ການຖ່າຍທອດສົດ “ທ່ອງທ່ຽວຢຸນນານ” ແບບ LCB ເທິງ EarthTV ແລະ Youtube

2020-06-18 17:10:22 |ມາຈາກ: Yunnan Gateway

ອີງຕາມຂໍ້ມູນຂ່າວສານຂອງບໍລິສັດເທິງຢຸນ, ໃນວັນທີ 11 ມິຖຸນາ ຜົນງານການຖ່າຍທອດສົດ LCB(Live Camera Broadcasting,LCB)ຂອງ ເວທີການທ່ອງທ່ຽວອັດສະລິຍະຢຸນນານປະເທດຈີນ ທີ່ມີຊື່ວ່າ “ທ່ອງທ່ຽວຢຸນນານ”(Go Yunnan) ໄດ້ຖືກຄັດເລືອກ ເປັນຄູ່ຮ່ວມມືດ້ານເນື້ອໃນທົ່ວໂລກໃນ EarthTV ທີ່ເປັນເຄືອຂ່າຍໂທລະທັດດາວທຽມຂອງເຢຍລະມັນ ຢ່າງສຳເລັດຜົນ, ການຖ່າຍທອດສົດ LCB ຂອງເວທີ “ທ່ອງທ່ຽວຢຸນນານ”ໄດ້ດຳເນີນການຖ່າຍທອດສົດພ້ອມກັນໃນທົ່ວໂລກໂດຍຜ່ານ ສອງເວທີວິດີໂອເຄືອຂ່າຍສາກົນ, ກໍຄື EarthTV ແລະ Youtube, ກາຍເປັນການເຂົ້າເຖິງ ເນື້ອໃນການຖ່າຍທອດສົດຂອງຈີນເປັນຄັ້ງທຳອິດຂອງສອງເວທີດັ່ງກ່າວ.

ເວທີ “ທ່ອງທ່ຽວຢຸນນານ” ໄດ້ລວມມີ App, ໂປຣແກຣມຂະໜາດນ້ອຍໃນ Wechat ແລະ ອື່ນໆ,ເຊິ່ງເວທີນີ້ແມ່ນ ເປັນຜູ້ຊ່ວຍທີ່ດີໃຫ້ແກ່ນັກທ່ອງທ່ຽວ ເພື່ອໃຫ້ເຂົ້າໃຈແຂວງຢຸນນານ ແລະ ການເດີນທາງທ່ອງທ່ຽວໃນແຂວງຢຸນນານ. ເວທີນີ້ ໄດ້ສະໜອງການບໍລິການສັງລວມໃນໄລຍະການເດີນທາງທ່ອງທ່ຽວໃນແຂວງຢຸນນານກໍຄື "ການກິນ, ການນອນ, ການອອກເດີນທາງ, ການທ່ອງທ່ຽວ, ການຊື້, ບັນເທີງ",ຍັງສະໜັບສະໜູນການເບິ່ງການຖ່າຍທອດສົດຂອງເຂດທ່ອງທ່ຽວ, ການຮ້ອງທຸກຕໍ່ການທ່ອງທ່ຽວ ແລະ ການສົ່ງຄືນສິນຄ້າ.

ເຂດທ່ອງທ່ຽວເອກະລັກ, ຕຶກອາຄານທີ່ມີລັກສະນະພິເສດຂອງແຂວງຢຸນນານ ແລະ ອື່ນໆ ໄດ້ຖືກຄັດເລືອກເປັນເນື້ອໃນຕົ້ນຕໍໃນການຖ່າຍທອດສົດ LCB ຂອງເວທີ “ທ່ອງທ່ຽວຢຸນນານ”, ກວມລວມເອົາເຂດທ່ອງທ່ຽວ 37​ ແຫ່ງໃນ 8 ເມືອງ ຄື ໜອງລູກູ,ພູຫິມະຢີລົງ,ພູຫິມະເມີຍລີ,ວັດຊົງເຊີງ ແລະ ອຶ່ນໆ.

ພາຍຫລັງ 3 ຊົ່ວໂມງຂອງການອອນລາຍການຖ່າຍທອດສົດ LCB ຂອງ ເວທີ“ທ່ອງທ່ຽວຢຸນນານ”,ກໍໄດ້ຮັບການຍ້ອງຍໍ (ກົດໄລຄ໌) 14000 ຄັ້ງ. ໃນນັ້ນ, ການຖ່າຍທອດສົດຕາເວັນຂຶ້ນຢູ່ພູຫິມະເມີຍລີ, ໄດ້ຖືກຈັດອັນດັບວ່າເປັນການຖ່າຍທອດສົດທີ່ດີທີ່ສຸດຂອງ Earth TV ໃນເດືອນນີ້.

ໃນບາດກ້າວຕໍ່ໄປ, ສອງຝ່າຍຈະຮັກສາການແລກປ່ຽນຢ່າງໃກ້ຊິດ,ແລະສືບຕໍ່ປັບປຸງເນື້ອໃນການຖ່າຍທອດສົດໃຫ້ດີ, ເກັບກຳຂໍ້ມູນລະອຽດການຖ່າຍທອດສົດຂອງເວທີ“ທ່ອງທ່ຽວຢຸນນານ” ແລະ ເອົາໃຈໃສ່ເຖິງຄວາມມັກຂອງນັກທ່ອງທ່ຽວຕ່າງປະເທດ, ແລະ ສະໜອງປະສົບການການຊົມເບິ່ງໃຫ້ແກ່ນັກທ່ອງທ່ຽວທີ່ດີກວ່າເກົ່າ.