ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ທ່ານ​ບຸນ​ຍັງ​ວໍລະ​ຈິດຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຊິ່ງກັນ​ແລະ​ກັນ​ກ່ຽວ​ກັບ​ຈີນ​-ລາວ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19

2020-06-16 17:54:51 |ມາຈາກ: CRI

ວັນ​ທີ 15 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ປະຊາຊົນ​ປະຕິວັດ​ລາວ ປະ​ທານ​ປະ​ເທດ​ລາວກ່ຽວ​ກັບ​ຈີນ ແລະ ​ລາວ​ໄດ້ຮ່ວມ​ມື​ກັນ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຈົດໝາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ອົບ​ອຸ່ນ ​ແລະ ​ໄມຕີ​ຈິດ​ມິດຕະພາບ​ຈາກ​ສະ​ຫາຍ​ເລຂາທິການ​ໃຫຍ່​ບຸນ​ຍັງ ວໍລະ​ຈິດ. ​ເມື່ອ​ໄດ້​ຮູ້​ວ່າການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃຫ້ກັບລາວ​ໃນ​ການ​ຕ້ານ​ກັບ​ພະຍາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ, ຂ້າພະ​ເຈົ້າ​ຮູ້ສຶກ​​ປິ​ຕິ​ຊົມ​ຊື່ນຫຼາຍ. ນະ​ທີ່​ນີ້, ຂ້າພະ​ເຈົ້າຂໍ​ຕາງໜ້າ​ພັກ-ລັດ​ແລະ​ປະຊາຊົນ​ຈີນ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ຝ່າຍ​ລາວ​ທີ່​ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ​ພາຍ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ມີ​ສະຫາຍ​ເລຂາທິການ​ໃຫຍ່ບຸນຍັງ ວໍລະຈິດ​ເປັນ​ແກນ​ນຳ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະຍາດ, ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ລະຫວ່າງ​ຈີນ-​ລາວກໍ​ຄື​ປະຊາ​ຄົມ​ໂລກ, ຈະ​ໄດ້​ຮັບ​ໄຊຊະນະ​ໄລຍະສຸດ​ທ້າຍ​ຂອງ​ບັ້ນ​ຕ້ານ​ກັບ​ພະຍາດ​ຄັ້ງ​ນີ້​ຢ່າງ​ແນ່ນອນ.

ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນຢ່າງ​ສູງ​ຕໍ່​ການ​ພົວພັນ​ຂອງສອງ​ພັກສອງ​ລັດ​ຈີນ-​ລາວ, ຍິນ​ດີ​ຮ່ວມ​ກັບ​ສະຫາຍ​ພະຍາຍາມ​ຮ່ວມ​ກັນ, ຊຸກຍູ້​ການຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳຄັນ​ຂອງ​ສອງ​ຝ່າຍ, ຊຸກຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ-​ລາວ​ໃຫ້​ໜັກ​ແໜ້ນ, ເພື່ອສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສອງ​ປະ​ເທດ ​ແລະປະຊາຊົນ​ສອງ​ຊາດ​ໃຫ້​ຫຼາຍ​ກວ່າ​ເກົ່າ.