ບັນດາເດັກນ້ອຍທີ່ອາໄສຢູ່ຮ່ອມຫ້ວຍໃຫຍ່ນູຈ່ຽງມີສະໜາມເຕະບານທີ່ໄດ້ມາດຕະຖານ

2020-06-18 17:25:15 |ມາຈາກ: Yunnan Gateway

ກິ່ງແຂວງນູຈ່ຽງແມ່ນສະຖານທີ່ໜຶ່ງທີ່ເປັນສະຖານທີ່ທຸກຍາກທີ່ສຸດໃນປະເທດຈີນ, ໃນນີ້ພູເຂົາສູງແລະຮ່ອມຫ້ວຍເລິກ, ຢາກຫາດິນຮາບພຽງທີ່ເໝາະສົມກັບການຫຼີ້ນກິລາບານເຕະຍາກຫຼາຍ, ແລະບໍ່ມີສະໜາມເຕະບານທີ່ໄດ້ມາດຕະຖານຈັກແຫ່ງ

ຮອດປີ 2017, ການກໍ່ສ້າງໂຮງຮຽນປະຖົມເກີລີໄດ້ເລີ່ມຕົ້ນຂຶ້ນ. ໜຶ່ງປີຕໍ່ມາ, ໂຮງຮຽນໄດ້ສ້າງສຳເລັດ,ແລະໃນໂຮງຮຽນມີສະໜາມເຕະບານສຳລັບ 5 ຄົນທີ່ໄດ້ມາດຕະຖານ.

ທ່ານນາງ ເຊຍຊຸນຜີງ ແມ່ນ ຄູຂອງໂຮງຮຽນປະຖົມເວນຈາຍເຂດຊ່ຽງຈ່ຽວ ເມືອງຈຸຫາຍ, ນາງສົນໃຈກິ່ງແຂວງນູຈ່ຽງມາຕະຫຼອດ, ເມື່ອນາງເຫັນສະຖານທີ່ນີ້ມີເງື່ອນໄຂລຳບາກຫຼາຍ, ເດັກນ້ອຍໄປຮຽນບໍ່ສະດວກສະບາຍ, ນາງໄດ້ຮ້ອງຂໍເພື່ອໄປເຮັດວຽກຢູ່ໂຮງຮຽນປະຖົມເກີລີ, ຊ່ວຍເຫຼືອໃຫ້ເດັກນ້ອຍຢູ່ນີ້ສາມາດໄດ້ຮັບຄວາມຮູ້ຫຼາຍຂຶ້ນ. ຮອດກິ່ງແຂວງນູຈ່ຽງ, ທ່ານນາງ ເຊຍຊຸນຜີງ ພົບວ່າ, ເດັກນ້ອຍຢູ່ທີ່ນີ້ເກືອບວ່າບໍ່ເຄີຍໄດ້ເຫັນບານເຕະ, ແລະ ເດັກນ້ອຍຄົນໜຶ່ງທີ່ຫຼີ້ນບານເຕະໃນໂຮງຮຽນປະຖົມເກີລີກໍບໍ່ມີ, ສະໜາມເຕະບານທີ່ສ້າງສຳເລັດກໍ່ບໍ່ມີຄົນຫຼິ້ນບານເຕະຢູ່ນີ້.ທ່ານນາງ ເຊຍຊຸນຜີງ ຄິດວ່າ, ລາວຈະເຮັດໃຫ້ກິລາບານເຕະກ້າວເຂົ້າສູ່ໂຮງຮຽນປະຖົມຂອງກິ່ງແຂວງນູຈ່ຽງ, ໃຫ້ເດັກນ້ອຍໄດ້ຫຼິ້ນບານເຕະຢ່າງແນ່ນອນ.

ທ່ານນາງ ເຊຍຊຸນຜີງ ຫາສະໂມສອນບານເຕະ ແລະ ຄູຝຶກທີ່ມີຄວາມຍິນດີທີ່ຈະຮ່ວມກັນຊ່ວຍເຫຼືອເດັກນ້ອຍຢູ່ນູຈ່ຽງ, ເຊິ່ງພວກເຂົາຊ່ວຍເຫຼືອໂຮງຮຽນປະຖົມເກີລີດຳເນີນການສອນບານເຕະປະຈຳວັນ ແລະ ວຽກອື່ນໆ. ບໍ່ດົນມານີ້, ທີມບານເຕະຍິງ ແລະ ຊາຍຂອງໂຮງຮຽນເກີລີໄດ້ຖືກສ້າງຕັ້ງຂຶ້ນ. ທ່ານ ລົວຈີຊຽງ ເປັນຄູບານເຕະອາຊີບຄົນໜຶ່ງຂອງໂຮງຮຽນນີ້, ລາວມີໃບຢັ້ງຢືນຄູຝຶກຂອງສະຫະພັນບານເຕະອາຊີ (Asian Football Confederation). ທ່ານ ລົວຈີຊຽງ ເຮັດວຽກໃນກິ່ງແຂວງນູຈ່ຽງ 5 ເດືອນ, ລາວໄດ້ການປັບປຸງທັກສະການເຕະບານຂອງເດັກນ້ອຍຊົນເຜົ່າລີຊູ ແລະ ຍົກສູງລະດັບການສອນຂອງຄູກິລາ.

ສິ່ງທັງໝົດນີ້ເຮັດໃຫ້ທ່ານ ອູຈິນຝົງ ຜູ້ອຳນວຍການໂຮງຮຽນປະຖົມເກີລີຮູ້ສຶກຮູ້ບຸນຄຸນວ່າ: "ຂ້າພະເຈົ້າຂໍຂອບໃຈຄົນໃຈດີເຫຼົ່ານີ້, ທ່ານເຮັດໃຫ້ສິ່ງທີ່ບໍ່ສາມາດເປັນໄປໄດ້ເປັນສິ່ງທີ່ສາມາດເປັນໄດ້, ແລະ ເຮັດໃຫ້ເດັກນ້ອຍຊົນເຜົ່າລີຊູໄດ້ຮູ້ຈັກບານເຕະ ແລະ ຮັກກິລາບານເຕະ."

ການລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19ໃນຕົ້ນປີນີ້, ຄູຝຶກລົວບໍ່ສາມາດກັບຄືນໂຮງຮຽນໄດ້ເມື່ອໂຮງຮຽນເລີ່ມເປີດຮຽນໃນເດືອນພຶດສະພາປີນີ້. ເຖິງແມ່ນວ່າລາວບໍ່ສາມາດສອນຢູ່ບ່ອນນັ້ນ, ແຕ່ທ່ານ ລົວຈີຊຽງ ຍັງຄິດຮອດນູຈ່ຽງໃນໃຈ, ລາວຈະສົ່ງວິດີໂອບົດຮຽນບານເຕະໃຫ້ຄູອາຈານກິລາຂອງໂຮງຮຽນປະຖົມເກີລີ, ແລະ ເອົາໃຈໃສ່ສະພາບການຂອງນັກຮຽນ.

ໃນປັດຈຸບັນນີ້, ຊື່ສຽງຂອງການຮຽນກິລາບານເຕະຂອງໂຮງຮຽນປະຖົມເກີລີກຳລັງເຕີບໃຫຍ່ຂະຫຍາຍຕົວ, ພໍ່ແມ່ຫຼາຍຄົນສົ່ງລູກຂອງພວກເຂົາມາຮຽນຢູ່ນີ້, ເຖິງແມ່ນວ່າພວກເຂົາຈະຕ້ອງຍ່າງອີກສອງສາມກິໂລແມັດ.

ຕອນບ່າຍວັນສຸກແມ່ນມື້ການແຂ່ງຂັນຂອງທີມບານເຕະໂຮງຮຽນຂອງໂຮງຮຽນປະຖົມເກີລີ. ແສງຕາເວັນກຳລັງສະຫວ່າງເຫລື້ອມ, ຫຍ້າສີຂຽວອຸ່ມທຸ່ມ, ແລະ ເດັກນ້ອຍຊົນເຜົ່າລີຊູ,ມີໃບໜ້າແຍ້ມບານຢ່າງມີຄວາມສຸກ ແລະ ແລ່ນຢ່າງເສລີໃນສະໜາມບານເຕະ.

ທ່ານນາງ ເຊຍຊຸນຜີງ ໄດ້ຍື່ນຮ້ອງຂໍຍືດເວລາການສອນໃນໂຮງຮຽນປະຖົມເກີລີ, ນາງຫວັງວ່າຈະສາມາດສືບຕໍ່ເປັນຜູ້ເຊື່ອມສາຍສຳພັນ, ໃຫ້ປະຊາຊົນຜູ້ທີ່ໃສ່ໃຈບານເຕະຈີນ ມາທີ່ນີ້ຫຼາຍຂຶ້ນເພື່ອຊ່ວຍເຫຼືອເດັກນ້ອຍຢູ່ເຂດພູດອຍ.