ຄ່າ​ໃຊ້​ຈ່າຍໃນ​ການ​ປິ່ນ​ປົວ​ສຸ​ຂະ​ພາບຂອງຜູ້​ເປັນ​ພະ​ຍາດໂຄວິດ-19 ຢູ່​ແຂວງ​ຫູ​ເປີຍ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ

2020-06-12 18:21:55 |ມາຈາກ: CRI

ຕາ​ມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ໂທງ ຊາວ ຮຸຍ, ຜູ້​ຊ່ຽວ​ຊານ​ໃນ​ຄະ​ນະ​ພົວ​ພັນກົນ​ໄກ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​ກັນ​ຂອງ​​ລັດ​ຖະ​ບານຈີນ, ຮອງ​ຜູ້​ອຳ​ນວຍ​ການໂຮງ​ໝໍ​ຊາວ​ຢາງ​ປັກ​ກິ່ງ​ກ່າວ​ວ່າ: ຄະ​ນະ​ພົວ​ພັນ​ຕົນ​ໄດ້​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງວ່າ: ​ຄ່າ​ໃຊ້​ຈ່າຍປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ແຂວງ​ຫູ​ເປີຍ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ.

ທ່ານ​ໂທງ ຊາວ ຮຸຍ​ກ່າວ​ວ່າ,ກ່ຽວ​ກັບ​ບັນ​ຫາ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​, ຕ້ອງ​ມີ​ການ​ຊີ້ນຳ​ຈາກ​ລັດ​ຖະ​ບານແລະ​ການ​ສະ​ໜັບ​ສະ​ໜູນ​ຈາກ​ກຳ​ລັງ​ທາງສັງ​ຄົມ, ເຮັດ​ໃຫ້​ຜູ້ເປັນ​ພະ​ຍາດ​ສາ​ມາດ​ປິ່ນ​ປົວ​ສຸ​ຂະ​ພາບ​ໂດຍ​ບໍ່​ມີ​ຄວາມ​ກັງ​ວົນ​ໃດໆ. ກ່ອນ​ນີ້​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກ​ໂຮງ​ໝໍ​ນະ​ຄອນ​ອູ​ຮ້ານ​ວ່າ: ທີ່​ຈິງ​ແລ້ວ​ມີ​ຜູ້​ເປັນ​ພະ​ຍາດ​ຈຳ​ນວນ​ໜຶ່ງ​ມີ​ຄວ​າມ​ກັງ​ວົນ​ຕໍ່​ບັນ​ຫາ​ຄ່າ​ໃຊ້​ຈ່າຍ, ຈຶ່ງ​ບໍ່​ຢາກມາ​ໂຮງ​ໝໍ​ຫຼື​ວ່າ​ບໍ່​ຢາກ​ມາ​ປິ່ນ​ປົວ​ສຸ​ຂະ​ພາບ​ຢູ່​ໂຮງ​ໝໍ, ສະ​ນັ້ນ, ຄະ​ນ​ພົວ​ພັນ​ຕົນ​ຈຶ່ງ​ໄດ້​ໄປ​ນະ​ຄອນ​ອູ​ຮ້ານ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ພວກ​ເຮົາ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ.

ທ່ານ​ໂທງ ຊາວ ຮຸຍ​ກ່າວຕື່ມ​ວ່າ, ຍ້ອນ​ນະ​ໂຍ​ບາຍ​ທີ່​ຈະ​ແຈ້ງ​ຕໍ່ຜູ້​ເປັນ​ພະ​ຍາດ​ໂດຍບໍ່​ຕ້ອງ​ຈ່າຍຄ່າ​ປິ່ນ​ປົວ​, ກໍ​ສາ​ມາດ​ເຮັດ​ໃຫ້​ຜູ້​ເປັນ​ພະ​ຍາດ​ຈຳ​ນວນ​ໜຶ່ງ​ໄປ​ປີ່ນ​ປົວຢູ່​ໂຮງ​ໝໍ​​ໂດຍ​ໄວ, ນີ້​ແມ່​ນ​ມາດ​ຕະ​ການ​ທີ່​ເລັ່ງ​ລັດ​ໃຫ້​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ສາ​ມາດ​ປິ່ນ​ປົວໃຫ້​ຫາຍ​ຂາດ​ຢູ່ພາຍ​ໃນ​ແຂວງຫູ​ເປີຍ, ກໍ​ຄື​ນະ​ຄອນ​ອູ​ຮ້ານໄດ້​ກັບ​ຄືນສູ່​ສັງ​ຄົມ​ຢ່າງ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.