ທ່ານສີຈິ້ນຜິງເຊັນດຳລັດປະທານເພື່ອປະກາດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງເຂດບໍລິຫານພິເສດຮົງກົງ

2020-07-01 18:52:58 |ມາຈາກ: CRI

ວັນທີ 30 ມິຖຸນານີ້ ກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ໄຂກອງປະຊຸມຄົບຄະນະຄັ້ງທີ 2, ຄັ້ງທີ 3 ແລະຈັດພິທີປິດປະຊຸມ ໂດຍກອງປະຊຸມຄັ້ງນີໄດ້ດຳເນີນການປ່ອນບັດ ແລະຜ່ານຮັບຮອງ 《ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງເຂດບໍລິຫານພິເສດຮົງກົງ ສປ ຈີນ》ດ້ວຍບັດທັງໝົດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຊັນດຳລັດປະທານເລກທີ 49 ເພື່ອປະກາດກົດໝາຍດັ່ງກ່າວ; ນອກນີ້, ກອງປະຊຸມຍັງໄດ້ປ່ອນບັດຜ່ານຮັບຮອງຂໍ້ຕົກລົງຂອງຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນກ່ຽວກັບການເພີ່ມເຕີ່ມກົດໝາຍລັກສະນະທົ່ວປະເທດທີ່ບັນທຶກໄວ້ໃນເອກະສານຕິດຄັດເລກທີ 3 ຂອງກົດໝາຍພື້ນຖານເຂດບໍລິຫານພິເສດຮົງກົງ.