ແຂວງຢຸນນານໄດ້ພິມແລະແຈກຢາຍ“ແຜນການດຳເນີນງານກໍ່ສ້າງຂອງແຂວງຢຸນນານໃນການຮັບໃຊ້ແລະຮວມຕົວເຂົ້າກັບການກໍ່ສ້າງແລວທາງເສດຖະກິດລາວ-ຈີນ(ປີ2020—2025)ບົດອະທິບາຍພາລະໜ້າທີ່”

2020-06-28 17:07:00 |ມາຈາກ: 澜湄趴

ມື້ມໍ່ໆມານີ້,ຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຢຸນນານ ໄດ້ພິມແລະແຈກຢາຍ“ແຜນການດຳເນີນງານກໍ່ສ້າງຂອງແຂວງຢຸນນານໃນການຮັບໃຊ້ແລະຮວມຕົວເຂົ້າກັບການກໍ່ສ້າງແລວທາງເສດຖະກິດລາວ-ຈີນ(ປີ2020—2025)ບົດອະທິບາຍພາລະໜ້າທີ່”(ຕໍ່ໄປນີ້ຈະເອີ້ນຫຍໍ້ວ່າ“ແຜນການ”)ໄດ້ສະແດງໃຫ້ເຫັນວ່າ,ໂດຍຈະອາໄສການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນແລະທາງຫຼວງຄຸນໝິງ-ບາງກອກເປັນຈຸດສຳຄັນ,ເພື່ອປະກອບສ້າງເປັນເສັ້ນເລືອດແດງໃຫຍ່ຂອງການຄົມມະນາຄົມໃນການເຊື່ອມຕໍ່ນະຄອນຄຸນຫມິງ,ນະຄອນຢູ້ຊີ,ນະຄອນພູເອີ,ເມືອງຫຼ້າແລະບໍ່ຫານຂອງປະເທດຈີນກັບບັນດາເມືອງເຊັ່ນບໍ່ເຕັນ,ຫຼວງນ້ຳທາ,ອຸດົມໄຊ,ຫຼວງພະບາງຈົນຮອດນະຄອນຫຼວງວຽງຈັນຂອງປະເທດລາວ.ຜ່ານການເຊື່ອມຈອດຂອງເສັ້ນທາງລົດໄຟ, ເສັ້ນທາງຫຼວງແລະ ເສັ້ນທາງທາງນ້ຳ ຊັກຈູງການຈັດວາງຂະແໜງການຕ່າງໆໄປສູ່ເສັ້ນທາງທີ່ລຽບຕາມແລວທາງເສດຖະກິດລາວ-ຈີນ,ສອງຝ່າຍປະເທດລາວແລະແຂວງຢຸນນານຮ່ວມກັນຊຸກຍູ້ການກໍ່ສ້າງເຂດນິຄົມອຸດສາຫະກຳທີ່ສຳຄັນຈຳນວນໜຶ່ງ ແລະເຂດສາທິດການຮ່ວມມືດ້ານການທ່ອງທ່ຽວ.

“ແຜນການ”ໄດ້ດຳເນີນການຈັດວາງໃນ 7 ຂົງເຂດຄື:ການເຊື່ອມໂຍງແລະເຊື່ອມຈອດກັນ,ກະສິກຳປ່າໄມ້-ການປະມົງແລະການລ້ຽງສັດ,ເສດຖະກິດການຄ້າແລະຄວາມສາມາດໃນການຜະລິດ,ວັດທະນະທຳແລະການທ່ອງທ່ຽວ,ການສຶກສາແລະວິທະຍາສາດເຕັກໂນໂລຊີ,ການປົກປັກຮັກສາສິ່ງແວດລ້ອມນິເວດ,ແລະການລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.ໃນນັ້ນ,ຊຸກຍູ້ຢ່າງຕັ້ງໜ້າຕໍ່ວຽກງານຮັບປະກັນການກໍ່ສ້າງຕອນທາງຂ້າມຊາຍແດນຂອງເສັ້ນທາງລົດໄຟລາວ-ຈີນ,ຊຸກຍູ້ຢ່າງຈິງຈັງຕໍ່ໂຄງການກໍ່ສ້າງໄລຍະທີໜຶ່ງຂອງເສັ້ນທາງດ່ວນແຕ່ວຽງຈັນຫາບໍ່ຫານ(ຕອນທາງ ວຽງຈັນ-ວັງວຽງ),ແລະໂຄງການການກໍ່ສ້າງທາງດ່ວນແຕ່ບໍ່ເຕັນຫາຫ້ວຍຊາຍ.ສືບຕໍ່ຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້ານ້ຳຕົກລະຫວ່າງລາວ-ຢຸນນານ,ພັດທະນາແຫຼ່ງພະລັງງານສະອາດຢ່າງຫ້າວຫັນ,ຊຸກຍູ້ວິສາຫະກິດຂອງແຂວງຢຸນນານແລະຂອງປະເທດຈີນຮ່ວມມືກັບປະເທດລາວພັດທະນາພະລັງງານສີຂຽວເປັນຕົ້ນແມ່ນພະລັງງານແສງອາທິດແລະພະລັງງານຊີວະພາບ.

01 ສົ່ງເສີມວິສາຫະກິດທີ່ຂຶ້ນກັບແຂວງເພື່ອປູກພືດເສດຖະ ກິດທີ່ມີລັກສະນະພິເສດໃນປະເທດລາວ

ໃນດ້ານການຮ່ວມມືກະສິກຳ,“ແຜນການ”ສົ່ງເສີມໃຫ້ວິສາຫະກິດທີ່ຂຶ້ນກັບແຂວງຢຸນນານພັດທະນາການປູກພືດເສດຖະກິດທີ່ມີລັກສະນະພິເສດໃນປະເທດລາວໂດຍຜ່ານວິທີການສາທິດການປູກ,ການຊຸກຍູ້ໃບສັ່ງຈອງ,ການເຜີຍແຜ່ວິທະຍາສາດເຕັກໂນໂລຊີແລະອື່ນໆ;ວິສາຫະກິດແຖວໜ້າທີ່ຜະລິດຜະລິດຕະພັນທາງນ້ຳໃນທົ່ວແຂວງໃຫ້ກໍ່ສ້າງຟາມຂະຫຍາຍແນວພັນຜະລິດຕະພັນທາງນ້ຳ,ຖານເພາະພັນແລະຖານປຸງແຕ່ງສະໜັບສະໜຸນວິສາຫະກິດຂອງແຂວງຢຸນນານກໍ່ສ້າງເຂດສາທິດກະສິກຳທັນສະໄໝໃນປະເທດລາວພັດທະນາການຮ່ວມມືກ່ຽວກັບການຢັ້ງຢືນການກໍ່ສ້າງຍີ່ຫໍ້ກະສິກຳ ແລະມາດຕະຖານກະສິກຳທີ່ດີ(GAP)ລະຫວ່າງຢຸນນານແລະລາວ;ຜະລິດສິນຄ້າກະສິກຳຄຸນນະພາບສູງທີ່ບໍ່ເປັນພິດໄພກັບສິ່ງແວດລ້ອມ,ຜະລິດຕະພັນອາຫານສີຂຽວ,ຜະລິດຕະພັນອາຫານອິນຊີແລະຜະລິດຕະພັນກະສິກຳທີ່ເປັນສັນຍະລັກທາງດ້ານພູມສາດ.

02 ຮ່ວມກັນກໍ່ສ້າງຖານການຈໍລະຈອນຂົນສົ່ງສິນຄ້າໃນຮູບແບບສາງມ້ຽນເຄື່ອງລະຫວ່າງລາວ-ຢຸນນານ

ໂດຍອາໄສເສັ້ນທາງລົດໄຟລາວ-ຈີນ,ເສັ້ນທາງຫຼວງຄຸນໝິງ-ບາງກອກແລະທາງດ່ວນຂອງສອງຊາດລາວ-ຈີນ,ຕາໜ່າງທາງຫຼວງແລະເສັ້ນທາງການເດີນເຮືອສາກົນຕາມລ່ອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ,ເພື່ອຈັດວາງການກໍ່ສ້າງເຂດຮ່ວມມືຂະແໜງການທີ່ກ່ຽວຂ້ອງເຊັ່ນ:ການຜະລິດແລະການປຸງແຕ່ງ,ຂະແໜງການບໍ່ແຮ່ແລະພະລັງງານໄຟຟ້າ ໃນຕົວເມືອງທີ່ມີຈຸດເຊື່ອມຕໍ່ທີ່ສຳຄັນ.

ເລັ່ງລັດຊຸກຍູ້ເຂດກໍ່ສ້າງຕ່າງໆເຊັ່ນ:ເຂດທົດລອງພັດທະນາເປີດກວ້າງທີ່ສຳຄັນ ເມືອງຫຼ້າ(ບໍ່ຫານ),ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນແລະສວນການຄ້າການຈໍລະຈອນຂົນສົ່ງຂ້າມຊາຍແດນສຳລັບສິນຄ້າກະສິກຳທີ່ມີລັກສະນະພິເສດ; ສຳຫຼວດຫາທາງກໍ່ສ້າງເຂດການຮ່ວມມືເສດຖະກິດຊາຍແດນຂອງດ່ານເມືອງຄຳປະເທດຈີນ ແລະ ດ່ານລານຕຸຍປະເທດລາວ,ຮ່ວມກັນກໍ່ສ້າງຖານການຈໍລະຈອນຂົນສົ່ງສິນຄ້າໃນຮູບແບບສາງລະຫວ່າງລາວ-ຢຸນນານ,ຫ້າວຫັນຍາດແຍ່ງກໍ່ສ້າງເຂດປອດພາສີແບບສັງລວມ,ກໍ່ສ້າງເວທີການຂົນສົ່ງໂລຈິສຕິກທີ່ສະດວກໂລ່ງລ່ຽນແບບຄົບວົງຈອນ.

03 ສຳຫຼວດຫາທາງພັດທະນາເສັ້ນທາງຜະລິດຕະພັນທ່ອງທ່ຽວທາງບົກຂ້າມຊາຍແດນ

“ແຜນການ”ຊີ້ໃຫ້ເຫັນວ່າ,ສອງຝ່າຍລາວ-ຢຸນນານຈະປັບປຸງການກໍ່ສ້າງພື້ນຖານໂຄງລ່າງການທ່ອງທ່ຽວໃຫ້ດີຂຶ້ນ,ກໍ່ສ້າງກົນໄກການປຶກສາຫາລືຮັບປະກັນຄວາມປອດໄພແລະການບໍລິການໃນການທ່ອງທ່ຽວ,ເພີ່ມທະວີການກໍ່ສ້າງປ້າຍເຄື່ອງໝາຍທີ່ເປັນສອງພາສາລາວ-ຈີນໃນການບໍລິການການທ່ອງທ່ຽວ.ສຳຫຼວດຫາຊ່ອງທາງພັດທະນາເສັ້ນທາງຜະລິດຕະພັນທ່ອງທ່ຽວທາງບົກຂ້າມຊາຍແດນ,ຊຸກຍູ້ການກໍ່ສ້າງໂຄງລ່າງການຕ້ອນຮັບແລະຈຸດຊົມທັດສະນີຍະພາບທີ່ຢູ່ລຽບຕາມເສັ້ນທາງແຕ່ບໍ່ເຕັນຫາຫ້ວຍຊາຍ,ກໍ່ສ້າງເສັ້ນທາງການຂັບລົດທ່ອງທ່ຽວເອງໂດຍປາສະຈາກອຸປະສັກ.

ເພີ່ມທະວີການຮ່ວມມືດ້ານການສຶກສາວິຊາຊີບລະຫວ່າງລາວ-ຢຸນນານ,ຢູ່ລຽບຕາມແລວທາງເສດຖະກິດກໍ່ສ້າງໂຮງຮຽນສຶກສາພື້ນຖານແລະໂຮງຮຽນເຕັກນິກວິຊາຊີບຂັ້ນສູງທີ່ອ່ວຍໜ້າໃສ່ນັກຮຽນລາວ 1 ຫາ 3 ແຫ່ງ.

ສົ່ງເສີມພາກສ່ວນຮັບຜິດຊອບວິທະຍາສາດເຕັກໂນໂລຊີແລະວິສາຫະກິດທີ່ກ່ຽວຂ້ອງຂອງລາວ-ຢຸນນານເປີດການຮ່ວມມືວິທະຍາສາດເຕັກໂນໂລຊີປະດິດສ້າງໃໝ່,ການຮ່ວມມືການຖ່າຍໂອນເຕັກນິກ,ຮ່ວມກັນກໍ່ສ້າງຫ້ອງທົດລອງ,ສວນສາທິດວິທະຍາສາດເຕັກໂນໂລຊີ,ຮ່ວມກັນຈັດງານຝຶກອົບຮົມບຸກຄະລາກອນດ້ານວິທະຍາສາດເຕັກໂນໂລຊີ.

04 ສືບຕໍ່ສະໜອງການຊ່ວຍເຫຼືອປະເທດລາວໃນດ້ານການ ສຶກສາ,ດ້ານສາທາລະນະສຸກ ແລະອື່ນໆ

ໃນດ້ານການລົບລ້າງຄວາມທຸກຍາກໃນການດຳລົງຊີວິດຂອງປະຊາຊົນ,ສືບຕໍ່ຊຸກຍູ້ໂຄງການເຄືອຂ່າຍໂທລະພາບດີຈີຕອນໃນທົ່ວປະເທດຂອງລາວ,ແລະປະເທດຈີນຍັງຊ່ວຍເຫຼືອໜຶ່ງຮ້ອຍບ້ານໃນລາວໃນໂຄງການວິສະວະກຳໂທລະພາບດີຈີຕອນ.

ເສີມຂະຫຍາຍການກໍ່ສ້າງພື້ນຖານການສຶກສາໃຫ້ກັບເດັກນ້ອຍແລະໄວໜຸ່ມທີ່ທຸກຍາກໃນລາວ,ແລະຊ່ວຍເຫຼືອກຳລັງແຮງໃນດ້ານການສຶກສາເຕັກນິກວິຊາຊີບໃຫ້ກັບແຮງງານທີ່ທຸກຍາກ,ຍົກສູງຄວາມສາມາດການໄດ້ວຽກເຮັດງານທຳຂອງປະຊາຊົນຜູ້ທຸກຍາກ.

ສອງຝ່າຍລາວ-ຢຸນນານຮ່ວມກັນເປີດໂຮງໝໍ,ສະໜອງການບໍລິການການແພດຫຼາຍຂັ້ນໃຫ້ແກ່ປະຊາຊົນລາວ.ເພີ່ມທະວີການຮ່ວມມືວຽກງານການກວດກາດ້ານສາທາລະນະສຸກຊາຍແດນ,ຮ່ວມກັນປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຂ້າມຊາຍແດນ.

ກໍ່ຕັ້ງໂຄງການຊ່ວຍເຫຼືອເພື່ອຫຼຸດພົ້ນຈາກຄວາມທຸກຍາກຫຼາຍຮູບແບບ,ກໍ່ສ້າງກົນໄກການຝຶກອົບຮົມຮ່ວມມື,ເພີ່ມການລົງທຶນເງີນທຶນໃນການຝຶກອົບຮົມ,ເປີດການຝຶກອົບຮົມທັກສະຫຼາຍຮູບແບບ,ຍົກລະດັບຄວາມສາມາດການໄດ້ວຽກເຮັດງານທຳຂອງປະຊາຊົນຜູ້ທຸກຍາກຂອງລາວ.

05 ສ້າງຕັ້ງສູນສົ່ງເສີມການລົງທຶນລາວ-ຢຸນນານຈີນ

“ແຜນການ”ຊີ້ອອກວ່າ,ສ້າງຕັ້ງສູນສົ່ງເສີມການລົງທຶນລາວ-ຢຸນນານຈີນ,ສ້າງ“ລາຍການແຜນການ”ທີ່ເປັນການເຄື່ອນໄຫວຮ່ວມມືແລະບູລິມະສິດໃນການຄ້າແລະການລົງທຶນຂອງແຂວງຢຸນນານແລະລາວ,ສົ່ງເສີມການຮ່ວມມືດ້ານການລົງທຶນວິສະຫະກິດຂອງແຂວງຢຸນນານແລະປະເທດລາວ.