ຄຳນັບຮັບຕ້ອນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 99 ປີ

2020-07-02 18:14:49 |ມາຈາກ: CRI

ວັນທີ 1 ກໍລະກົດປີ 2020 ນີ້ແມ່ນວັນສ້າງຕັ້ງພັກກອມມູນິດຈີນເຊິ່ງເປັນພັກການເມືອງໃຫຍ່ທີ່ສຸດໃນໂລກ. ພັກກອມມູນິດຈີນໃນໄລຍະເບື້ອງຕົ້ນທີ່ຫາກໍ່ສ້າງຕັ້ງ ຂຶ້ນມີສະມາຊິກພຽງ 50 ກວ່າຄົນ, ຈົນມາຮອດປັດຈຸບັນໄດ້ກາຍເປັນພັກການເມືອງ ທີ່ໄດ້ສ້າງຕັ້ງຂຶ້ນຄົບຮອບ 99 ປີ, ໄດ້ກຳອຳນາດເປັນເວລາ 71 ປີ, ສະມາຊິກພັກໄດ້ ຂະຫຍາຍອອກເປັນຈຳນວນຫຼາຍກວ່າ 90 ລ້ານຄົນເຊິ່ງໄດ້ນຳພາປະຊາຊົນຈີນ 1,4 ຕື້ຄົນປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກທີ່ກວມຫຼາຍກວ່າ 30%, ຈົນກາຍເປັນກຳລັງຂັບເຄື່ອນທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດ ຖະກິດໂລກ.

ດັ່ງນັ້ນ, ພັກກອມມູນິດຈີນຈິ່ງຖືກປະຊາຊົນຜູ້ໃຊ້ອິນເຕີເນັດພາກັນໃຫ້ນາມ ມະຍົດວ່າເປັນ“ທີມງານສ້າງພາລະກິດທີ່ເຂັ້ມແຂງທີ່ສຸດໃນປະຫວັດສາດ”.

“ບົນເສັ້ນທາງສ້າງສັງຄົມນິຍົມຈະບໍ່ປະຖິ້ມຜູ້ໃດຜູ້ໜຶ່ງໄວ້ຢູ່ເບື້ອງຫຼັງ” ---ທ່ານສີຈິ້ນຜິງ

ເມື່ອ 40 ກວ່າປີກ່ອນໜ້ານີ້, ເດັກນ້ອຍຂອງບ້ານສຽວກາງເມືອງເຟີ້ງຢາງແຂວງອ່ານຮຸ່ຍທີ່ຢູ່ພາກກາງຂອງຈີນໄດ້ນຳເອົາຕັ່ງນ້ອຍຈາກເຮືອນຕົນເປັນໂຕະຮຽນໜັງສື; ຫຼັງເວລາຜ່ານໄປ 40 ປີ, ບ້ານສຽວກາງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ມີໂຮງຮຽນທັນສະໄໝ, ເດັກນ້ອຍທັງຫຼາຍສາມາດເຂົ້າຮຽນໃນຊົ່ວໂມງກິລາຢູ່ເດີ່ນກິລາຂອງໂຮງຮຽນ.

ໃນເດືອນພະຈິກປີ1978, ຊາວກະສິກອນ18ຄອບຄົວຂອງບ້ານສຽວກາງໄດ້ເຊັນສັນຍາມອບເໝົາທີ່ດິນຜະລິດກະສິກກຳໃຫ້ທຸກຄອບຄົວ, ຈີນໄດ້ເປີດສາກການປະຕິຮູບແລະເປີດປະຕູສູ່ພາຍນອກ. ປັດຈຸບັນນີ້, ບ້ານສຽວກາງໄດ້ບັນລຸເປົ້າ ໝາຍໃນການພັດທະນາກະສິກຳດ້ວຍກົນຈັກແລະສ້າງໂຮງງານປຸງແຕ່ງຜະລິດຕະພັນກະສິກຳ. ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເຖິງ15000ຢວນຕໍ່ປີ, ປະຊາຊົນມີຊີວິດການເປັນຢູ່ທີ່ດີງາມດ້ວຍການມີເຮືອນຢູ່ຫລັງໃຫຍ່ແລະມີລົດໃຊ້.

ຕາມຂໍ້ມູນສະຖິຕິ: ນັບແຕ່ທ້າຍຊຸມປີ1970ຈົນຮອດປັດຈຸບັນນີ້, ເປັນໄລຍະເວລາ40ກວ່າປີ, ພັກກອມມູນິດຈີນໄດ້ນຳພາປະຊາຊົນຕໍ່ສູ້ຕ້ານກັບຄວາມທຸກຍາກ, ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ700ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສຳເລັດຜົນ. ອັດຕາການເກີດຄວາມທຸກຍາກຢູ່ຊົນນະບົດຈີນໄດ້ຫຼຸດລົງຈາກ 97,5%ໃນປີ1978 ຍັງເຫລືອ0,6%ໃນທ້າຍປີ2019. ເມື່ອຮອດທ້າຍປີ2020, ຈະບັນລຸເປົ້າໝາຍເຮັດໃຫ້ປະຊາກອນຜູ້ທຸກຍາກຢູ່ຊົນນະບົດບໍ່ຕ້ອງມີຄວາມກັງວົນນຳການກິນແລະການນຸ່ງຖືຢ່າງໜັກແໜ້ນ, ຈະຮັບປະກັນໃຫ້ມີການສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນຖານແລະມີເຮືອນຢູ່ຖາວອນ,ຮັບປະກັນໃຫ້ຜູ້ທຸກຍາກຢູ່ຊົນນະບົດສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ພາຍໃຕ້ມາດຕະການໃນປັດຈຸບັນນີ້.

ທ່ານຊາລາ ແອດລິ ເລຂາທິການໃຫຍ່ພັກກອມມູນິດເອຢິບກ່າວວ່າ:

“ຜົນສຳເລັດຂອງການຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ພິສູດໃຫ້ເຫັນວ່າ: ພັກກອມມູນິດຈີນໄດ້ເອົາໃຈໃສ່ຮັບໃຊ້ປະຊາຊົນໃນທຸກເວລາ, ພັກກອມມູນິດຈີນໄດ້ຊ່ວຍປະຊາຊົນໃຫ້ບັນລຸຄວາມໃຝ່ຝັນຂອງຕົນ, ເຊິ່ງເປັນສາເຫດໃຫ້ເຂົາເຈົ້າອຸ້ມຊູສະໜັບສະໜູນພັກກອມມູນິດຈີນ.”

“ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່ ຖື​ຊີ​ວິດ​ສຳ​ຄັນ​ກວ່າ​ໝູ່, ເພື່ອປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ ແມ່ນ​ສາ​ມາດ​ເສຍ​ຄ່າ​ຕອບ​ແທນ​ໄດ້​ທຸກ​ຢ່າງ.” - ທ່ານ​ສີ​ຈິ້ນ​ຜິງ

ປີ 2020, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​​ຢ່າງ​ກະ​ທັນ​ຫັນ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຊ​ຂາດ. ຊາວ​ໂລກ​ໄດ້​ເຫັນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊ​າ​ຊົນ​ຈີນ​ສ້າງ​ກຳ​ແພງ​ເຫຼັກ​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ເຊິ່ງ​ໄດ້​ຂຽນ​ປະ​ຫວັດ​ໜ້​າ​ໃໝ່​ທີ່​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່ ແລະ ອາ​ໄສ​ປະ​ຊາ​ຊົນ​ຢ່າງແໜ້ນ​ແຟ້ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ.

ໃນ​ບັ້ນ​ຕ້ານ​ກັບ​ພະ​ຍາດ​ຄັ້ງ​ນີ້, ທ່ານ​ຈົ່ງ​ນານ​ສ່ານ, ທ່ານ​ນາງຫຼີ​ລານ​ຈ່ວນ ແລະ ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຜູ້​ດີ​ເດັ່ນ​ຢ່າງຫຼວງຫຼາຍ, ໄດ້​ສູ້​ຊົນ​ຢູ່​ໃນ​ແນວ​ໜ້າ​ແຫ່ງ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຜົນ​ງານ​ຂອງ​ພວກ​ເພິ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ຊ​າ​ຊົນ 1,4 ຕື້​ຄົນ.

“ຂ້ອຍ​ແມ່ນ​ສະ​ມາ​ຊິກ​ພັກ, ຂ້ອຍ​​ຕ້ອງໄປ​ກ່ອນ!” “ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ ບຸກ​ໄປ​​ໜ້ານຳ​ກັນເທາະ!” ຍິ່ງ​ຢູ່​ໃນ​ຈຸດ​ເວ​ລາ​ອັນ​ສຸກ​ເສີນ ແລະ ໄລ​ຍະ​ພິ​ເສດ, ຍິ່ງ​ຜະ​ເຊີນໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ, ແລະ ສະ​ພາບ​ແວດ​ລ້ອມ​ພິ​ເສດ, ຍິ່ງ​​ສາ​ມາດສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແບບ​ຢ່າງ​ນຳ​ໜ້າ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ. ​ຍ້ອນ​ແຮງ​ບັນ​ດານ​ໃຈ​ຈາກ​ພຶດ​ຕິ​ກຳ​ຂອງ​ເຂົາ​ເຈົ້າ, ໃບ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກຫຼາຍ​ສະ​ບັບ ກໍ​ໄດ້​ກາຍ​ເປັນ​ໃບ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ.

ຕາມ​ຂໍ້​ມູນ​ສະ​ຖິ​ຕິ, ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ເກືອບ 30 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຕ້ານ​ກັບ​ພະ​ຍາດ​ຢູ່​ແນວ​ໜ້າ. ໃນ​ນັ້ນ, ມີ​ພະ​ນັກ​ງາ​ນ-ສະ​ມາ​ຊິກ​ພັກ 396 ຄົນ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ການ​ເຮັດ​ວຽກ​ຢູ່​ແນວ​ໜ້າ​ຕ້ານ​ກັບ​ພະ​ຍາດ, ມີ​ສະ​ມາ​ຊິກ​ພັກ ແລະ ພະ​ນັກ​ງານ 2337 ຄົນ​ໄດ້​ຕິດ​ພະ​ຍາດ​ໂຄວິດ-19 ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ. ການ​ຈັດ​ຕັ້ງ​ພັກໃນ​ທົ່ວ​ປະ​ເທດ​ຈີນ​​ໄດ້​ຮັບ​ເອົາ25000 ຄົນ​​ເຂົ້າ​ເປັນ​ສະ​ມ​ຊິກ​ພັກຢູ່​ແນວ​ໜ້າ​ທີ່​ຕ້ານ​ກັບ​ພະ​ຍາດ.

ຈັດ​ສັນ​ກຳ​ລັງ​ແພດ​ໝໍ​ທີ່​ດີ​ເດັ່ນ​ທີ່​ສຸດ ​ແລະ​ອຸ​ປະ​ກອນ​ການ​ແພດ​ທີ່​ທັນ​ສະ​ໄໝ​ທີ່​ສຸ​ດ, ​ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ປະ​ເທດ​ເພື່ອ​ປົກ​ປ້ອງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ, ເອົາ​ຊະ​ນະ​ໃນ​ບັ້ນ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຄັ້ງ​ນີ້. ມີ​ບົດ​ວິ​ຈານ​ຊີ້​ອອກວ່າ, ເມື່ອ​ເຂົ້າ​ໃຈ​ຈາກ​ ​ການ​ປົກ​ປ້ອງ​ສິດ​ໃນ​ການ​ມີຊີ​ວິດ ແລະ ສິດ​ໃນ​ການ​ພັດ​ທະ​ນາ, ແນວ​ຄວາມ​ຄິດ​ດ້ານ​ການ​ກຳ​ອຳ​ນາດ ແລະ ສະ​ຕິ​ປັນ​ຍາ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ລະ​ດັບ​ໂລກ.

ທ່ານ​ເກັນ​ນາ​ດີ ຈູ​ກາ​ນົບ Gennady Zyuganov ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​​ຣັດ​ເຊຍກ່າວ​ວ່າ: “ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ. ຈີນ​ຍັງ​ຕັ້ງ​ໜ້າ​ຊ່ວຍ​ເຫຼືອ​ປະ​ເທດ​ອື່ນ​ຕ້ານ​ກັບ​ພະ​ຍາດ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ຂອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.”

ພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ພັກ​ການ​ເມືອງ​ທີ່​ສະ​ແຫວງ​ຫາ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ແມ່ນ​ພັກ​ການ​ເມືອງ​ທີ່​ສູ້​ຊົນ​ເພື່ອ​ພາ​ລະ​ກິດ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງມວນມ​ະ​ນຸດ.

“ການ​ຮ່ວມ​ກັນ​ສ້າງ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’ເປັນ​ເສັ້ນ​ທາງທີ່​ສົດ​ໃສ​ໃຫ້​ຈີນ​ ແລະ ໂລກໄດ້​ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແລະ​ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ” ——ທ່ານ​ສີ​ຈິ້ນ​ຜິງ​

ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ລາວ​​ກ່ຽວ​ກັບ​ການ “ຫັນ​ຈາກ​ປະ​ເທດ​ບໍ່​ມີ​ທາ​ງ​ອອກ​ສູ່​ທະ​ເລ​ມາ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ກັບຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ທີ່​ຈີນ​ສະ​ເໜີ​ອອກ​ມາ​ນັ້ນ​ແມ່ນ​ສອດ​ຄ່ອງ​ກົມ​ກຽວ​ກັນ​ໃນ​ລະ​ດັບ​ສູງ. ໃນ​ໂຄງ​ການ​ຕ່າງໆຂອງການຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ຈີນ-ລາວ, ເສັ້ນ​ທາງ​ລົດ​ໄຟຈີນ-ລາວ​ເປັນ​ໂຄງ​ການ​ທີ່​ປະ​ຈັກ​ຕາ​ຕໍ່​ຄົນ​ທັງຫຼາຍ​ເປັນ​ພິ​ເສດ. ພາຍຫຼັງ​ທາງ​ລົດ​ໄຟ​ ຈີນ-ລາວ​ສ້າງ​ສຳ​ເລັດ​ແລະ​ເປີດ​ນຳໃຊ້ໃນ​ທ້າຍ​ປີ 2021 ເຊິ່ງຈະ​ເປັນ​ການ​ສິ້ນ​ສຸດ​ປະ​ຫວັດ​ສາດ​ຂອງລາວທີ່​ບໍ່​ມີ​ທາງ​ລົດ​ໄຟ​ມາດ​ຕະ​ຖານ.

ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ, ນັບ​ແຕ່​ເສັ້ນ​ທາງ​ລົດ​ໄຟ ຈີນ-ລາວ​​ເລີ່ມ​ລົງ​ມື​ກໍ່​ສ້າງ​ຢ່າງ​ຮອບ​ດ້ານເປັນ​ຕົ້ນ​ມາ, ໂຄງ​ການ​ທາງ​ລົດ​ໄຟ ຈີນ-ລາວ​​ໄດ້​ຮັບ​ເອົາ​ຊາວ​ໜຸ່ມ​ແລະ​ຊາວ​ກະ​ສິ​ກອນ​ຈຳ​ນວນ 32000 ກວ່າເທື່ອ​ຄົນເພື່ອນຳໄປ​ຝຶກ​ອົ​ບ​ຮົມ​ ແລະ ​ເຂົ້າ​ເຮັດ​ວຽກຢູ່​ໃນ​ໂຄງ​ການ​ດັ່ງ​ກ່າວ.ທ້າວນິ​ພົນພະ​ພົມ​ໄຊເປັນ​ກຳ​ມະ​ກອນ​ກໍ່​ສ້າງ​ທາງ​ລົດ​ໄຟ​ ຈີນ-ລາວ​ ​ຕອນຫຼວງ​ພະ​ບາງ, ກ່ອນ​ເຂົ້າ​ຮ່ວມ​ໂຄງ​ການ​ກໍ່​ສ້າງ​ດັ່ງ​ກ່າວ, ລາວ​ມີ​ພື້ນ​ຖານ​ຄວາມ​ຮູູ້​​ຈຳ​ນວນ​ໜຶ່ງໃນ​ການ​ສ້ອມ​ແປງ​ລົດ. ຫຼັງ​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ​ແລ້ວ, ລາວ​ກໍ​ໄດ້​ຮ່ຳ​ຮຽນ​ແລະ​ຝຶກ​ຝົນ​ສີ​ມື​ແຮງ​ງານ​ນຳ​ນັກ​ວິ​ຊາ​ການ​ຈີນ. ປີ​ທຳ​ອິດ​ທີ່​ເຂົ້າ​ເຮັດ​ວຽກ, ລາວ​ກໍ​ໄດ້​ສ້​ອມ​ແປງ​ອຸ​ປະ​ກອນ​ເຄື່ອງ​ຈັກ​ປະ​ເພດ​ຕ່າງໆ​ທັງ​ໝົດ 500 ກວ່າ​ເຄື່ອງ, ຈົນ​ມາ​ເຖິງ​ປັດ​ຈຸ​ບັນ​ລາວ​ໄດ້​ກາຍ​ເປັນ​ຊ່າງ​ສ້ອມ​ແປງ​ເຄື່ອງ​ຈັກສີມື​ລະ​ດັບ​ສູງ​ຜູ້​ໜຶ່ງແລະ​ມີ​ລາຍ​ໄດ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຊີ​ວິດ​ການ​ເປັນ​ຢູ່​ກໍ​ນັບ​ມື້​ນັບ​ດີ​ຂຶ້ນ​ເຊັ່ນ​ກັນ.

ນັບ​ມາ​ຮອດ​ປີ 2019, ວົງ​ຄະ​ນະ​ຍາດ​ຂອງ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ຕໍ່​ເນື່ອງ,ຍອດ​ຈຳ​ນວນເອ​ກະ​ສານ​ຮ່ວມ​ມື​ມີ​ເຖິງ 200 ສະ​ບັບ, ເປັນການປະ​ກອບ​ສ່ວນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ແຮງ​ໃຫ້​ແກ່​ໂລກ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ,ເປັນການ​ສ້າງ​ໂອ​ກາດ ແລະ ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໃຈ. ຕົວ​ເລກ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນເຖິງສະ​ພາບ​ຕົວ​ຈິງ​ທີ່​ວ່າ: ປະ​ເທດ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ຮັບ​ການ​ພັດ​ທະ​ນາ, ປະ​ຊາ​ຊົນໃນ​ປະ​ເທດ​ເຫຼົ່າ​ນີ້​ເປັນ​ຈຳ​ນວນຫຼວງຫຼາຍ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ. ນັບ​ມາ​ຮອດ​ເດືອນ​ມີ​ນາ​ປີ 2019, ຈີນ​ໄດ້​ຮ່ວມມີ​ກັບ​ບັນ​ດາ​ປະ​ເທດ​ລຽບ​ຕາມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ສ້າງ​ເຂດ​ນິ​ຄົມ​ການ​ຮ່ວມ​ມື 82 ແຫ່ງ​ຢູ່ໃນ​ປະ​ເທດ​ເຫຼົ່າ​ນີ້, ໂດຍ​ໄດ້​ເສຍ​ພາ​ສີ​ອາ​ກອນ​ແລະ​ຄ່າ​ທຳ​ນຽມ​ຕ່າງໆ​ໃຫ້​ແກ່​ປະ​ເທດ​ກ່ຽວ​ຂ້ອງ​ເຖິງ 2 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດທັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເກືອບ 3 ແສນ​ຕຳ​ແໜ່ງ.

ທ່ານ​ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດແຫ່ງ​ສ​ປ​ປ ​ລາວ​ກ່າວ​ວ່າ: ການ​ກໍ່​ສ້າງ​ໂຄງ​ການທາງ​ລົດ​ໄຟ​ລາວ-​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​, ເປັນການ​ສ້າງວຽກ​ເຮັດ​ງານ​ທຳແລະ​ຍົກລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​​ໃຫ້​ສູງ​ຂຶ້ນ, ຊຸກ​ຍູ້​ໃຫ້​ປະ​ເທດ​ລາວ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ດ້ວຍ​ທາງ​ລົດ​ໄຟ.

“ເງິນຫຼວງ​ເປັນ​ຂອງ​ລັດ, ຫ້າມບໍ່​ໃຫ້​ໃຊ້​ຈ່າຍ​ຟຸມ​ເຟືອຍ​ແມ່ນ​ແຕ່ອັດ​ດຽວ; ສິດ​ອຳ​ນາດ​ສ່ວນ​ລວມ​ເປັນ​ຂອງ​ປະ​ຊາ​ຊົນ, ຫ້າມບໍ່​ໃຫ້​ສວຍ​ໃຊ້​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ແມ່ນ​ແຕ່​ໜ້ອຍ​ດຽວ.” ——ທ່ານ​ສີ​ຈິ້ນ​ຜິງ

ພັກ​ກອມ​ມູ​ນິດ​ຈີນ​ໄດ້ໃຫ້​ຄວາມ​ສຳ​ຄັນ​ແລະ​ເພີ່ມ​ທະ​ວີ​ການ​ສ້າງ​ຕົນ​ເອງ​ຢ່າງບໍ່​ຢຸດ​ຢັ້ງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ພັດ​ທະ​ນາ​ຂອງ​ພັກ​ການ​ເມືອງ​ບໍ່ສາມາດຕັດ ແຍກອອກຈາກ​ການ​ຄຸ້ມ​ຄອງ​ພັກ​ການ​ເມືອງ​ທີ່​ມີ​ປະ​ສິດ​ທິ​ຜົນ​ໄດ້. ຫຼັງ​ຈາກ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລ້ວ, ຢູ່​ປະ​ເທດ​ຈີນ, ໄດ້ເກີດມີ​ກະ​ແສ​ແນວ​ຄິດ​ຕ່າງໆ ແລະ​ທັດ​ສະ​ນະ, ຄ່າ​ນິ​ຍົມ ​ຕ່າງໆໃນ​ສັງ​ຄົມ, ມີຄວາມຂັດແຍ້ງທາງ ຜົນ​ປະ​ໂຫຍດ​ຕ່າງໆ​ແລະສິ່ງ​ລໍ້​ໃຈ​ຕ່າງໆ​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ຕໍ່​ພັກ​ກຳ​ອຳ​ນາດ.ພາຍ​ໃຕ້​ສະ​ພາບ​ການ​ຄື​ແນວ​ນີ້, ຊີ​ວິດ​ການ​ເມືອງ​ພາຍ​ໃນ​ພັກ​ກໍ​ເກີດມີ​ຂໍ້​ບົກ​ຜ່ອງ​ຕ່າງໆ ເຊິ່ງ​ເຮັດ​ໃຫ້​ລະ​ບົບ​ນິ​ເວດ​ດ້ານ​ການ​ເມືອງ​ພາຍ​ໃນ​ພັກ​ຖືກ​ກັດເຊາະ. ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ການ​ນຳ​ແລະການ​ຈັດ​ຕັ້ງ​ພັກ​ມີ​ບັນ​ຫາ​ຕ່າງໆ​ເກີດ​ຂຶ້ນ ຈຶ່ງ ຕ້ອງ​ປາບ​ປາມ​ເພື່ອ​ແກ້​ໄຂ​ບັນ​ຫາ​ຢ່າງຮີບ​ດ່ວນ.

ນັບ​ແຕ່​ປີ 2012 ທີ່​ໄດ້​ເຂົ້າຮັບ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະນະກຳມະ ການສູນກາງພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ພາຍນອກ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ ແລະຮອບ​ດ້ານໂດຍ​ມີ​ຄວາມ​ເດັດ​ຂາດ​ໃນ​ການ​ຕັດ​ສິນ​ໃຈແລະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ເຂັ້ມ​ແຂງ. ໃນ​ຊຸມ​ປີ​ຜ່ານ​ມາ, ລະ​ດັບ​ຕຳ​ແໜ່ງ​ແລະ​ຈຳ​ນວນ​ຂອງ​ພະ​ນັກ​ງານ​ການ​ນຳ​ທີ່​ຖືກ​ລົງ​ໂທດກໍ​ຄື​ຄວາມ​ຖີ່​ໃນ​ການ​ລົງ​ໂທດ​ພະ​ນັກ​ງານ​ການ​ນຳ​ຜູ້​ສໍ້​ລາດ​ບັງຫຼວງ​ນັ້ນ​ແມ່ນ​ສູງກວ່າ​ທຸກ​ປີ​ຜ່ານ​ມາ.

ໜັງ​ສື​ພິມ “ນິວຢອກ​ທາມ​ສ” ເຄີຍ​ລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ“ປະ​ທານ​ຕີ​ເສືອເປັນ​ການ​ໃຫ້​ກຳ​ລັງ​ໃຈ​ແກ່​ປະ​ຊາ​ຊົນ​ທັງ​ຫຼາຍ” ໂດຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ທ່ານ​ສີ​ຈິ້​ຜິງ​ທີ່​ໄດ້​ນຳ​ພາ​ການເຄື່ອນໄຫວ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສະ​ດວກຫຼາຍກວ່າ​ເກົ່າ​ໃນ​ການ​ເຮັດ​ວຽກ​ທຸກ​ປະ​ການ. ທ່ານ​ເລ​ຟ​ເທັນເປຣິ​ສ​ເຕ​ຣີ ນັກ​ຂ່າວປະເທດອານ​ບາ​ນີ​ເຄີຍ​ຂຽນບົດຄວາມເພື່ອ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ວ່າ: “​ຂະ​ບວນ​ການ​ຕ້ານການ​ສໍ້​ລາດ​ບັງຫຼວງ​ອາດ​ຈະ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ເຈັບ​ປວດ​ໃນ​ໄລ​ຍະ​ໜຶ່ງເທົ່ານັ້ນ, ແຕ່​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ເດັດ​ຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໃຫ້​ຄຳ​ຕອບທີ່ຈະແຈ້ງແລ້ວນັ້ນກໍ​ຄື: ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຍາວ​ໄກ, ເຂົາ​ເຈົ້າ​ບໍ່​ຢ້ານ​ຄວາມ​ເຈັບ​ປວດ​ລັກສະນະ​ນີ້ ແລະ​ກໍ່​ສາ​ມາດ​ອົດ​ທົນ​ແລະຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ໃນລັກສະນະ​ນີ້ໄດ້ເຊັ່ນກັນ.”

ຢູ່​ຈີນ​ມີ​ຄຳ​ສຸ​ພາ​ສິດ​ຄຳ​ໜຶ່ງຄື: ຈິວ​ຈິວ​ກຸ່ຍ​ຢີ່ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ: ຢູ່​ໃນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ​ການ​ພັດ​ທະ​ນາເພື່ອ​ກ້າວ​ເດີນ​ໄປ​ໜ້າຈະ​ເຄື່ອນໄຫວ​ຕະຫຼອດ​ໄປ​ໂດຍບໍ່​ມີ​ການ​ຢຸດ​ນິ້ງ.

ເນື່ອງ​ໃນ​ໂອ​ກາດ​ສະເຫລີມສະຫຼອງວັນ​ສ້າງຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 99 ປີ, ຂໍ​ອວຍ​ພອນ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ຈົ່ງ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຕະຫຼອດ​ໄປ, ພັດ​ທະ​ນາ​ກ້າວ​ເດີນ​ໄປ​ໜ້າ​ຢ່າງບໍ່​ຢຸດ​ຢັ້ງ.