ຈີນ​ຍິນ​ດີ​ຮ່ວມ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ

2020-06-23 17:35:18 |ມາຈາກ: CRI

ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ສະ​ຫະ​ພາບ​ເອີ​ຣົບ​ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້​ໃນ​ຮູບ​ແບບ​ຜ່ານ​ວິ​ດີ​ໂອ. ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ , ທ່ານ​ຊາ​​ເລ​ສ ມີ​ແຊເອີ​ຣົບ ແລະ ທ່ານ​ເອີ​ຊູ​ລາ ​ວັນ ເດີ ເລ​ເຢນ ປະ​ທ​ານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ໃນກອງ​ປະ​ຊຸມ ເຊິ່ງ​ແມ່ນ​ການ​ພົບ​ປະ​ທາງ​ການ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຜູ້​ນຳ​ຈີນ​ແລະ​ຜູ້​ນຳ​ສະ​ຫະ​ພາບ​ເອີ​ຣົບ​ຊຸດ​ໃໝ່.

ໃນ​ການ​ພົບ​ປະ​ທີ່​ຈັດ​ຂຶ້ນ​ຕາມຫຼັງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ, ຈີນ ແລະ ສະ​ຫະ​ພາບ​ເອີ​ຣົບ​ຕ້ອງ​ເປັນ​ສອງ​ກຳ​ລັງ​ຕົ້ນ​ຕໍໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ເປັນ​ສອງ​ຕະຫຼາດ​ໃຫຍ່​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ. ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ຄືນໃໝ່​ ຕາມຫຼັກ​ວິ​ທະ​ຍາ​ສາດ, ຮັກ​ສາ​ຄວາມ​ສະ​ໝ່ຳ​ສະ​ເໝີ ແລະ ຄວາມ​​ສະ​ດວກ​ໃຫ້​ແກ່ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທົ່ວ​ໂລກ, ຄວນ​ຮັກ​ສາ​ການ​ເປີດ​ຕະຫຼາດ​ເຊິ່ງ​ກັນ​ແລະ​ກັນ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ຍິນ​ດີ​ຮ່ວມ​ກັບ​ສ​ະ​ຫະ​ພາບ​ເອີ​ຣົບ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ ແລະ ການ​ຮ່ວມ​ມື​ກັນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສຳ​ຄັນ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມືໃນ​ການ​​ບໍ​ລິ​ຫານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳດ້ານ​ສາ​ທາ​ລະ​ນະ​ສຸກຂອງມວນ​ມະ​ນຸດ.

ທ່ານ​ຊາ​ເລ​ສ ມີ​ແຊນ ແລະ ທ່ານ​ເອີ​ຊູ​ລາ ວັນ ເດີ ເລ​ເຢນກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ທາງ​ຍຸດ​ທະ​ສາດ​ກັບ​ຈີນ​ຢ່າງ​ເປີດ​ອົກ​ເປີດ​ໃຈ; ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ ແລະ ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ, ເປີ​ດກວ້າງ​ຂະ​ໜາດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ, ບັນ​ລຸ​ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ລົງ​ທຶນ​​ລະ​ຫວ່າງສະ​ຫະ​ພາບ​ເອີ​ຣົບ-ຈີນ​ໂດຍ​ໄວ, ​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຄືນ.