ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽກ​ຮ້ອງ​ໃຫ້ອິນ​ເດຍ​ສືບ​ສວນ ແລະລົງ​ໂທດຜູ້​ກະ​ທຳ​ທ້າ​ທາຍ​ເກາະ​ຜິດ, ຢຸດ​ຕິ​ການ​ທ້າ​ທາຍ!

2020-06-18 17:37:40 |ມາຈາກ: CRI

ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ສົນ​ທະ​ນາ​ກັບ​ທ່ານ​ສ​ຈາຍ​ຊັນ​ກາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ຕອນ​ຄ່ຳ​ວັນ​ທີ 15 ມິ​ຖຸ​ນາ​ນີ້, ໃນ​ໄລ​ຍະ​ທີ່​ສະ​ພາບ​ການ​ຂອງ​ເຂດ​ຮ່ອມ​ພູກາ​ເລ​ວານພວມ​ມີ​ຄວາມ​ໝັ້ນ​ທ່ຽງ, ກອງ​ທັບ​ປ້ອງ​ກັນ​ຊາຍ​ແດນ​ອິນ​ເດຍ​​ໄດ້ຂ້າມ​ຜ່ານ​ເສັ້ນ​ຄວບ​ຄຸມ​ອີກ​ຄັ້ງ​ໜຶ່ງ ແລະ​ເຈດ​ຕະ​ນາ​​ດຳ​ເນີນ​ການ​ທ້າ​ທາຍ​ເກາະ​​ຜິດ, ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ໄດ້​ໂຈມ​ຕີ​ນາຍ​ແລະ​​ພົນທະ​ຫານ​ຈີນ​ທີ່​ໄປ​ປຶກ​ສາ​ແກ້​ໄຂ​ບັນ​ຫາ​ນັ້ນ​ດ້ວຍ​ຄວາມ​ຮຸນ​ແຮງ ແລ້ວ​ເຮັດ​ໃຫ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ເຊິ່ງ​ພາ​ໃຫ້​ມີ​ຄົນ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ. ການ​ກະ​ທຳ​ທີ່​ສ່ຽງ​ໄພ​ຂອງກອງ​ທັບ​ອິນ​ເດຍ​ໄດ້​ລະ​ເມີດ​ສັນ​ຍາ​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນຢ່າງ​ໜັກ​ໜ່ວງ, ໄດ້​ລະ​ເມີດ​ກົດ​ລະ​ບຽບ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ຈີນ​ສະ​ແດງການ​ຕໍ່​ວ່າ​ທັກທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ອິນ​ເດຍ​ອີກ​ຄັ້ງ​ໜຶ່ງ. ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ອິນ​ເດຍ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ​ຢ່າງ​ເຖິງ​ຖອງ, ລົງ​ໂທດ​ຜູ້​ຮັບ​ຜິດ​ຊອບ​ຢ່າງ​ເຂັ້ມ​ງວດ, ຄຸ້ມ​ຄອງກອງ​ທັບ​ແນວ​ໜ້າ​ຢ່າງ​ເຂັ້ມ​ງວດ, ຢຸດ​ຕິ​ການ​ກະ​ທຳ​ທ້າ​ທາຍ​ເກາະ​​ຜິດ​ທຸກ​ຢ່າງ​ໃນ​ທັນ​ທີ. ອິນ​ເດຍບໍ່​ຄວນ​ມີ​ການ​​ວິ​ນິດ​ໄສ​ທີ່​ພິດ​ພາດ​ຕໍ່​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ, ບໍ່​ຄວນເບິ່ງ​ຕ່ຳມາ​ນະ​ຈິດ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕທາງ​ດິນ​ແດນ​ຂອງ​ຈີນ.

ທ່ານ​ສ​ຈາຍ​ຊັນ​ກາ​ກ່າວ​ວ່າ: ອິນ​ເດຍ​ຍິນ​ດີພິ​ຈາ​ລະ​ນາ​​ສະ​ພາບ​ລວມ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຜ່ານ​ການ​ເຈ​ລະ​ຈາໂດຍ​ສັນ​ຕິ​ເພື່ອ​ແກ້​ໄຂ​ຄວາມ​​ຂັດແຍ້ງ​ກັນ​ຢູ່​ເຂດ​ຊາຍ​ແດນ, ຜ່ອນ​ຄາຍ​ສະ​ພາບ​ການ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ. ສອງ​ຝ່າຍ​ເຫັນ​ດີ​ແກ້​ໄຂ​ເຫດ​ການ​ທີ່​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຮ່ອມ​ພູ​ກາ​ເລວານ ແລະ​ຈະ​ອີງ​ຕາມ​ສັນ​ຍາ​​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ເຊັນ​ກັນ​ໃນ​ປັດ​ຈຸ​ບັນ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ.