ທ່ານ​ສີ​ຈີ້ນ​ຜິງ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີຕາຊີກີສະຖານຜ່ານທາງ​ໂທ​ລະ​ສັບ

2020-06-17 16:17:34 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ກັບ​ທ່ານເອ​ໂມ​​ມາ​ລີ ຣາ​ເ​ຮິ​ມົນ ປະ​ທານ​າ​ທິ​ບໍ​ດີ​ຕາ​ຊີ​ກີ​ສະ​ຖານ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ​ສຸ​ພາ​ສິດ​ກ່າວ​ໄວ້​ວ່າ​ເມື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນຳ​ກັນ​ຈິ່ງ​ຈະ​ໄດ້​ເຫັນ​ຄວາມ​ຈິງ​ໃຈ. ໃນ​ໄລ​ຍະ​​ທີ່​ຈີນ​ພົບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ໃນ​ການປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ COVID-19, ລັດ​ຖະ​ບານ ແລະ ວົງ​ການ​ຕ່າງໆ​​ໃນ​ສັງ​ຄົມ​ຂອງຕາ​ຊີ​ກີ​ສະ​ຖານ​ໄດ້​ສະ​ໜັບ​ສະ​ໜູນ​ຈີນ​ເພື່ອ​ຕ້ານ​​​ກັນພະ​ຍາດ COVID-19 ດ້ວຍ​ຮູບ​ການ​ຕ່າງໆ. ຫຼັງ​ຈາກ​ຕາ​ຊີ​ກີ​ສະ​ຖານ​ເກີ​ດ​​ສະ​ພາບ​ແຜ່​ລະ​ບາດ​ຂອງພະ​ຍາດ COVID-19 ແລ້ວ, ຈີນ​ກໍ່​​ໄດ້ສະ​ໜອງ​ການ​ຊ່ວຍ​ເຫຼືອຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ຕາ​ຊີ​ກີ​ສະ​ຖານ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​​ຕື່ມ​ວ່າ, ສອງ​ປະ​ເທດ​ຄວນ​ຈັດ​ສັນ​ວຽກ​ງານ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ ແລະ ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ໃຫ້​ດີ, ບຸກ​ເບີກ​ແນວ​ຄວາມ​ຄິດ, ເພື່ອ​ຮັບ​ປະ​ກັນ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​​ໂຄງ​ການ​ຈຸດ​ໜັກ​ຂອງຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຮ່ວມ​ກັນ.

ທ່ານ​ຣາ​ເຮ​ມົນ​ກ່າວ​ວ່າ, ຕາ​ຊີ​ກີ​ສະ​ຖານ​ຂອບ​ໃຈ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ ​ຕາ​ຊີ​ກີ​ສະ​ຖານຢ່າງ​ຫຼວງ​ຫຼາຍ​ເພື່ອ​ຕໍ່​ຕ້ານ​ພະ​ຍາດ COVID-19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ, ຍິນ​ດີລົງ​ເລິກ​ມິດ​ຕະ​ພາບ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ກັບ​ຈີນ, ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຊຸ​ກ​ຍູ້​ການ​ພົວ​ພັນ​ໝູ່​ຄູ່​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ຕື່ມ​ອີກ.