ພິມຈໍາໜ່າຍປຶ້ມ《ສີຈິ້ນຜິງວ່າດ້ວຍການປົກຄອງປະເທດ ແລະການບໍລິຫານຂອງລັດ》ເຫຼັ້ມທີ 3 ສະບັບພາສາຈີນ ແລະພາສາອັງກິດ

2020-06-30 18:24:56 |ມາຈາກ: CRI

ໃນຫວ່າງມໍ່ໆນີ້, ປື້ມ《ສີຈິ້ນຜິງວ່າດ້ວຍການປົກຄອງປະເທດ ແລະການບໍລິຫານການເມືອງ》ເຫຼັ້ມທີ 3 ທີ່ຮຽບຮຽງໂດຍຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ(ຫ້ອງການຖະແຫຼງ ຂ່າວຄະນະລັດຖະບານຈີນ), ສະຖາບັນຄົ້ນຄວ້າປະຫວັດສາດ ແລະປະມວນເອກະສານຂອງພັກກອມມູນິດຈີນ ແລະກົມວຽກງານພິມຈໍາໜ່າຍພາສາຕ່າງປະເທດຂອງຈີນ ໄດ້ພິມຈໍາໜ່າຍສະບັບພາສາຈີນ-ອັງກິດ ໂດຍສໍານັກພິມພາສາຕ່າງປະເທດຂອງຈີນ.

ເລີ່ມແຕ່ພິມຈໍາໜ່າຍປຶ້ມ《ສີຈິ້ນຜິງວ່າດ້ວຍການປົກຄອງປະເທດ ແລະການບໍລິຫານຂອງລັດ》ເຫຼັ້ມທີ 1 ແລະເຫຼັ້ມທີ 2 ເປັນຕົ້ນມາໄດ້ມີຜົນຕອບຮັບທີ່ດີຢູ່ທັງພາຍໃນ ແລະຕ່າງປະເທດຈີນ. ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນເປັນຕົ້ນມາ, ໃນພຶດຕິກໍາການນໍາພາຊຸກຍູ້ການປົກຄອງປະເທດ ແລະການບໍລິຫານຂອງລັດໃນຍຸກໃໝ່, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໄດ້ມີການບັນຍາຍຕ່າງໆທີ່ສໍາຄັນ ເຊິ່ງເປັນການເພີ່ມເນື້ອໃນ ແລະເປັນການພັັດທະນາໝາກຜົນປະດິດສ້າງໃໝ່ໃນດ້ານທິດສະດີຂອງພັກກອມມູນິດຈີນ.

ປຶ້ມ《ສີຈິ້ນຜິງວ່າດ້ວຍການປົກຄອງປະເທດ ແລະການບໍລິຫານຂອງລັດ》ເຫຼັ້ມທີ 3 ໄດ້ບັນທຶກ ບົດລາຍງານ, ບົດສູນທອນພົດ, ບົດໂອ້ລົມ, ບົດປາໄສ, ຄໍາຊີ້ແຈງ ແລະຈົດໝາຍອວຍພອນ ເປັນຕົ້ນ ຈໍານວນ 92 ບົດໃນໄລຍະແຕ່ວັນທີ 18 ຕຸລາປີ 2017 ຫາວັນທີ 13​ ມັງກອນປີ

2020 ໂດຍແບ່ງເປັນ 19 ຫົວຂໍ້.