ຈີນແລະລາວໄປຄຽງຄູ່ກັນຕາມເສັ້ນທາງ ແຫ່ງ ການຮ່ວມມື ເຂັ້ມແຂງ ຟື້ນຟູ ແລະ ເຕີບໂຕ

2020-07-01 18:48:21 |ມາຈາກ: CRI

ຈີນແລະລາວໄປຄຽງຄູ່ກັນຕາມເສັ້ນທາງ ແຫ່ງ

ການຮ່ວມມື ເຂັ້ມແຂງ ຟື້ນຟູ ແລະ ເຕີບໂຕ

(ທ່ານ ຈ່ຽງ ຈາຍຕົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ)

ວັນທີ 18 ມິຖຸນານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສເປັນລາຍລັກອັກສອນຕໍ່ກອງປະຊຸມວິດີໂອລະດັບສູງກ່ຽວກັບການຮ່ວມມືສາກົນໃນຂອບ "ໜຶ່ງແລວໜຶ່ງເສັ້ນທາງ", ໂດຍຊີ້ໃຫ້ເຫັນວ່າ ຈະສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ເປັນເສັ້ນທາງແຫ່ງການຮ່ວມມືທີ່ສາມັກຄີກັນຮັບມືກັບບັນດາສິ່ງທ້າທາຍ, ເປັນເສັ້ນທາງແຫ່ງຄວາມເຂັ້ມແຂງທີ່ຮັກສາສຸຂະພາບແລະຄວາມປອດໄພຂອງປະຊາຊົນ, ເປັນເສັ້ນທາງແຫ່ງການຟື້ນຟູທີ່ສົ່ງເສີມເສດຖະກິດສັງຄົມ ແລະ ເປັນເສັ້ນທາງແຫ່ງການເຕີບໂຕທີ່ກະຕຸ້ນກໍາລັງແຮງຂອງການພັດທະນາ ເຊິ່ງໄດ້ຊີ້ບອກທິດທາງການສົ່ງເສີມ"ໜຶ່ງແລວໜຶ່ງເສັ້ນທາງ" ສືບຕໍ່ຮ່ວມມືແບບຍືນຍົງ ແລະ ບັນລຸບົດບາດສໍາຄັນດ້ານການຮັບມືກັບສິ່ງທ້າທາຍທົ່ວໂລກແລະພັດທະນາໃນໄລຍະຍາວ ພາຍໃຕ້ສະຖານະການໃໝ່.

"ໜຶ່ງແລວໜຶ່ງເສັ້ນທາງ"ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີແລະການຮ່ວມມືຢ່າງກວ້າງຂວາງ. ຄວາມສາມັກຄີແລະການຮ່ວມມືແມ່ນ "ຄຳຫລັກ" ທີ່ທ່ານປະທານປະເທດ ສີ ຈິ້ນຜິງ ເຄີຍນໍາໃຊ້ຫຼາຍຄັ້ງໃນການຊຸກຍູ້ການຮ່ວມມືສາກົນເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ໃນ 7 ປີນັບຕັ້ງແຕ່ "ໜຶ່ງແລວໜຶ່ງເສັ້ນທາງ" ເລີ່ມຕົ້ນມາ, ໂດຍຖືເອົາຫຼັກການແຫ່ງການປຶກສາຫາລືຮ່ວມກັນ ກໍ່ສ້າງແລະຊົມໃຊ້ຮ່ວມກັນ, 137 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມໃນການພັດທະນາຫຼາຍກ່ວາ 2000 ໂຄງການ, ເຊິ່ງໄດ້ຂະຫຍາຍຕົວເປັນເວທີການຮ່ວມມືສາກົນທີ່ໃຫຍ່ທີ່ສຸດຂອງໂລກ.ໝາກຜົນດັ່ງກ່າວນີ້ກໍ່ຍ້ອນວ່າທຸກຝ່າຍລ້ວນແຕ່ຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີແລະການຮ່ວມມືກັນຕະຫຼອດເວລາ. ປະຈຸບັນນີ້ ທົ່ວໂລກກໍາລັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີຄວາມກົດດັນໃນການພັດທະນາເສດຖະກິດ, ຍິ່ງມີຄວາມຈຳເປັນຕ້ອງສາມັກຄີເພື່ອຮັບມືກັບຄວາມທ້າທາຍ ໂດຍຜ່ານການເພີ່ມທະວີກົນໄກການຮ່ວມມືທົ່ວໂລກ, "ໜຶ່ງແລວໜຶ່ງເສັ້ນທາງ"ທີ່ເປັນເວທີຫຼາຍຝ່າຍທີ່ສໍາຄັນຍ່ອມຈະມີບົດບາດສໍາຄັນຫຼາຍກວ່າເກົ່າ.

"ໜຶ່ງແລວໜຶ່ງເສັ້ນທາງ" ຈະຊ່ວຍຮັກສາສຸຂະພາບແລະຄວາມປອດໄພຂອງປະຊາຊົນຕາມເສັ້ນທາງໃຫ້ດີຂື້. ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງລັດຖະບານຈີນຍາມໃດກໍຖືເອົາປະຊາຊົນ ແລະ ສຸຂະພາບແລະຄວາມປອດໄພຂອງປະຊາຊົນ ເປັນບຸລິມະສິດແລະສໍາຄັນກ່ວາໝູ່, ແລະສະເໜີໃຫ້ກໍ່ສ້າງ “ເສັ້ນທາງສາຍໄໝດ້ານສຸຂະພາບ” ໃນປີ 2016. ຫຼັງຈາກການລະບາດຂອງພະຍາດໂຄວິດ-19,ບັນດາຄູ່ຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ລວມທັງປະເທດລາວ ໄດ້ໃຫ້ການຊ່ວຍເຫຼືອທີ່ມີຄ່າແກ່ຈີນ,ຈີນກໍໃຫ້ການຊ່ວຍເຫຼືອຕໍ່ 122 ປະເທດລຽບຕາມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ສົ່ງທີມແພດໄປ 25 ປະເທດ, ແບ່ງປັນປະສົບການໃນການປ້ອງກັນແລະປິ່ນປົວ. ບັນດາປະເທດ"ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ເລັ່ງການຮ່ວມມືໃນຂົງເຂດສາທາລະນະສຸກຢ່າງເຕັມສ່ວນ, “ເສັ້ນທາງສາຍໄໝດ້ານສຸຂະພາບ” ຈະກາຍເປັນ“ ຈຸດເຊື່ອມຕໍ່ຂອງການຮ່ວມຊາຕາກໍາ” ສຳລັບການຮັກສາສຸຂະພາບແລະຄວາມປອດໄພຂອງປະຊາຊົນຕາມເສັ້ນທາງ.

"ໜຶ່ງແລວໜຶ່ງເສັ້ນທາງ"ຈະສົ່ງເສີມການຟື້ນຟູ ແລະ ການພັດທະນາເສດຖະກິດຂອງບັນດາປະເທດຢ່າງເຂັ້ມແຂງ. ການແຊກແຊງຂອງລັດທິຝ່າຍດຽວແລະລັດທິປ້ອງກັນ ແລະ ການແຜ່ລະບາດກະທັນຫັນຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດໂລກຖືກຜົນກະທົບທາງລົບຢ່າງຫລວງຫລາຍ ແຕ່ວ່າສະພາບແວດລ້ອມທາງນອກທີ່ສັບສົນບໍ່ໄດ້ຫັນປ່ຽນທ່າທ່ຽງການຮ່ວມມືຂອງ "ໜຶ່ງແລວໜຶ່ງເສັ້ນທາງ" ພັດສະແດງໃຫ້ເຫັນເຖິງຊີວິດຊີວາຂອງມັນ. ໄຕມາດທໍາອິດຂອງປີນີ້ ທຽບໃສ່ເວລາດຽວກັນຂອງປີກາຍ ຍອດມູນຄ່າການຄ້າລະຫວ່າງຈີນກັບຄູ່ຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ເພີ່ມຂຶ້ນ3.2% ແລະ ຍອດມູນຄ່າການລົງທຶນໂດຍກົງໄດ້ເພີ່ມຂຶ້ນ 11.7%. 5ເດືອນທີ່ຜ່ານມາຂອງຕົ້ນປີນີ້ ການລົງທຶນໂດຍກົງນອກຂະແຫນງການທະນາຄານຂອງຈີນຕໍ່ປະເທດລຽບ"ໜຶ່ງແລວໜຶ່ງເສັ້ນທາງ"ໄດ້ເພີ່ມຂຶ້ນ16%. ກໍາລັງແຮງທີ່ເກີດຂຶ້ນທາງໃນຂອງການຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ"ຈະຊ່ວຍສົ່ງເສີມແຕ່ລະປະເທດເພີ່ມທະວີການຟື້ນຟູການຜະລິດ ການເຕີບໂຕດ້ານເສດຖະກິດ ແລະ ສ້າງຄວາມຫມັ້ນໃຈໃຫມ່ຕໍ່ການພັດທະນາຕົວເອງ.

"ໜຶ່ງແລວໜຶ່ງເສັ້ນທາງ"ຈະເສີມຂະຫຍາຍການປ່ອຍຄວາມສາມາດບົ່ມຊ້ອນແຫ່ງການເຕີບໂຕຂອງບັນດາປະເທດ. ເວລາປະເຊີນຫນ້າກັບວິກິດການ ພະຍາດໂຄວິດ-19 "ໜຶ່ງແລວໜຶ່ງເສັ້ນທາງ" ຈະປະດິດສ້າງຮູບແບບການຮ່ວມມືໃຫມ່ ເສີມຂະຫຍາຍເນື້ອໃນ ແລະ ຜ່ານການເປີດຊ່ອງທາງປະຕູດຽວໃຫ້ແກ່ການພົວພັນຂອງປະຊາຊົນແລະການຂົນສົ່ງສິນຄ້າຂ້າມຊາຍແດນ ເພື່ອຮັກສາຄວາມຫມັ້ນຄົງຂອງສາຍພົວພັນການເຊື່ອມໂຍງເຊື່ອມຈອດລະຫວ່າງຂະແຫນງການຕ່າງໆ ແລະ ​ຕ່ອງ​ໂສ້ສະ​ໜອງ​ສິນ​ຄ້າຂອງທົ່ວໂລກ ເຊິ່ງຈະສຸມໃສ່ການຊຸກຍູ້ເສດຖະກິດຕິຈິຕອນ ຕົວເມືອງອັດສະລິຍະ ພະລັງງານສີຂຽວ 5G ແລະອື່ນໆທີ່ເປັນຂະແຫນງການໃຫມ່ ເພື່ອສ້າງຈຸດເພີ່ມຕື່ມໃຫມ່ຢ່າງຫລວງຫລາຍໃຫ້ແກ່ການພັດທະນາເສດຖະກິດຂອງບັນດາປະເທດ ແລະ ອຳນວຍພະລັງໃຫມ່ໃຫ້ແກ່ການຟື້ນຟູເສດຖະກິດຂອງປະເທດຕ່າງໆ.

ໃນຂະບວນການຮ່ວມສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ຈີນກັບລາວຮ່ວມມືສາມະຄີກັນສະເຫມີ ແລະ ພວມເຂົ້າໄປສູ່ແຖ້ວຫນ້າ. ພາຍໃຕ້ການຊີ້ນຳນຳພາຂອງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ລົງນາມ ໂດຍການນຳສູງສຸດສອງປະເທດ, ຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"ໄດ້ເຊື່ອມຈອດນຳ ຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບປະເທດອ້ອມຂ້າງໂດຍໄວ ເສັ້ນທາງລົດໄຟຈີນ-ລາວຄາດວ່າຈະເລີ່ມແລ່ນລົດໄຟ ໃນທ້າຍປີ 2021 ປະເທດຈີນໄດ້ເປັນປະເທດຄູ່ຮ່ວມການຄ້າໃຫຍ່ອັນດັບທີ່ສອງ ແລະ ປະເທດການລົງທຶນອັນດັບທີ່ຫນຶ່ງຂອງປະເທດລາວຫຼຽນຕິດກັນຫຼາຍປີ. ໃນກອງປະຊຸມວິດີໂອເທື່ອນີ້ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ກ່າວວ່າ ຈະສົ່ງເສີມການຮ່ວມມືສາມະຄີກັນ ສະຫນັບສະຫນູນລັດທິຫລາຍຝ່າຍ ແລະ ຢຶດຫມັ້ນເຂົ້າ ຮ່ວມການຮ່ວມມື"ໜຶ່ງແລວໜຶ່ງເສັ້ນທາງ".

ໃນສະພາບການໃໝ່ແຫ່ງການປ້ອງກັນພະຍາດໂຄວິດ-19, ການຮັກສາສຸຂະພາບແລະ ຄວາມປອດໄພຂອງປະຊາຊົນ ໄດ້ເຮັດໃຫ້ການຮ່ວມມື"ໜຶ່ງແລວໜຶ່ງເສັ້ນທາງ"ລະຫວ່າງຈີນ-ລາວ ຍິ່ງມີເນື້ອໃນອຸດົມສົມບູນຂຶ້ນ. ໂຄງການບັບປຸງໂຮງໝໍມະໂຫສົດທີ່ຝ່າຍຈີນຊ່ວຍຝ່າຍລາວກໍ່ສ້າງນັ້ນ ຫຼັງຈາກສ້າງສໍາເລັດແລ້ວ ຈະເປັນໂຮງໝໍກວມລວມທີ່ມີຂະໜາດໃຫຍ່ກວ່າໝູ່ແລະພະແນກຄົບຖ້ວນທີ່ສຸດຢູ່ໃນທົ່ວປະເທດລາວ. ພາຍໃຕ້ການຊີ້ນໍາຂອງຈິດໃຈລົມໂທລະສັບລະຫວ່າງການນໍາສູງສຸດຈີນ-ລາວ, ທັງສອງຝ່າຍໄດ້ຊ່ວຍເຫຼືອກັນ ຮ່ວມຈິດຮ່ວມໃຈໃນການຕ້ານພະຍາດ. ຝ່າຍລາວໄດ້ສະໜັບສະໜູນຝ່າຍຈີນຢ່າງທັນທີ ໂດຍຜ່ານການສົ່ງໂທລະເລກລະຫວ່າງການນໍາ ແລະ ມອບທຶນຮອນແລະເຄື່ອງອຸປະກອນໃຫ້ຝ່າຍຈີນ, ຝ່າຍຈີນໄດ້ສົ່ງຄະນະແພດໝໍສອງຄະນະ ພ້ອມກັບເຄື່ອງຊ່ວຍເຫຼືອຢ່າງຫຼວງຫຼາຍມາສະໜັບສະໜູນຝ່າຍລາວ ເຊິ່ງໄດ້ຊ່ວຍວຽກປ້ອງກັນພະຍາດຂອງຝ່າຍລາວ ຍົກລະດັບດ້ານເຕັກນິກແລະມີລະບຽບຫຼາຍຕື່ມອີກ ໄດ້ເສີມຂະຫຍາຍບົດບາດສໍາຄັນໃນການຊ່ວຍຜູ້ຕິດເຊື້ອພະຍາດຢູ່ລາວໃຫ້ປົວດີໄດ້ໝົດ. “ເສັ້ນທາງສາຍໄໝດ້ານສຸຂະພາບ” ກໍາລັງປະກອບສ່ວນອັນໜັກແໜ້ນເຂົ້າໃນການຮັກສາສຸຂະພາບແລະຄວາມປອດໄພຂອງປະຊາຊົນສອງຊາດ.

ໃນການພະຍາຍາມຟື້ນຟູການພັດທະນາເສດຖະກິດສັງຄົມ, ສອງຝ່າຍຈີນ-ລາວໄດ້ລົງມືເຮັດວຽກໄວທີ່ສຸດ ແລະໄດ້ມີໝາກຜົນຢ່າງຫຼວງຫຼາຍ. ໂຄງການທາງລົດໄຟຈີນ-ລາວໄດ້ບັນລຸຄວາມຄືບໜ້າຕາມແຜນໃນໄລຍະປ້ອງກັນພະຍາດ ວິຊາວະກອນຂອງໂຄງການບໍ່ໄດ້ມີຜູ້ຕິດເຊື້ອພະຍາດຈັກຄົນ ຄຽງຄູ່ກັນນັ້ນ ກໍໄດ້ສໍາເລັດໂຄງປະກອບທີ່ເປັນຂໍກົນແຈຫຼາຍແຫ່ງໃນໂຄງການ ເຊັ່ນ ສໍາເລັດການເຈາະອຸມົງສໍາຄັນສີ່ແຫ່ງ ເລີ່ມວາງລາງລົດໄຟ ເຊື່ອມຈອດຂົວຂ້າມແມ່ນໍ້າ ແລະ ຕິດຕັ້ງເສົາສົ່ງສັນຍານສື່ສານແຫ່ງທໍາອິດ. ພ້ອມນັ້ນ ໂຄງການຕ່າງໆເຊັ່ນ ທາງດ່ວນວຽງຈັນ-ວັງວຽງ ເຂື່ອນໄຟຟ້ານໍ້າອູ ເຂດພັດທະນາໄຊເສດຖາ ແລະອື່ນໆ ກໍໄດ້ຮັກສາທ່າອ່ຽງທີ່ດີຢ່າງໝັ້ນທ່ຽງ. ເພື່ອຕອບສະໜອງຄວາມຕ້ອງການຕ້ານພະຍາດ, ສອງຝ່າຍຈີນ-ລາວໄດ້ວາງແຜນລ່ວງໜ້າ ແລກປ່ຽກຄໍາຄິດເຫັນຢ່າງເລິກເຊິ່ງ ໃນການເປີດຊ່ອງທາງສີຂຽວ ຄົ້ນຄວ້າການຂົນສົ່ງເຄື່ອງຜ່ານດ່ານ ແລະ ຕັດຂັ້ນຕອນແລ່ນເອກະສານໃຫ້ຜ່ານປະຕູດຽວ ເປັນຕົ້ນ ເຊິ່ງຈະນໍາໄປປະຕິບັດໃນຕົວຈິງໂດຍອີງໃສ່ສະພາບການປ້ອງກັນພະຍາດແລະການຮ່ວມມືສອງຝ່າຍ.

ປີໜ້າຈະເປັນການສ້າງສາຍພົວພັນການທູດຈີນ-ລາວ ຄົບຮອບ 60 ປີ, ການຮ່ວມມື"ໜຶ່ງແລວໜຶ່ງເສັ້ນທາງ"ລະຫວ່າງສອງຝ່າຍ ຈະມີອະນາຄົດການພັດທະນາທີ່ກວ້າງຂວາງ. ຫຼັງຈາກທາງລົດໄຟສ້າງສໍາເລັດແລະນໍາໃຊ້ບໍລິການແລ້ວ ປະເທດລາວຈະເປັນປະເທດທໍາອິດໃນພາກພື້ນອາຊຽນ ທີ່ມີລົດໄຟມາດຕະການສາກົນ ເຊິ່ງຈະເປັນບາດກ້າວທີ່ສໍາຄັນໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມຈອດ. ຄຽງຄູ່ກັບການຊຸກຍູ້ສ້າງແລວເສດຖະກິດຈີນ-ລາວ ເຊິ່ງມີທາງລົດໄຟເປັນສາຍຫຼັກ ມີເຂດພັດທະນາໄຊເສດຖາແລະເຂດຮ່ວມມືບໍ່ຫານ-ບໍ່ແຕນເປັນບ່ອນອີງນັ້ນ, ຄວາມສາມາດບົ່ມຊ້ອນຂອງປະເທດລາວ ແນ່ນອນຈະກາຍເປັນກໍາລັງແຮງຊຸກດັນໃນການຂະຫຍາຍຕົວ, ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ ທາງດ້ານກະສິກໍາທັນສະໄໝ ການທ່ອງທ່ຽວ ພະລັງງານ ການຂົນສົ່ງເຄື່ອງ ການປຸງແຕ່ງ ການຜະລິດ ແລະຂະແໜງການອື່ນໆ ແນ່ນອນກໍຈະສ້າງຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນລາວ. ພວກເຮົາຈະຮ່ວມມືກັນ ກ້າວເດີນໄປຕາມເສັ້ນທາງແຫ່ງການຮ່ວມມື ເຂັ້ມແຂງ ຟື້ນຟູ ແລະ ເຕີບໂຕ ເພື່ອຕ້ອນຮັບອະນາຄົດສົດໃສຂອງການເສີມສ້າງຄູ່ຮ່ວມຊາດຕາກໍາຈີນ-ລາວ.