ກອງປະຊຸມວີດີໂອລະດັບສູງການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຈະຈັດຂຶ້ນ

2020-06-17 16:12:13 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ທ່າ​ນ​ຈ້າວ​ລີ້​ຈ່ຽ​ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ:ກອງ​ປ​ະ​ຊຸມ​ວີ​ດີ​ໂອ​ລະ​ດັບສູງ​​ກ່ຽວ​ກັບການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ” ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້, ຫົວ​ຂໍ້​ຫຼັກ​ແມ່ນ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”, ຮ່ວມ​ມື​ຕ້ານ​ກັບ​ສະ​ພາບ​ພະ​ຍາດ COVID – 19” . ລັດ​ຖຸ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫຼື​ເຈົ້າ​ໜ້າ​ທີ່​ລະ​ດັບລັດ​ຖະ​ມົນ​ຕີຂອງ 25 ປະ​ເທດ​ແລະ​ຜູ້​ຮັບ​ຜິດ​ຊອບ​​ອົງ​ການສະ​ຫະ​ປະ​ຊາ​ຊາ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ກອງ​ປ​ະ​ຊຸມ​ຄັ້ງ​ນີ້​ມີ​ເປົ້າ​ໝາຍ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງກອງ​ປະ​ຊົມ​ສຸດຍອດ​ຄັ້ງ​ທີ 2 ​ເວ​ທີ​ປຶກ​ສາ​ຫາ​ລື​​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”, ຊຸກ​ຍູ້​ຄູ່​ຮ່ວມ​ມື “ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ” ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຕ້ານ​ກັບ​ພະ​ຍາດ, ດຳ​ເນີນ​ການ​ແລກ​ປ່ຽນ​ບົດ​ຮຽນປະ​ສານ​ງານ​ນະ​ໂຍ​ບາຍເພື່ອ​ຟື້ນ​ຟູ​ການ​ເຮັດ​ວຽກ​ການ​ຜະ​ລິດ​ ​, ຊຸກ​ຍູ້​​ການສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.