ຂະແໜງການໃຫມ່ຂອງກິ່ງແຂວງຕີຊີງ--ເຫລົ້າແວງນ້ຳກ້ອນ (Ice wine)

2020-06-24 19:28:04 |ມາຈາກ: Yunnan Gateway

ມາຮອດຮ່ອມແມ່ນ້ຳລ້າພູ ເມືອງວຸຍຊີ ກິ່ງແຂວງຕີຊິງ ແຂວງຢຸນນານ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອຂອງແຂວງຢຸນນານ, ການຊີມລົດຊາດເຫລົ້າແວງນ້ຳກ້ອນ (Ice wine, ເຫລົ້າແວງຫວານຊະນິດໜຶ່ງ) ຈອກໜຶ່ງກຳລັງກາຍເປັນໂຄງການສຳຜັດການທ່ອງທ່ຽວທີ່ມີລັກສະນະພິເສດ.

ເມືອງວຸຍຊີ ມີຮ່ອມແມ່ນ້ຳແບບຮ້ອນແຫ້ງ (dry-hot valleys) ຫຼາຍ, ຄວາມແຕກຕ່າງ ແລະ ການປ່ຽນແປງ ຂອງອຸນຫະພູມໃນກາງເວັນ ແລະ ກາງຄືນມີຫຼາຍ, ເໝາະສົມກັບການເຕີບໃຫຍ່ຂອງໝາກອະງຸ່ນ, ຮ່ອມແມ່ນ້ຳລ້າພູ ແມ່ນເຂດປູກຕົ້ນອະງຸ່ນທີ່ນຳໃຊ້ເຮັດເຫລົ້າແວງທີ່ດີທີ່ສຸດ,ໃນຊຸມປີມໍ່ໆມານີ້, ເມືອງວຸຍຊີ ໄດ້ພັດທະນາຂະແໜງການເຫຼົ້າແວງຢ່າງແຂງແຮງ, ແລະ ເມືອງວຸຍຊີໂດຍອາໄສສະຖານທີ່ປູກໝາກອະງຸ່ນທີ່ມີລັກສະນະ ແລະ ໂຮງງານເຫຼົ້າແວງເປັນຈຸດເດັ່ນ,ສົມທົບກັບທັດສະນີຍະພາບຂອງວັດທະນະທຳ ແລະ ມະນຸດ, ບັນລຸການພັດທະນາແບບປະສານກັນຂອງຂະແໜງການ, ຜະລິດຕະພັນ, ວັດທະນະທຳ ແລະ ການທ່ອງທ່ຽວ.

ປັດຈຸບັນນີ້, ການປູກໝາກອະງຸ່ນນ້ຳກ້ອນມີຫລາຍກ່ວາ 350 ເຮັກຕາໃນເມືອງວຸຍຊີ, ແລະຄຸນນະພາບຂອງໝາກອະງຸ່ນນ້ຳກ້ອນແມ່ນສູງ. ເຫລົ້າແວງນ້ຳກ້ອນລະດັບສູງຈອກໜຶ່ງທີ່ ຜະລິດຈາກໂຮງງານເຫຼົ້າແວງຮ່ອມແມ່ນ້ຳລ້າພູສາມາດຂາຍໄດ້ຫລາຍພັນຢວນ.

ໂຮງງານເຫຼົ້າແຫ່ງນີ້ໄດ້ຮ່ວມມືກັບຊາວບ້ານ,ນຳພາຊາວບ້ານ 500 ກວ່າຄອບຄົວທີ່ຢູ່ໃກ້ຄຽງມາປູກຕົ້ນອະງຸ່ນ.ໂຮງງານເຫຼົ້າໄດ້ສະໜອງເບ້ຍອະງຸ່ນ ແລະ ເຕັກໂນໂລຢີ, ຊາວບ້ານ ຫວາງຝູ້ຊຽງ ທີ່ມີອາຍຸ 53 ປີ,ລາວແມ່ນປະຊາຊົນຜູ້ທີ່ປູກຕົ້ນອະງຸ່ນກ່ອນໝູ່ໃນບ້ານແຫ່ງນີ້, ເຮືອນຂອງລາວໄດ້ປູກຕົ້ນອະງຸ່ນ 0.27 ເຮັດຕາ, ລາຍໄດ້ປະຈຳປີຂອງລາວ ຫຼາຍກ່ວາ 20.000 ຢວນ (25.500.000ກີບ),ລາວຍັງເຮັດວຽກຢູ່ໂຮງງານເຫຼົ້າ, ລາຍໄດ້ປະຈຳປີມີຫຼາຍກ່ວາ 30.000 ຢວນ (3.820.000ກີບ). ທ່ານ ຫວາງຝູ້ຊຽງ ເວົ້າວ່າ,ຊີວິດນັບມື້ນັບດີຂຶ້ນຫຼາຍແລ້ວ.