ຫ້ອງການບັນຊາການ ຫນ່ວຍຍ່ອຍຄະນະນຳພາ ວຽກງານຕອບໂຕ້ການລະບາດແຂວງຢຸນນານ ໄດ້ອອກແຈ້ງການແນະນຳທີ່ສຳຄັນ

2020-06-16 17:44:25 |ມາຈາກ: Yunnan Gateway

1. ເພື່ອສຸຂະພາບຂອງທ່ານ ແລະ ຄວາມປອດໄພສາທາລະນະ, ຜູ້ທີ່ເຄີຍໄປ ຕະຫລາດຂາຍສົ່ງຊິນຟ່າຕີ້ ທີ່ນະຄອນຫຼວງປັກກິ່ງພາຍໃນ 14 ວັນ (ນັບຕັ້ງແຕ່ວັນທີ 30 ພຶດສະພາ), ຜູ້ທີ່ກັບມາ ແລະ ເຂົ້າມາໃນແຂວງຢຸນນານ, ກະລຸນາເປັນເຈົ້າການໃນການຕິດຕໍ່ຫາ ຊຸມຊົນ ແລະ ສູນຄວບຄຸມພະຍາດຂອງທ້ອງຖິ່ນ, ເປັນເຈົ້າການໃຫ້ຄວາມຮ່ວມມືໃນການກວດ ແລະ ການຄຸ້ມຄອງທາງການແພດທີ່ກ່ຽວຂ້ອງ.

2. ຜູ້ທີ່ໄດ້ໄປປັກກິ່ງໃນ 14 ມື້ທີ່ຜ່ານມາ (ນັບຕັ້ງແຕ່ວັນທີ 30 ເດືອນພຶດສະພາ) ແລະ ໄດ້ຕິດຕໍ່ຢ່າງໃກ້ຊິດກັບກໍລະນີທີ່ສົງໃສ ແລະ ກໍລະນີທີ່ຖືກຢືນຢັນຢູ່ປັກກິ່ງ, ຫລື ຖ້າທ່ານມີໄຂ້ (ອຸນຫະພູມຮ່າງກາຍ≥ 37.3℃), ໄອ, ຫາຍໃຈບໍ່ອີ່ມ ແລະ ອາການອື່ນໆ,ໃນກໍລະນີທີ່ມີການ ປ້ອງກັນຕົນເອງເປັນຢ່າງດີ, ກະລຸນາໄປກວດຢູ່ຫ້ອງກວດອຸນຫະພູມທີ່ສະຖາບັນການແພດໄດ້ກຳນົດໄວ້ ໃຫ້ທັນເວລາ, ເພື່ອຮັບການກວດແລະ ການຄຸ້ມຄອງທາງການແພດທີ່ກ່ຽວຂ້ອງ.

3. ຜູ້ທີ່ກັບມາ ແລະ ເຂົ້າມາແຂວງຢຸນນານທັງໝົດຕ້ອງປະສານສົມທົບເປັນເຈົ້າການໃນ ການຄຸ້ມຄອງສະແກນ ລະຫັດສຸຂະພາບຢຸນນານ, ຖ້າວ່າ ແມ່ນລະຫັດສີແດງ (ເຂດທີ່ມີຄວາມສ່ຽງສູງ), ຈະໄດ້ດຳເນີນການສັງເກດການແຍກປ່ຽວຢູ່ສູນກາງເປັນເວລາ 14 ວັນ, ແລະ ກວດຫາເຊື້ອ​ໄວ​ຣັດດ້ວຍທາດນິວຄລີອິກ (Nucleic Acid) 2 ເທື່ອ, ແລະ ກວດພູມຕ້ານທານຂອງຮ່າງກາຍ (Serology Test) ເທື່ອໜຶ່ງ. ຖ້າວ່າ ແມ່ນລະຫັດສີເຫຼືອງ (ເຂດທີ່ມີຄວາມສ່ຽງປານກາງ),ຕ້ອງໄດ້ສະໜອງໃບຜົນການກວດຫາເຊື້ອ​ໄວ​ຣັດດ້ວຍທາດນິວຄລີອິກທີ່ມີຜົນກວດເປັນລົບ, ຖ້າວ່າ ບໍ່ສາມາດໃຫ້ໄດ້, ຂໍໃຫ້ທ່ານໃຫ້ຄວາມຮ່ວມມືໃນການດຳເນີນການກວດຫາ​ເຊື້ອ​ໄວ​ຣັດດ້ວຍທາດນິວຄລີອິກແລະ ການກວດພູມຕ້ານທານຂອງຮ່າງກາຍເທື່ອໜຶ່ງ.

4 ໃນພື້ນທີ່ສາທາລະນະທີ່ມີປະຊາຊົນຈຳນວນຫລາຍ, ເຊັ່ນ: ເຂດທີ່ຢູ່ອາໄສ, ຕະຫລາດ ກະສິກຳ, ຕະຫລາດແຮງງານ, ສູນການຄ້າຂະຫນາດໃຫຍ່, ຮ້ານສັບພະສິນຄ້າ, ຮ້ານຂາຍອາຫານ ແລະ ເຄື່ອງດື່ມ, ໂຮງໝໍ, ຮ້ານຂາຍຢາ ແລະ ລົດໄຟໃຕ້ດິນ, ລົດເມ, ສະໜາມບິນ (ຫ້ອງລໍຖ້າ), ສະຖານີລົດ (ຫ້ອງລໍຖ້າ) ແລະອື່ນໆ. ຂໍໃຫ້ທຸກ ທ່ານໃຫ້ຄວາມຮ່ວມມືໃນການຄຸ້ມຄອງສະແກນ ລະຫັດສຸຂະພາບຢຸນນານ, ແລະ ໃສ່ຜ້າປິດປາກ.