ລະບຽບການໃໝ່ກ່ຽວກັບການມາຮຽນຈີນ

2020-06-22 17:53:08 |ມາຈາກ: 澜湄趴

ລະດູການຮຽນຈົບປີຫນຶ່ງມີຄັ້ງດຽວມາຮອດອີກແລ້ວ,ນັກສຶກສາລາວທີ່ຮຽນຢູ່ຈີນຈຳນວນບໍ່ໜ້ອຍກໍໄດ້ລົງຮູບພາບຢູ່ເທິງວົງໝູ່ເພື່ອນ (Moments) ໃນວີແຊັດ,ໂດຍສະແດງໃຫ້ເຫັນວ່າຕົນເອງໄດ້ຜ່ານການປ້ອງກັນບົດທາງອອນລາຍຢ່າງລາບລື່ນ,ສິ້ນສຸດຊີວິດການມາສຶກສາຢູ່ປະເທດຈີນທີ່ໄດ້ເກັບກ່ຽວຢ່າງສົມບູນເຕັມພ້ອມ.

ເຈົ້າມັກເວົ້າຕະຫຼອດວ່າການຮຽນຈົບຍັງອີກຍາວໄກ,ແຕ່ວ່າພິບຕາດຽວກໍຕ້ອງໄດ້ແຍກຈາກກັນແລ້ວ.

“ລາກ່ອນໂຮງຮຽນ,ລາກ່ອນຫ້ອງຮຽນ, ລາກ່ອນອາຈານ, ລາກ່ອນໝູ່ນັກຮຽນ,ລາກ່ອນສາວ(ບ່າວ)ທີ່ແອບຮັກ.”

ສົ່ງນັກສຶກສາທີ່ຮຽນຈົບຊຸດນີ້ແລ້ວ,ໂຮງຮຽນກໍໄດ້ຕ້ອນຮັບນັກສຶກສາປີໜຶ່ງຊຸດໃໝ່ອີກ.

ອີງຕາມສະຖິຕິຂອງສະຖານກົງສຸນໃຫຍ່ລາວທີ່ຄຸນໝິງ ສະແດງໃຫ້ເຫັນວ່າ,ໃນສົກຮຽນປີ 2019-2020 ນັກສຶກສາລາວທີ່ຮຽນແລະໃຊ້ຊີວິດຢູ່ແຂວງຢຸນນານມີທັງໝົດ 3320 ຄົນ.ປີມໍ່ໆມານີ້,ຈຳນວນການຮັບນັກສຶກສາຕ່າງປະເທດຂອງສະຖາບັນການສຶກສາຂັ້ນສູງແຫ່ງຕ່າງໆຂອງແຂວງຢຸນນານ,ມີທ່າອ່ຽງເພີ່ມຂຶ້ນຢ່າງຫມັ້ນຄົງຕໍ່ເນື່ອງ.

ມື້ມໍ່ໆມານີ້,ກະຊວງສຶກສາທິການແຫ່ງປະເທດຈີນໄດ້ອອກລະບຽບການໃໝ່ກ່ຽວກັບການມາຮຽນຢູ່ປະເທດຈີນ.ອິງຕາມລະບຽບການ,ພໍ່ແມ່ທັງສອງຝ່າຍ ຫລື ຝ່າຍໃດຝ່າຍໜຶ່ງທີ່ເປັນພົນລະເມືອງຈີນແຕ່ລົງຫຼັກປັກຖານຢູ່ຕ່າງປະເທດ, ນັກສຶກສາທີ່ເກີດແລະມີສັນຊາດຕ່າງປະເທດແລະມີຖານະເປັນນັກສຶກສາຕ່າງປະເທດທີ່ຍື່ນຄຳຮ້ອງເຂົ້າຮຽນຢູ່ສະຖາບັນການສຶກສາຂັ້ນສູງຂອງຈີນ,ຄວນມີບັນທຶກ 2 ປີຂຶ້ນໄປກ່ຽວກັບທີ່ຢູ່ອາໄສຕົວຈິງຢູ່ຕ່າງປະເທດພາຍໃນ 4 ປີ. ແຈ້ງການສະບັບດັ່ງກ່າວຈະເລີ່ມປະຕິບັດແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.

ໝູ່ເພື່ອນຄົນຕ່າງປະເທດຫຼາຍຄົນເບິ່ງລະບຽບການໃໝ່ແລ້ວ,ເປັນກັງວົນວ່າການມາຮຽນຢູ່ຈີນຈະໄດ້ຮັບຜົນກະທົບ. ບໍ່ຕ້ອງເປັນກັງວົນໃຈ,ຫຼານເໝີຍພາ ໄດ້ໄຂຂໍ້ຂ້ອງໃຈບາງບັນຫາກ່ຽວກັບກົດລະບຽບໃໝ່ໃຫ້ແກ່ທຸກຄົນແລ້ວ.

ຈຸດສຳຄັນ:ລະບຽບການໃໝ່ແມ່ນບໍ່ມີຜົນກະທົບຕໍ່ກັບຜູ້ກ່ຽວແລະພໍ່ແມ່ທັງສອງຝ່າຍທີ່ມີສັນຊາດເປັນຄົນຕ່າງປະເທດ,ຫລືຕໍ່ກັບນັກສຶກສາສັນຊາດຕ່າງປະເທດທີ່ເກີດແລະເຕີບໃຫຍ່ຢູ່ຕ່າງປະເທດ.

ເອົາໃຈໃສ່:ນັກຮຽນທີ່ມີປະສົບການຊີວິດ ຫລື ມີພູມຫຼັງເປັນຄອບຄົວຄົນຈີນແລະໃຊ້ຖານະນັກສຶກສາຕ່າງປະເທດສະໝັກເຂົ້າມາຮຽນປະລິນຍາຕີໃນສະຖາບັນການສຶກສາຂັ້ນສູງຂອງຈີນ,ຕ້ອງມີເງື່ອນໄຂດັ່ງນີ້:ໜຶ່ງ, ພໍ່ແມ່ທັງສອງຝ່າຍ ຫລືຝ່າຍໃດຝ່າຍໜຶ່ງທີ່ເປັນພົນລະເມືອງຈີນແຕ່ລົງຫຼັກປັກຖານຢູ່ຕ່າງປະເທດ,ນັກສຶກສາຜູ້ກ່ຽວເວລາເກີດມີສັນຊາດຕ່າງປະເທດ,ບໍ່ໄດ້ມີສັນຊາດຈີນ. ສອງ, ຄວນມີບັນທຶກ 2 ປີຂຶ້ນໄປກ່ຽວກັບທີ່ຢູ່ອາໄສຕົວຈິງຢູ່ຕ່າງປະເທດພາຍໃນ 4 ປີ. ສາມ, ນັບແຕ່ປີ 2021 ເປັນຕົ້ນໄປ,ຄວນມີໜັງສືຜ່ານແດນຕ່າງປະເທດຫລືໜັງສືຢັ້ງຢືນສັນຊາດທີ່ມີຜົນບັງຄັບໃຊ້ 4 ປີຂຶ້ນໄປ.

ທ່ານນາງ ໂຢເມິ້ງຜິງ ຫົວໜ້າ ຝ່າຍວຽກງານປະເທດລາວຂອງສູນຄົ້ນຄວ້າປະເທດໄທ ມະຫາວິທະຍາໄລຢຸນນານກ່າວວ່າ:“ລະບຽບການໃໝ່ເປັນການປັບປຸງລະບຽບການນະໂຍບາຍການມາສຶກສາຢູ່ປະເທດຈີນໃຫ້ສົມບູນຂຶ້ນອີກບາດກ້າວໜຶ່ງ,ຄຸນລັກສະນະການສະໝັກຂອງນັກສຶກສາຕ່າງປະເທດທີ່ເຂັ້ມງວດຂຶ້ນ,ຍິ່ງສະທ້ອນໃຫ້ເຫັນຄວາມສະເໝີພາບທາງດ້ານການສຶກສາ,ແບບນີ້ຈຶ່ງສາມາດຊ່ວຍເຫຼືອນັກສຶກສາຕ່າງປະເທດທີ່ມີຄະແນນຜົນການສຶກສາໂດດເດັ່ນເຂົ້າມາສະຖາບັນການສຶກສາຂັ້ນສູງຂອງຈີນໃຫ້ຫຼາຍຂຶ້ນຢ່າງແທ້ຈິງ.”

ເມື່ອເບິ່ງນະໂຍບາຍຂ້າງເທິງ,ຄົນເຊື້ອສາຍຈີນກໍບໍ່ຕ້ອງກັງວົນໃຈທີ່ຈະໄດ້ຮັບຜົນກະທົບ.ໃນຄວາມຈິງແລ້ວ, ຄຽງຄູ່ກັບການຊຸກຍູ້ການກໍ່ສ້າງ“ໜຶ່ງແລວ ໜຶ່ງເສັ້ນທາງ”ທີ່ໝັ້ນຄົງ, ການຕິດຕໍ່ສື່ສານລະຫວ່າງປະເທດຈີນ ແລະ ປະເທດລາວຍິ່ງແໜ້ນແຟ້ນຂຶ້ນ,ທັງຊຸກຍູ້ການແລກປ່ຽນຮ່ວມມືດ້ານການສຶກສາແລະວັດທະນະທຳຂອງທັງສອງປະເທດ,ສຳລັບນັກສຶກສາເຊື້ອສາຍຈີນກໍມີຄວາມສະດວກບໍ່ໜ້ອຍ.ມະຫາວິທະຍາໄລສ້າງຄູຢຸນນານກໍໄດ້ກໍ່ຕັ້ງທຶນນັກສຶກສາເຊື້ອສາຍຈີນໂດຍສະເພາະ,ໂດຍມຸ່ງໄປທີ່ລູກຫຼານຂອງຄອບຄົວເຊື້ອສາຍຈີນທີ່ຢູ່ຕ່າງປະເທດໃຫ້ມາຮຽນຢູ່ປະເທດຈີນ,ຮຽນພາສາຈີນແລະໃຫ້ການສະໜັບສະໜູນ,ເຮັດໃຫ້ພວກເຂົາມີຊ່ອງທາງການຂໍທຶນການສຶກສາເພິ່ມຂຶ້ນອີກໜຶ່ງຊ່ອງທາງ.

ອີງຕາມການແນະນຳຂອງ ທ້າວ ທັງສຸພາ ລາວທັງ(ຄົນລາວເຊື້ອສາຍຈີນ)ນັກສຶກສາທີ່ຮຽນຈົບໃນປີ 2020 ຂອງ ມະຫາວິທະຍາໄລສ້າງຄູຢຸນນານ,ປັດຈຸບັນການຂໍທຶນຈີນຂອງນັກສຶກສາຕ່າງປະເທດມີການແຂ່ງຂັນສູງຫຼາຍ,6 ປີກ່ອນລາວພາດທຶນລັດຖະບານຈີນ,ໂຊກດີທີ່ສາມາດສະໝັກໄດ້ທຶນນັກສຶກສາເຊື້ອສາຍຈີນທີ່ບໍ່ໄດ້ເສຍຄ່າຮຽນ,ຕອນຮຽນປະລິນຍາໂທກໍໄດ້ຜ່ານຄວາມພະຍາຍາມຂອງຕົນເອງ, ສະໝັກໄດ້ທຶນຄ່າຮຽນຟຣີ ແລະ ອຸດໜູນຄ່າໃຊ້ຈ່າຍດຳລົງຊີວິດ.ທ້າວ ທັງສຸພາ ລາວທັງ ເວົ້າວ່າ“ກໍເປັນຍ້ອນມີທຶນນັກສຶກສາເຊື້ອສາຍຈີນ,ຈຶ່ງໄດ້ເຮັດໃຫ້ຂ້ອຍໄດ້ບັນລຸຄວາມຝັນການມາຮຽນຢູ່ປະເທດຈີນ.”

ເຄັດລັບນ້ອຍໆສຳລັບການໄປສຶກສາຕໍ່ທີ່ປະເທດຈີນ

ໜຶ່ງ, ປັດຈຸບັນນີ້ ນັກສຶກສາລາວທີ່ຢາກມາຮຽນຢູ່ແຂວງຢຸນນານແມ່ນສາມາດຂໍທຶນການສຶກສາປະເພດຕ່າງໆໄດ້ຫຼື ສາມາດມາຮຽນດ້ວຍທຶນຕົນເອງ.ສຳລັບທຶນການສຶກສາຂອງນັກສຶກສາຕ່າງປະເທດໂດຍຕົ້ນຕໍແລ້ວແມ່ນຈະມີ:ທຶນລັດຖະບານຈີນ,ທຶນສະຖາບັນຂົງຈື້,ທຶນອໍານາດກາປົກຄອງແຂວງຢຸນນານແລະທຶນຂອງແຕ່ລະມະຫາວິທະຍາໄລຕ່າງໆ. ທຶນການສຶກສາແຕ່ລະປະເພດແມ່ນຈະມີລະດັບການຊ່ວຍເຫຼືອແລະວິທີການຊ່ວຍເຫຼືອທີ່ແຕກຕ່າງກັນ.

ສອງ, ເດືອນມັງກອນເຖິງເດືອນມີນາຂອງແຕ່ລະປີ,ກະຊວງສຶກສາທິການປະເທດຈີນແລະແຕ່ລະມະຫາວິທະຍາໄລຂອງປະເທດຈີນຈະມີການແຈ້ງຂໍ້ມູນການຮັບສະໝັກທຶນການສຶກສາໂດຍຜ່ານຊ່ອງທາງຕ່າງໆເຊັ່ນ:ເວັບໄຊ,ບັນຊີທາງການວິແຊັດ,ເຫວີຍໂປ(Micro-blog)ແລະອື່ນໆ,ນັກສຶກສາຕ່າງປະເທດແຕ່ລະຄົນກະລຸນາຕິດຕາມຂ່າວຄາວຢ່າງທັນການ.