ທ່ານສີຈິ້ນຜິງຈະເປັນປະທານຈັດກອງປະຊຸມສຸດຍອດສະໄໝພິເສດຈີນ-ອາຟຣິກາເພື່ອຮ່ວມມືກັນຕ້ານກັບພະຍາດ

2020-06-16 17:55:29 |ມາຈາກ: CRI

ວັນ​ທີ 16 ມີ​ຖຸ​ນາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​ຈີນ-​ອາ​ຟ​ຣິ​ກາ​ເພື່ອຮ່ວມ​ມື​ກັນ​ຕ້ານ​​ກັບພະ​ຍາດ ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 17 ມີ​ຖຸ​ນາ​ນີ້, ແລະ​ຈະ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​ຄັ້ງ​ນີ້​ລິ​ເລີ່ມ​ໂດຍຝ່າຍ​ຈີນ, ປະ​ເທດ​ອາ​ຟ​ຣິ​ກາ​ໃຕ້ ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກັບ​ປະ​ເທດ​ເຊ​ເນ​ການ ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-ອາ​ຟ​ຣິ​ກາ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈັດ​ໃນ​ຮູບ​ແບບ​ວິ​ດີ​ໂອ. ຜູ້​ນຳ​ຂອງປະ​ເທດ​ສະ​ມາ​ຊິກ​ຄະ​ນະ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ, ປະ​ເທດ​ປະ​ທານໝູນ​ວຽນອົງ​ການ​ຈັດ​ຕັ້ງ​ອະ​ນຸ​ພາກ​ພື້ນ​ສຳ​ຄັນ​ຢູ່​ອາ​ຟ​ຣິ​ກາ​ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຈະ​ເຂົ້​າ​ຮ່ວມ​​ຕາມ​ຄຳ​ເຊີນ. ​ທ່ານເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຖາ​ນະ​ເປັນ​ແຂກ​ພິ​ເສດ.