5 ມາດຕະການໃຫຍ່ຂອງຈີນກ່ຽວກັບການເປີດປະຕູສູ່ພາຍນອກທີ່ທ່ານສີຈິ້ນຜິງປະກາດໃນ 1 ປີກ່ອນນັ້ນໄດ້ຮັບການຈັດຕັ້ງປະຕິບັດໃຫ້​ເປັນ​ຮູບ​ປະ​ທຳ

2020-06-30 18:20:08 |ມາຈາກ: CRI

ວັນທີ 28 ມິຖຸນາປີ 2019, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ຄັ້ງທີ 14 ທີ່ໄດ້ຈັດຂຶ້ນຢູ່ນະຄອນໂອຊະກາປະເທດຍີ່ປຸ່ນແລະໄດ້ປະກອບຄຳເຫັນສຳຄັນທີ່ມີຫົວຂໍ້ວ່າ: “ຮ່ວມມືກັນກ້າວເດີນໄປໜ້າ, ຮ່ວມກັນສ້າງເສດຖະກິດໂລກທີ່ ມີຄຸນນະພາບສູງ” ໂດຍໄດ້ປະກາດວ່າ: ຈີນຈະໃຊ້ 5ມາດຕະການໃຫຍ່ກ່ຽວກັບການເປີດປະຕູສູ່ພາຍນອກຕື່ມອີກຄື: ເປີດ​ກວ້າງຕະຫຼາດຕື່ມອີກ, ເປີດກວ້າງການນຳເຂົ້າຢ່າງເປັນເຈົ້າການ, ສືບຕໍ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ,ປະຕິບັດມາດຕະການໃຫ້​ສິດ​ເທົ່າ​ທຽມ​ກັນຢ່າງຮອບ ດ້ານ, ອອກແຮງຊຸກຍູ້ການເຈລະຈາດ້ານເສດຖະກິດການຄ້າ.

ຫຼັງຈາກນັ້ນ1ປີ, ໃນສະພາບການທີ່ເສດຖະກິດໂລກຊຸດໂຊມລົງພ້ອມກັນ ແລະການແຜ່ລະບາດຂອງພະຍາດໂຄວິດ-19ມີສະພາບການທີ່​ຍັງຂ້ຽວຂາດຄືເກົ່າ, 5ມາດຕະການໃຫຍ່ດັ່ງກ່າວໄດ້ຮັບການຈັດຕັ້ງ​ປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຕາມ​ລຳ​ດັບ, ຈີນໄດ້ປະຕິບັດ​ຕາມຄຳໝັ້ນສັນຍາຂອງຕົນ​ຢ່າງ​ແທ້ຈິງແລ້ວ!

​ໃນ​ໜຶ່ງ​ປີຜ່ານມາ ຈີນ​​ໄດ້ເລັ່ງລັດ​ບາດ​ກ້າວ​ໃນ​ການເປີດ​ກວ້າງຕະຫຼາດ​ໃຫ້​ໄວ​ຂື້ນ​ຢ່າງ​ຕໍ່​ເນື່ອງ

ຫຼັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ໂອ​ຊະ​ກາ​ບໍ່​ເທົ່າ​ໃດ​ມື້, ຈີນ​ກໍ​ໄດ້​ເຜີຍ​ແຜ່​ບັນ​ຊີ​ດ້ານລົບ​ສຳລັບ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ​, ​ແລະ ບັນຊີ​ດ້ານລົບ​ສຳລັບ​​ການ​ລົງ​ທຶນ​ຂອງ​ຕ່າງປະ​ເທດ​ຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີສະບັບ​ປີ 2019. ວັນ​ທີ 24 ມິຖຸນາ​ປີ​ນີ້, ຈີນ​ກໍ​ໄດ້​ປະກາດ​ບັນຊີ​ດ້ານ​ລົບ​ 2 ສະບັບ​​ດັ່ງ​ກ່າວສຳ​ລັບປີ 2020, ​ເຊິ່ງ​ໄດ້​ຍົກ​ສູງ​ລະດັບ​ການ​ເປີດ​ກວ້າງ​ຂອງ​ຂະ​ແໜງ​ການ​ບໍລິການ, ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ການ​ຜະລິດ, ​ແລະ​ຂົງ​ເຂດ​ກະສິກຳ​ຕື່ມ​ອີກ. ພ້ອມ​ກັນ​ນັ້ນ, ການ​ສ້າງສເຂດ​ທົດ​ລອງ​ການ​ຄ້າ​ເສລີ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຮ້ອນ.

ໜຶ່ງ​ປີຜ່ານມາ, ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ​ທີ່​ເປັນ​ເຈົ້າ​ການ​ເປີດ​ກວ້າງ​ການ​ນຳ​ເຂົ້າກໍ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ເລີ່​ມ​ແຕ່​ວັນ​ທີ 1 ມັງກອນ​ປີ 2020​ເປັນ​ຕົ້ນ​ໄປ, ຈີນ​ໄດ້​ປັບ​ຫຼຸດ​ພາສີ​ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈຳນວນ​ໜຶ່ງ, ​ໂດຍ​​ໄດ້ປະຕິບັດ​ອັດຕາ​ພາສີ​​ຊົ່ວຄາວ​ຕໍ່​ສິນຄ້າ​ນຳ​ເຂົ້າ 850 ກວ່າ​ຢ່າງ ດ້ວຍ​ອັດຕາ​ພາສີ​ທີ່​ຕໍ່າ​ກວ່າ​ອັດຕາ​ພາສີສຳລັບປະ​ເທດ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ​​ນີ້ໄດ້ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຫຼາຍ​ຂົງ​ເຂດ​ທີ່​ພົວພັນ​ເຖິງ​ເສດຖະກິດ​​ແຫ່ງ​ຊາດ ​ແລະຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ໃນໜຶ່ງ​ປີ​ຜ່ານ​ມາ,ຈີນ​ໄດ້​​ສືບ​ຕໍ່ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ​ຢ່າງ​ໜັກແໜ້ນ​ບໍ່​ປ່ຽນ​ແປງ

ວັນ​ທີ1ມັງ​ກອນ​ປີ2020, ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຂອງ​ສ​ປ ຈີນ​ພ້ອມ​ດ້ວຍ​ກົດ​ລະ​ບຽບ​ວ່າ​ດ້ວຍ​ການ​ປະ​ຕິ​ບັດກົດ​ໝາຍ​ດັ່ງ​ກ່າວໄດ້​ຮັບ​ການ​ປະ​ຕິ​ບັດຢ່າງ​ເປັນ​ທາງ​ການ ເຊິ່ງ​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ມີ​ລະ​ດັບ​ສູງກວ່າ​ເກົ່າ. ​ບົດ​ລາຍ​ງານ​ສະ​ພາບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ໂລກ​ປີ 2020 ຂອງທະ​ນາ​ຄານ​ໂລກ​ໄດ້ລະ​ບຸ​ວ່າ: ​ໃນ​ການ​ຈັດ​ອັນ​ດັບ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງທັງ​ໝົດ 190 ກຸ່ມ​ເສດ​ຖະ​ກິດ, ຈີນ​ຖືກ​ຈັດ​ໃຫ້ຢູ່​ໃນ​ອັນ​ດັບ​ທີ 31 ເຊິ່ງ​ໄດ້​ຖືກຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ​ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ​ທີ່​ຢູ່​ໃນ​ອັນ​ດັບ​ທີ 46.

ໃນໜຶ່ງ​ປີ​ຜ່ານມາ, ຈີນ​ບໍ່​ເຄີຍ​ລົດ​ລະ​ໃນ​ການ​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ສິດ​ເທົ່າ​ທຽມ​ກັນ​ຢ່າງ​ຮອບ​ດ້ານ

ຕົ້ນ​ປີ2020, ຈີນ​ໄດ້​ປະ​ກາດ​ກົດ​ລະ​ບຽບ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ກົດ​ ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ໂດຍ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ: ລັດ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຄວນ​ປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ພາຍ​ໃນຢ່າງສະເໝີພາບກັນ. ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ປີ2020ນີ້, ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ໄດ້​ລົງ​ທຶນກວາດ​ຊື້​ວິ​ສາ​ຫະ​ກິດ​ຢູ່​ຈີນໃນ​ມູນ​ຄ່າ​ເຖິງ9ຕື້​ໂດ​ລາ​ສະ​ຫະ​ລັດ, ນີ້ເປັນ​ຄັ້ງທຳ​ອິດ​ທີ່​ມູນຄ່າການກວາດຊື້ຫຼາຍກວ່າ​ມູນ​ຄ່າ​​​ການລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຈີນ​ທີ່ກວາດ​ຊື້​ວິ​ສາ​ຫະ​ກິດ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 10ປີ​ຜ່ານ​ມາ.

ໃນ​ໜຶ່ງ​ປີ​ຜ່ານ​ມາ,ຈີນ​​ໄດ້ອອກ​ແຮງ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

ເດືອນ​ພະ​ຈິກ​ປີ2019, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEPໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ, 15ປະ​ເທດ​ສະ​ມາ​ຊິກ​ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເອ​ກະ​ສານທັງ​ໝົດ​ແລະ​ການ​​ເຈ​ລະ​ຈາ​​ທັງ​ໝົດກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ເຂົ້າ​ເຖິງ​ຕະຫຼາດ​ຢ່າງເປັນຮູບປະທຳ. ເດືອນ​ມິ​ຖຸ​ນາ​ປີນີ້, ກອງ​ປະ​ຊຸມ​ລະ​ດັ​ບ​ລັດ​ຖະ​ມົນ​ຕີRCEPທາງວິ​ດີ​ໂອ​ໄດ້​ຈັດຂຶ້ນ, ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຕົກ​ລົງ​ວ່າຈະສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ລົງ​ນາມ​ໃນ​ສັນ​ຍາ​ພາຍ​ໃນ​ປີ​ນີ້.

ໃນ​ກອງ​ປະ​ຊຸມ​​ຜູ້​ນຳ​ຈີນ-ເອີ​ຣົບ​ຄັ້ງ​ທີ22 ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຜູ້​ນຳ​ຈີນ​ແລະ​ເອີ​ຣົບ​ໄດ້​ກ່າວ​ເນັ້ນ​ອີກ​ຄັ້ງໜຶ່ງວ່າ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເຊັນ​ສັນ​ຍາ​ການ​ລົງ​ທຶນ​ຈີນ-ເອີ​ຣົບ​ໃນ​ປີ2020, ໂດຍ​ເຫັນ​ດີ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ບັນ​ລຸ​ຄວາມເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ກະ​ຕິ​ກາ​ໃນ​ດ້ານ​ການແຂ່ງຂັນຢ່າງ​ຍຸ​ຕິ​ທຳໂດຍ​ໄວ.

ຮອງ​ຮັບ​ໂອ​ກາດ​ການ​ພັດ​ທະ​ນາ​ດ້ວຍ​ທ່າ​ທີ​ເປີດກວ້າງກວ່າ​ເກົ່າ, ສະແຫວງ​ຫາ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ນຳ​ກັນ​ດ້ວຍ​ການ​ຮ່ວມ​ມື​ທີ່​ດີກວ່າ​ເກົ່າ. ການ​ເປີດ​ປະ​ຕູ​ແລະ​ການ​ຮ່ວມ​ມືເຊິ່ງ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ, ຍິ່ງ​ເປັນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ຈີນ.