ຫວັງວ່າ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ເປັນ​ແບບ​ຢ່າງທີ່​ດີ​ໃນ​ການ​ຮັບ​ຮອງ​​ຜົນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ

2020-06-12 18:23:56 |ມາຈາກ: CRI

ເວັບ​ໄຊ​ຂ່າວ​ໂທ​ລະ​ພາບ​ມີ​ສາຍ​ຂອງ​ອາ​ເມ​ຣິ​ກາ​ຫຼື CNN ໄດ້​ລາຍ​ງານ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາໄດ້​ເປີດ​ເຜີຍ​ແຜນ​ການ​ວ່າ: ອາດ​ຈະ​ເປີດ​ບໍ​ລິ​ການ​ສະ​ຖານ​ກົງ​ສຸນ​ອາ​ເມ​ຣິ​ກາ​ປະ​ຈຳ​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ຄືນ​ໃໝ່​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້, ປັດ​ຈຸ​ບັນ​ກະ​ຊວງ​ດັ່ງ​ກ່າວ​ໄດ້ລາຍ​ງານ​ຕໍ່​ລັດ​ຖະ​ສະ​ພາ​​ແລ້ວ.

ຍັງ​ຈື່​​ໄ​ດ້ວ່າ​ໃນ 5 ເດືອນ​ປາຍ​ກ່ອນ​ໜ້າ​ນີ້, ​ໃນ​ຈຸດ​ເວ​ລາ​ອັນ​ຄັບ​ຂັນ​ເພື່ອຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ, ລັດ​ຖະ​ບານ​ອາ​ເມຣິ​ກາ​ເປັນ​ປະ​ເທດທຳ​ອິດ​ທີ່​ໄດ້​ຖອ​ນ​ພະ​ນັກ​ງານສະ​ຖານ​ກົງ​ສຸນ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ, ເປັນ​ປະ​ເທດທຳ​ອິດ​ທີ່​ໄດ້​ຮຽກ​ຮ້ອງ​ຖອນ​ພະ​ນັກ​ງານ​ສ່ວນ​ໜຶ່ງ​ຢູ່​ສະ​ຖານ​ທູດ​ປະ​ເທດ​ຕົນ​ປະ​ຈຳ​ຈີນ​ອອກ​ໄປ​ ແລະ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ປະ​ກາດ​ຈະ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຮອບ​ດ້ານ​ຕໍ່​ພົນ​ລະ​ເມືອງ​ຈີນ​ທີ່​ເດີນ​ທາງ​ເຂົ້າ​ເມືອງອາ​ເມ​ຣິ​ກາ,ທັງ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ແລະ​ເຜີຍ​ແຜ່​​ຂ່າວ​ທີ່​ມີຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ບໍ່​ຢຸດ​ຢັ້ງ,ເປັນ​ຕົວ​ຢ່າງ​ທີ່​ຊົ່ວ​ຮ້າຍ​ຫຼາຍ.

ຫວ່າງ​ມໍ່ໆ​ມາ​ນີ້, ນະ​ຄອນ​ອູ​ຮັ້ນ​ໄດ້​ດຳ​ເນີນ​ການກວດ​ນິວ​ຄຼີ​ອິກ​ຫາເຊື້ອ​​ໄວ​ຣັດ(nucleic acid)ແບບ​ລວມ​ໝູ່,ໄດ້​ມີ​ປະ​ຊາ​ຊົນ​ເກືອບ 9,9 ລ້ານ​ຄົນ​ຕື່ນ​ຕົວ​ເຂົ້າ​ຮ່ວມການກວດ​ຫາ​ເຊື້ອ,ແລະບໍ່​ໄດ້​ພົບ​ເຫັນ​ຜູ້​ຕິດ​ເຊື້ອພະ​ຍາດໂຄວິດ-19 ແມ່ນ​ແຕ່​ກໍ​ລະ​ນີ​ດຽວ. ສາ​ມາດ​ເວົ້າ​ໄດ້​ວ່າ: ນະ​ຄອນ​ອູ​ຮັ້ນ​ໃນ​ປັດ​ຈຸ​ບັນ​ປອດ​ໄພ​ກວ່າ​ຕົວ​ເມືອງ​ສ່ວນ​ໃຫຍ່​ຢູ່ອາ​ເມ​ຣິ​ກາ.

ອາ​ເມ​ຣິ​ກາ​ມີ​ແຜນ​​ເປີດ​ບໍ​ລິ​ການ​ສະ​ຖານ​ກົງ​ສຸນ​ໃຫຍ່​ອາ​ເມ​ຣິ​ກາ​ປະ​ຈຳ​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ຄືນ​ໃໝ່ ​ນີ້​ສະ​ແດງ​ໃຫ້​ເຫັນ​ໃນ​ລະ​ດັບ​ໜຶ່ງວ່າ​ເປັນ​ຄວາມ​ເຫັນ​ດີ​ນຳຈີນ​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ເທື່ອ​ນີ້​ຫວັງ​ວ່າອາ​ເມ​ຣິ​ກາ​​ຈະສາ​ມາດ​ເປັນ​ແບບ​ເປັນ​ຢ່າງທີ່​ດີ​ໃນ​ການ​ຮັບ​ຮອງ​ໝາກ​ຜົນ​ດ້ານ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ຈີນ.