ທ່ານ​ສີ​ຈິ້ນ​ຜິງ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເອກວາດໍ​ຜ່ານ​ທາງ​ໂທ​ລະ​ສັບ

2020-06-17 16:18:57 |ມາຈາກ: CRI

ຕອນ​ຄ່ຳວັນ​ທີ 16 ມິ​ຖຸ​ນານີ້, ທ່ານ​ສີ​ຈິ້ນ​ຜິງ,ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ກັບ​ທ່ານເລ​ນີນ ໂບ​ໄທ​ເຣ ໂມ​ເຣ​ໂນ ກາ​ເຊັ​ສ,​ປະ​ທາ​ນາ​ທິ​ບໍ​ດີ​ເອກວາດໍ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​​ໃຫ້​ເຫັນວ່າ, ຈີນ​ຈະ​ສືບ​ຕໍ່​ເດັດ​ດ່ຽວ​ສະ​ໜັບສະ​ໜູນ​ເອກວາດໍຕ້ານ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ19,ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​,​ປຶກ​ສາ​ຫາ​ລື​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດວັ​ກແຊງ​ແລະ​ຢາ​ປິ່ນ​ປົວ. ສະ​ພາບ​ພະ​ຍາດ​ໂຄວິດ19​ຍັງ​ພວມແຜ່​ລະ​ບາດ​ໃນ​ທົ່ວ​ໂລກ,ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19,ພ້ອມ​ກັນ​ຊຸ​ກ​ຍູ້​ໃຫ້​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ.

ທ່ານ​ໂມ​ເຣ​ໂນ​ກ່າວ​ວ່າ,ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແກ່​ການ​ຕ້ານ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ19ຂອງ​ປະ​ເທດ​ເອກວາດໍ,ເຊິ່ງ​ໄດ້​ສະ​ແດງບົດ​ບາດ​ທີ່​ສຳ​ຄັນ​ຕໍ່​ເອກວາດໍ​ໃນ​ການຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ19. ຈີນ​ແມ່ນ​ໝູ່​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ສຳ​ຄັນ​ຂອງ​ເອກວາດໍ,ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນມີ​ມິດ​ຕະ​ພາບ​ຕໍ່​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍດ.