ບ້ານໂທພິງ ແຂວງຢຸນນານ: ຊາວບ້ານດີໃຈເນື່ອງຈາກການຫຼຸດພົ້ນອອກຈາກຄວາມທຸກຍາກ

2020-06-18 16:55:46 |ມາຈາກ: Yunnan Gateway

ບ້ານໂທພິງ ແຂວງຢຸນນານ ແມ່ນບ້ານໜຶ່ງຂອງຊົນເຜົ່ານູ, ຢູ່ທີ່ນີ້ມີພູເຂົາສູງ ແລະ ມີລະດັບຄວາມຊັນສູງ,ການຄົມມະນາຄົມບໍ່ສະດວກສະບາຍ. ປະຊາຊົນຊົນເຜົ່ານູອາໄສຢູ່ນີ້ມີ 46 ຄອບຄົວ, ໃນນັ້ນມີ 37 ຄອບຄົວທຸກຍາກ ແລະ ມີຄົນທຸກຍາກທັງໝົດ 144ຄົນ.

ເພື່ອຊ່ວຍເຫຼືອປະຊາຊົນຊົນເຜົ່ານູເຫຼົ່ານີ້ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ປີ 2017, ອຳນາດການປົກຄອງທ້ອງຖິ່ນໃຫ້ບ້ານໂທພິງໄດ້ຈັດຕັ້ງປະຕິບັດການຍົກຍ້າຍບ້ານທັງໝົດ,ໃຫ້ປະຊາຊົນທຸກຄົນຂອງບ້ານໂທພິງໄດ້ຖືກຍົກຍ້າຍໄປຢູ່ບ່ອນທີ່ລັດຖະບານວາງແຜນຈັດສັນໃຫ້ເພື່ອອາໄສ.

ໃນຕົ້ນປີທີ່ຜ່ານມາ, ປະຊາຊົນ 163 ຄົນຈາກ 4 ບ້ານພ້ອມທັງບ້ານໂທພິງໄດ້ຖືກຍົກຍ້າຍໄປຢູ່ເຮືອນໃໝ່ທີ່ຕັ້ງຢູ່ບ້ານອູຫູ. ພ້ອມດຽວກັນນີ້, ອຳນາດການປົກຄອງທ້ອງຖິ່ນໄດ້ສະໜອງການຝຶກອົບຮົມທັກສະດ້ານແຮງງານ, ການສົ່ງຊາວບ້ານອອກໄປເຮັດວຽກ, ແລະ ຍັງໃຫ້ຊາວບ້ານຈັດຕັ້ງຂະແໜງການການຊາ ແລະ ອື່ນໆ, ເພື່ອໃຫ້ທຸກຄົນມີວຽກເຮັດ, ມີລາຍໄດ້. ປັດຈຸບັນນີ້, ບ້ານໂທພິງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ,ຊີວິດໃຫມ່ກຳລັງເລີ່ມຕົ້ນຂຶ້ນ.