ຈີນ​ສົ່ງ​ດາວ​ທຽມ​ດວງ​ສຸດ​ທ້າຍ​ຂອງກຸ່ມ​ດາວ​ທຽມ​ເປີຍ​ໂຕວ​ເລກ3ຢ່າງ​ສຳ​ເລັດ​ຜົນ

2020-06-23 17:33:08 |ມາຈາກ: CRI

ເວ​ລາ 9 ໂມງ 43 ນາ​ທີ​ຂອງວັນ​ທີ 23 ມິ​ຖຸ​ນາ​ນີ້, ຈີນໄດ້​ສົ່ງ​ດາວ​ທຽມ​ນຳ​ທາງ​ດວງ​ທີ 55 ຂອງ​ລະ​ບົບ​ເປີຍ​ໂຕວ​ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ສາງ​ເຈີ່ງ​ເລກ 3 B ຈາກ​ຖານ​ສົ່ງ​ດາວ​ທຽມ​ຊີ່​ຊ່າງຢ່າງ​ສຳ​ເລັດ​ຜົນ​ເຊິ່ງ​ເປັນ​ດາວ​ທຽມ​ທີ່ສ້າງ​ຕາ​ໜ່າງ​ໃນ​ກຸ່ມດາວ​ທຽມ​ເປີຍ​ໂຕວ​ເລກ 3 ດວງ​ສຸດ​ທ້າຍ. ມາ​ຮອດ​ນີ້, ການ​ສ້າງ​ລະ​ບົບ​ນຳ​ທາງ​​ດ້ວຍດາວ​ທຽມ​ໃນ​ກຸ່ມ​ດາວ​ທຽມ​ເປີຍ​ໂຕວ​ເລກ 3 ໄດ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ກ່ອນ​ແຜນ​ການ​ທີ່​ກຳ​ນົດ​ໄວ້ເຄິ່ງ​ປີ.

ປັດ​ຈຸ​ບັນ, ມີ​ຫຼາຍກວ່າ 50% ​ຂອງ​ປະ​ເທດໃນ​ໂລກ​ລ້ວນ​ແຕ່​ໄດ້​ເລີ່ມ​​ນຳໃຊ້​ລະ​ບົບ​ເປີຍ​ໂຕວ. ​ໃນ​ຕໍ່​ໜ້າ, ລະ​ບົບ​ເປີຍ​ໂຕວ​ຂອງ​ຈີນ​ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ນຳ​ທາງ​ດ້ວຍດາວ​ທຽມ​ຂອງ​ສາ​ກົນ​ຢ່າງ​ຕໍ່​ເນື່ອງ, ຊຸກ​ຍູ້​ການ​ນຳ​ໃຊ້​​ໃນຫຼາຍ​ລະ​ບົບຮ່ວມ​ກັນ, ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ສາ​ກົນ, ຊຸກ​ຍູ້​ການ​ນຳ​ໃຊ້​ລະ​ບົບ​ເປີຍ​ໂຕວ​ຢູ່​ຕ່າງ​ປະ​ເທດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຊາວ​ໂລກ, ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ​ຫຼ້າ​ສຸດ​ຂອງ​ລະ​ບົບ​ເປີຍ​ໂຕວ.