ມ​ງ່າຍ.

ຖ້າ​ສັງ​ເກດ​ໃນ​​ໃນ​ໄລ​ຍະ​ຍາວ​ແລ້ວ, ເປົ້າ​ໝາຍ​ຂອງ​​ການ​ທົດ​ລອງ​ດັ່ງ​ກ່າວ​ແມ່ນຢາກປ່ຽນ​ດິນ​ເຄັມ 6 ລ້ານ 7 ແສນ​ເຮັກ​ຕາ ​​ໃຫ້ກາຍ​ເປັນດິນ​ປູກ​ຝັງ, ສາ​ມາດ​ເພີ່ມ​ພູນ​ຜະ​ລິດ​ຜົນ​ ເພື່ອ​ລ້ຽງ​ຄົນ​ໄດ້ 80 ລ້ານ​ຄົນ.