ສ້າງສະຖິຕິໂລກສອງລາຍການ! ຂົວ ຢວນຈ່ຽງທີ່ເປັນຂົວຄູ່ໃຫຍ່ພິເສດຂອງເສັ້ນທາງລົດໄຟຈີນ-ລາວ(ຕອນຄຸນໝິງຫານະຄອນຫຼວງວຽງຈັນ)ໄດ້ເຊື່ອມຕໍ່ເຂົ້າກັນແລ້ວ

2020-07-06 12:23:17 |ມາຈາກ: 澜湄趴

ໃນຕອບບ່າຍວັນທີ 1 ກໍລະກົດ, ຄຽງຄູ່ກັນກັບພື້ນຂົວແຜ່ນສຸດທ້າຍທີ່ໄດ້ວາງລົງບ່ອນທີ່ ກຳນົດໄວ້ຢ່າງແມ່ນຢຳ, ຂົວທາງລົດໄຟທີ່ໃຊ້ແຜ່ນຮາງເຫຼັກຂະໜາດໃຫຍ່ຍາວເຊື່ອມຕໍ່ກັນຂະໜາດໃຫຍ່ຂອງໂລກ ກໍຄື ຂົວ ຢວນຈ່ຽງ ທີ່ເປັນຂົວຄູ່ໃຫຍ່ພິເສດ ຂອງເສັ້ນທາງລົດໄຟຈີນ-ລາວ (ຕອນຄຸນໝິງຫານະຄອນຫຼວງວຽງຈັນ) ໄດ້ເຊື່ອມຕໍ່ກັນແລ້ວ, ເຊິ່ງໄດ້ໝາຍເຖິງການກໍ່ສ້າງວິສະວະກຳອັນຫຍຸ້ງຍາກ ແລະ ສຳຄັນຂອງເສັ້ນທາງລົດໄຟຈີນ-ລາວໄດ້ຮັບການບຸກທະລຸຢ່າງໃຫຍ່ຫຼວງ, ໄດ້ສ້າງພື້ນຖານໃຫ້ແກ່ການແລ່ນລົດ ໃນທົ່ວເສັ້ນໃຫ້ທັນຕາມກຳນົດເວລາ, ແລະ ຂົວໝົດເສັ້ນຄາດວ່າຈະສຳເລັດການກໍ່ສ້າງໃນເດືອນ ກັນຍາ ຂອງປີນີ້່.

ຂົວ ຄູ່ໃຫຍ່ ເມືອງຢວນຈ່ຽງ ຕັ້ງຢູ່ພາຍໃນຂົງເຂດກິ່ງແຂວງປົກຄອງຕົນເອງເຜົ່າຮານີເຜົ່າຢີເຜົ່າໄທລື້ເມືອງຢວນຈ່ຽງແຂວງຢຸນນານ, ໄລຍະຄວາມຍາວທັງໝົດຂອງທົ່ວເສັ້ນແມ່ນ 832,2 ແມັດ, ປະກອບມີເສົາຂົວ 4 ເສົາ ແລະ ແທ່ນຂົວ 2 ໜ່ວຍ, ໃນນັ້ນເສົາຂົວເບີ 3 ກໍຄືເສົາທີ່ມີຄວາມສູງທີ່ສຸດຄື 154 ແມັດ, ເທົ່າຄວາມສູງ ຂອງຕຶກອາຄານ 54 ຊັ້ນ, ຈັດຢູ່ໃນອັນດັບທຳອິດໃນປະເພດຂົວດຽວກັນໃນທົ່ວໂລກ. ພ້ອມດຽວກັນນັ້ນ, ຂົວ ນີ້ໄດ້ນຳໃຊ້ ໂຄງຮ່າງແຜ່ນຮາງເຫລັກຂະຫນາດໃຫຍ່ທີ່ເຊື່ອມກັນມາສ້າງຂົວ, ການຂ້າມຕົ້ນຕໍທີ່ມີຄວາມສູງ 249 ແມັດນີ້ ກໍໄດ້ ສ້າງສະຖິຕິໂລກໃນຂົວປະເພດດຽວກັນເຊັ່ນດຽວກັນ.

ອິງຕາມການແນະນຳ, ຄວາມສູງຈາກລະດັບພື້ນແຜ່ນຂົວເຖິງລະດັບໜ້ານໍ້າ ສູງເຖິງ 237 ແມັດ, ລະດັບຊັນຂອງຮ່ອມຜາທັງສອງ ສູງເຖິງ 70 ອົງສາ, ສະຖານທີ່ການກໍ່ສ້າງແມ່ນເປັນຮ່ອມແຄບ ການຄົມມະນາຄົມບໍ່ສະດວກ, ຕົວຢ່າງທີ່ສາມາດຖອດຖອນບົດຮຽນທາງເຕັກນິກຂອງການກໍ່ສ້າງໄດ້ ພາຍໃນປະເທດ ແລະ ຕ່າງປະເທດແມ່ນມີໜ້ອຍ. ທົ່ວຂົວ ສາມາດປະກອບໃຫ້ຕໍ່ເນື່ອງໄດ້ດ້ວຍພຽງຂອດປ້ອງຈຳນວນ 56 ໜ່ວຍ, ຈຶ່ງໄດ້ສະເໜີເງື່ອນໄຂທີ່ສູງໃນ ການເຊື່ອມກັນຢ່າງແມ່ນຢຳ.

ເຊ້ຍໂລ້ ວິສະວະກອນໃຫຍ່ຂອງໂຄງການທາງລົດໄຟຈີນ-ລາວ (ຕອນທາງຢູ້ຊີ-ບໍ່ເຕັນ)ໄລຍະສັນຍາທີ 4 ສໍານັກງານສາຂາທີ 4 ໄດ້ແນະນໍາໃຫ້ຮູ້ວ່າ, ພູມສັນຖານທັງສອງຂ້າງຂອງຂົວແມ່ນມີພູຜາສູງຊັນ ແລະ ມີພູມປະເທດທີ່ທຸລະກັນດານ, ຄວາມໄວລົມທີ່ແຮງທີ່ສຸດມີເຖິງ 40 ແມັດຕໍ່ວິນາທີ ຄວາມແຕກຕ່າງກັນຂອງອຸນຫະພູມກາງເວັນ ແລະ ກາງຄືນກໍມີຫຼາຍ, ເພື່ອໃຫ້ ການເຊື່ອມຮາງເຫຼັກຫຼີກເວັ້ນການໄດ້ ຮັບຜົນກະທົບຈາກລົມແຮງ ແລະ ອຸນຫະພູມ, ການຮັບປະກັນການຄວບຄຸມຮູບຊົງສາຍຂົວໃຫ້ດີຈຶ່ງເປັນຂອດສຳຄັນທີ່ສຸດ. ເພື່ອຕອບສະໜອງຄວາມຕ້ອງການໃນການປັບປຸງຮູບສາຍຂົວຂອງຮາງເຫຼັກ, ພະແນກໂຄງການໄດ້ສ້າງຕັ້ງລະບົບຄວບຄຸມການວັດແທກຊຸດໜຶ່ງ, ນຳໃຊ້ເຄື່ອງວັດແທກຄວາມໄວທົ່ວສະຖານີແບບເອເລັກໂຕຣນິກ ແລະ ເຄື່ອງອຸປະກອນ GPSມາສັງເກດການປ່ຽນແປງຮູບສາຍ, ຕິດຕັ້ງແຜ່ນປ່ຽນແປງ ແລະ ເຄື່ອງຈັກດັດອຽງຢູ່ເທິງ ເສົາ, ນຳໃຊ້ເຄື່ອງຈັກດັດອຽງສາຍຕັ້ງ ແລະ ຂວາງຍອດເສົາ ແລະ ວິທີການປັບປຸງດ້ວຍອຸນຫະພູມ, ມາປັບປຸງອັດຕາຜິດທາງ(ດ່ຽງ)ສາຍຕັ້ງຂອງຈຸດເຊື່ອມຕໍ່ເປັນຂັ້ນຕອນ, ຈຶ່ງ ໄດ້ຮັບປະກັນການຂ້າມຕົ້ນຕໍສາມາດເຊື່ອມກັນໄດ້ຢ່າງແມ່ນຢຳ.

ໃນຂະນະທີ່ໄດ້ ທົດລອງສິ່ງທີ່ມີຜົນປະໂຫຍດຈຳນວນ ຫຼວງຫຼາຍເຂົ້າໃນການຂ້າມຜ່ານຫຼັກປະດິດສ້າງສະຖິຕິໂລກໃໝ່ນັ້ນ, "ເສົາທີ່ສູງທີ່ສຸດໃນ ໂລກ" ທີ່ມີຄວາມສູງ 154 ແມັດກໍໄດ້ສະເໜີສິ່ງທ້າທາຍເປັນຢ່າງສູງຕໍ່ຜູ້ກໍ່ສ້າງຄືກັນ. ນໍ້າໜັກ ຂອງຕົວເສົາໄດ້ກາຍກວ່າ 120 ພັນໂຕນ, ບວກກັບຄານເຫຼັກນໍ້າໜັກ 21 ພັນໂຕນ, ພາຍໃຕ້ສະພາບການທີ່ບໍ່ມີລົດໄຟຂ້າມຜ່ານນັ້ນ, ພາກສ່ວນໃຕ້ຂອງເສົາຕ້ອງການຮັບນ້ຳໜັກປະມານ 150 ພັນໂຕນ. ເມື່ອຜູ້ກໍ່ສ້າງສຳຫຼວດ ພື້ນຖານທີ່ດິນ ໃຕ້ເສົາຂົວ ໄດ້ສັງເກດເຫັນວ່າ, ມີກໍລະນີຮອຍແຕກເລື່ອນ ແລະ ດິນເຈື່ອນຫຼາຍ, ກະໂຕຫີນແຕກຫັກ ແລະ ໂຄງຮ່າງໃຕ້ດິນບໍ່ສາມາດຮັບຄວາມໜັກໃຫຍ່ຂະໜາດນີ້ໄດ້. ໂດຍຜ່ານການຢັ້ງຢືນຂອງຜູ້ຊ່ຽວຊານ ຫຼາຍຄັ້ງ, ໃນ ທ້າຍສຸດໄດ້ຕົກລົງເອົາແຜນການກໍ່ສ້າງກໍຄື ຖືເອົາຕໍເຫຼັກໂຄ່ງເບຕົງເສີມເຫຼັກທີ່ຜ່ານຜ່າຂື່ຂວາງເທິງຍອດເສົາຈຳນວນ 2 ໜ່ວຍ ໄປເຊື່ອມຕໍ່ໃສ່ກັບ ໂຄງຮ່າງຄານຮູບ “X” ທາງກາງ, ເຊິ່ງໄດ້ຫຼຸດຜ່ອນຄວາມໜັກ ຂອງເສົາຂົວຢ່າງມີປະສິດທິພາບ ພາຍໃຕ້ການບັນລຸມາດຕະຖານໃນການຮັບໜັກ.

ຫຼີວຢີກ້ຽວ ຜູ້ບັນຊາການພະແນກບັນຊາການຂອງສຳນັກງານກໍ່ສ້າງທາງລົດໄຟພາກໃຕ້ແຂວງຢຸນນານຂອງກຸ່ມບໍລິສັດທາງລົດໄຟປະເທດຈີນ ສາຂາຄຸນໝິງ ໄດ້ແນະນຳໃຫ້ຮູ້ວ່າ, ຂົວໃຫຍ່ ເມືອງຢວນຈ່ຽງໄດ້ນຳໃຊ້ເຕັກນິກ ການກໍ່ສ້າງທີ່ໄດ້ຖືກປະດິດສ້າງມາເປັນຄັ້ງທຳອິດພາຍໃນປະເທດ, ຈຶ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການປູຮາງໃນຕໍ່ໄປຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະຄຸນໝິງຫານະຄອນຫຼວງວຽງຈັນຕອນຢີຊີຫາບໍ່ເຕັນ ແລະ ວິສະວະກຳພະລັງໄຟຟ້າສີ່ຢ່າງ(ສີ່ຢ່າງນີ້ກໍຄືວິສະວະກຳໂທລະຄົມ ວິສະວະກຳພະລັງໄຟຟ້າ ວິສະວະກຳສັນຍານ ແລະ ວິສະວະກຳປະກອບໄຟຟ້າ).

ໂດຍເປັນພາກສ່ວນປະກອບອັນສຳຄັນຂອງເສັ້ນທາງລົດໄຟທົ່ວອາຊີເສັ້ນກາງ, ເສັ້ນທາງລົດໄຟຈີນ-ລາວ(ຕອນຄຸນໝິງຫານະຄອນຫຼວງວຽງຈັນ)ເປັນໂຄງລ່າງພື້ນຖານອັນສຳຄັນໜຶ່ງທີ່ເຊື່ອມໂຍງ ແລະຮັບໃຊ້ເຂົ້າໃນຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຢ່າງເປັນເຈົ້າການ ແລະ ສາມາດຊຸກຍູ້ສົ່ງເສີມການເຊື່ອມຕໍ່ກັນກັບປະເທດໃກ້ຄຽງ. ພາກເໜືອຂອງເສັ້ນທາງລົດໄຟຈີນ-ລາວ(ຕອນຄຸນໝິງຫານະຄອນຫຼວງວຽງຈັນ)ເລີ່ມຈາກນະຄອນຢູ້ຊີ, ກາຍຜ່ານນະຄອນພູເອີ ສິບສອງພັນນາ ບໍ່ເຕັນທີ່ເປັນດ່ານຊາຍແດນລະຫວ່າງຈີນ ແລະ ລາວ, ຫຼັງຈາກເຂົ້າສູ່ປະເທດລາວແລ້ວ ກໍກາຍຜ່ານນະຄອນຫຼວງພະບາງທີ່ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ສຸດທ້າຍໄປຮອດນະຄອນຫຼວງວຽງຈັນ. ຫຼັງຈາກສຳເລັດການກໍ່ສ້າງ ແລະ ເປີດໃຫ້ແລ່ນລົດໄດ້ແລ້ວ, ການເດີນທາງຈາກນະຄອນຄຸນໝິງຫານະຄອນຫຼວງວຽງຈັນມີຄວາມອາດສາມາດໃນການບັນລຸເປົ້າໝາຍກໍຄືເດີນທາງແຕ່ຕອນກາງຄືນ ແລະ ຮອດຈຸດໝາຍປາຍທາງໃນຕອນເຊົ້າ.