ສັງເກດການຂອງວາລະສານຈຳປາ丨ບັນທຶກການຖືກຕົກຄ້າງຮັກສາຕົນເອງ ຢູ່ປະເທດລາວ

2020-07-07 17:32:12 |ມາຈາກ: ວາລະສານ ຈຳປາ

ທ້າຍເດືອນ ພະຈິກ ປີ 2019, ຂ້ອຍໄດ້ລາຈາກນະຄອນຄຸນໝິງ ແລະ ຂີ່ເຮືອບິນມາເຖິງນະຄອນຫຼວງວຽງຈັນປະເທດລາວ, ເລີ່ມຕົ້ນຮໍ່າຮຽນ ແລະ ເຮັດວຽກ ໃນໄລຍະໜຶ່ງປີ ຢູ່ທີ່ສູນຄົ້ນຄວ້າປະເທດຈີນໃນມະຫາວິທະຍາໄລແຫ່ງຊາດລາວ ໃນຖານະທີ່ເປັນນັກຄົ້ນຄ້ວາວິຊາການ ທີ່ມາຢ້ຽມຢາມ. ຂ້ອຍເຄີຍມີແຜນການວ່າ ຈະກັບຄືນເມືອປະເທດຈີນ ເພື່ອຢ້ຽມຢາມຄອບຄົວຍາດຕິພີ່ນ້ອງ ໃນໄລຍະບຸນປີໃໝ່ລາວ ປີ 2020, ແຕ່ຄາດບໍ່ເຖິງວ່າ ສະຖານະການລະບາດຂອງພະຍາດໂຄວິດ-19ນີ້ ຈະມາໄວ ແລະຮ້າຍແຮງປານນີ້, ໃນນັ້ນ ປະເທດລາວ ກໍບໍ່ສາມາດຫຼີກລ່ຽງໄດ້, ພ້ອມດຽວກັນນັ້ນ ປະເທດຈີນ ກໍມີມາດຕະການນັບມື້ນັບເຂັ້ມງວດ ສຳລັບການຄຸ້ມຄອງກໍລະນີນຳເຂົ້າພະຍາດຈາກຕ່າງປະເທດ. ການຖືກຕົກຄ້າງຮັກສາຕົນເອງຢູ່ປະເທດລາວ, ກາຍເປັນທາງເລືອກພຽງຢ່າງດຽວໃນໄລຍະນີ້ສຳລັບຂ້ອຍເອງ ກັບນັກສຶກສາຈີນທີ່ຮຽນຢູ່ລາວ.

ຄວາມຫຍຸ້ງຍາກອັນໃຫຍ່ທີ່ສຸດ ໃນການຖືກຕົກຄ້າງຮັກສາຕົນເອງຢູ່ລາວ ກ່ອນໝູ່ແມ່ນການຂາດເຂີນເຄື່ອງໃຊ້ສອຍໃນຊີວິດປະຈຳວັນ ແລະ ອຸປະກອນການປ້ອງກັນພະຍາດ, ເນື່ອງຈາກວ່າປະເທດລາວ ໄດ້ເຂັ້ມງວດລະດັບການປ້ອງກັນຄຸ້ມຄອງ, ຮ້ານອາຫານຂອງໂຮງຮຽນ ແລະ ຮ້ານອາຫານຈີນອື່ນທີ່ຢູ່ອ້ອມຂ້າງໂຮງຮຽນ ໄດ້ຢຸດການດຳເນີນທຸລະກິດຊົ່ວຄາວ, ອາຫານພວກເຮົາສ່ວນຫຼາຍແມ່ນໝີ່ສຳເລັດຮູບ, ຊອກຫາຜ້າອັດປາກອັນດຽວ ກໍຍາກແສນຍາກ, ການແຍກປ່ຽວຢູ່ໃນຫໍພັກຂອງໂຮງຮຽນ ກໍພົບພໍ້ຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ. ເມື່ອຂ້ອຍກັບນັກສຶກສາຈີນ ທີ່ຮຽນຢູ່ລາວ ຕົກຢູ່ໃນຄວາມຫຍຸ້ງຍາກ, ພວກເຮົາໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກ ສະຖານທູດ ສປ ຈີນ ປະຈຳ ສປປລາວ, ຈາກສະມາຄົມການຄ້າຈີນປະຈຳປະເທດລາວ, ຈາກສຳນັກງານທຸລະກິດການຄ້າແຂວງຢຸນນານປະຈຳນະຄອນຫຼວງວຽງຈັນ ແລະ ວິສາຫະກິດຈີນທີ່ລົງທຶນຢູ່ລາວ ຢ່າງຫຼວງຫຼາຍ. ເຂົາເຈົ້າໄດ້ສະໜອງອາຫານທ່ຽງດ້ວຍໃຈຮັກ(ແບບບໍ່ຕ້ອງຈ່າຍເງິນ) ເຄື່ອງອຸປະກອນປ້ອງກັນພະຍາດ ບັດອິນເຕີເນັດ, ຈົນເຖິງວ່າ ສະຖານທູດຈີນປະຈຳລາວ ຍັງໄດ້ຈັດສັນລົດພະຍາບານສຸກເສີນຄັນໜຶ່ງ ລໍຖ້າຢູ່ຂອບເຂດຫໍພັກຂອງນັກສຶກສາຕ່າງປະເທດ ກຽມໄວ້ເພື່ອກໍລະນີມີເຫດການສຸກເສີນ. ການເອົາໃຈໃສ່ຢ່າງອົບອຸ່ນຮອບດ້ານເຫຼົ່ານີ້ ໄດ້ໃຫ້ຄວາມອຸ່ນອ່ຽນ ແລະກຳລັງໃຈຢ່າງຍິ່ງແກ່ພວກເຮົາ.

ປະສົບການການຮັກສາຕົນເອງຢູ່ລາວຄັ້ງນີ້ ຈະເຮັດໃຫ້ຂ້ອຍລືມບໍ່ໄດ້ໃນຕະຫຼອດຊີວິດ. ໂດຍເປັນຕົວລະຄອນຫຼາຍແບບ ຖານະຫຼາຍແບບ ຈຶ່ງເຮັດໃຫ້ຂ້ອຍມີຄວາມຮູ້ສຶກນານັບປະການປາກົດຂຶ້ນ. ຂ້ອຍເອງໄດ້ເຕີບໃຫຍ່ໄປພ້ອມກັບການປະຕິຮູບແລະ ການເປີດປະຕູສູ່ໂລກພາຍນອກ, ເປັນຄົນທີ່ໄດ້ຊົມໃຊ້ຜົນປະໂຫຍດຂອງການປະຕິຮູບ ແລະ ການເປີດປະຕູສູ່ໂລກພາຍນອກ, ກໍເປັນສັກຂີພິຍານຂອງປະເທດທີ່ໄດ້ "ຮັ່ງມີຂຶ້ນ", ພັດແມ່ນຄັ້ງທຳອິດ ທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກປະເທດຊາດຕົນເອງ ໃນຖານະທີ່ເປັນຄົນຈີນທີ່ພວມເດີນທາງຢູ່ຕ່າງປະເທດ, ອັນນີ້ ເຮັດໃຫ້ການຕົກຄ້າງຮັກສາຕົນເອງຢູ່ລາວຂອງພວກເຮົາ ເກີດມີພະລັງແຮງ ແລະກໍເຕັມໄປດ້ວຍຄວາມເຊື່ອໝັ້ນ ຕໍ່ການເອົາຊະນະກັບການຕໍ່ສູ້ພະຍາດລະບາດ; ໂດຍເປັນຄົນຈີນທີ່ຕົກຄ້າງຮັກສາຕົນເອງຢູ່ນະຄອນຫຼວງວຽງຈັນ ພວກເຮົາໄດ້ເບິ່ງແຍງຊ່ວຍເຫຼືອກັນກັບປວງຊົນຄົນລາວ, ຮ່ວມຕໍ່ສູ້ຜ່ານຜ່າເວລາແຫ່ງຄວາມຫຍຸ້ງຍາກລຳບາກນຳກັນ, ດ້ວຍເຫດນີ້ຂ້ອຍຮູ້ສຶກພາກພູມໃຈຫຼາຍ, ການຕົກຄ້າງຮັກສາຕົນເອງຢູ່ລາວ ກໍເລີຍກາຍເປັນສິ່ງທີ່ມີຄວາມໝາຍ; ໂດຍໃນຖານະທີ່ເປັນແມ່ຂອງນັກຮຽນມັດທະຍົມຕອນຕົ້ນຄົນໜຶ່ງ, ອີກຈັກປີໃນຕໍ່ໜ້າ ລູກຂອງຂ້ອຍກໍຈະລາຈາກຂ້ອຍໄປຮຽນຢູ່ຕ່າງບ່ອນຫຼືຕ່າງປະເທດໃດໜຶ່ງ, ບໍ່ຕ້ອງສົງໄສເລີຍວ່າ ເມື່ອລາວພົບພໍ້ຄວາມຫຍຸ້ງຍາກໃນອະນາຄົດ ລາວກໍຈະສາມາດໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກປະເທດຊາດຂອງຕົນ ແລະ ຈາກວົງການສັງຄົມຕ່າງໆ ຄືດັ່ງຂ້ອຍໄດ້ຮັບໃນເວລານີ້.

ໃນໄລຍະນີ້ ສາຍພົວພັນລະຫວ່າງລາວ ແລະ ຈີນ ກຳລັງຢູ່ໃນໄລຍະອັນດີທີ່ສຸດໃນປະຫວັດສາດ, ຂ້ອຍກັບນັກສຶກສາຈີນ ທີ່ຮຽນຢູ່ລາວ ລ້ວນແຕ່ໂຊກດີທີ່ໄດ້ຮຽນ ແລະເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດລາວ. ພວກນັກສຶກສາຈີນທີ່ຕົກຄ້າງຮັກສາຕົນເອງຢູ່ລາວ ທີ່ມີອາຍຸປະມານ 20 ປີຊຸດນີ້ ຈະກາຍເປັນກຳລັງຫຼັກແຫຼ່ງໜຶ່ງ ຂອງການພັດທະນາສາຍພົວພັນລາວ ແລະ ຈີນ ໃນອະນາຄົດ, ປະສົບການໃນການຮັກສາຕົນເອງຢູ່ລາວ ອັນຍາກທີ່ຈະລືມໄດ້ຄັ້ງນີ້ ເຊື່ອໝັ້ນວ່າເຂົາເຈົ້າຈະໄດ້ຄວາມຮັບຮູ້ ແລະ ຜົນສຳເລັດຂອງຕົນຢ່າງຫຼວງຫຼາຍ, ຄືດັ່ງຄວາມເວົ້າຂອງນັກສຶກສາຄົນໜຶ່ງໄດ້ເວົ້າວ່າ:"ເມື່ອຮຽນຢູ່ຊັ້ນປະຖົມ ປະເທດຊາດໄດ້ສະໜອງອາຫານທີ່ມີໂພຊະນາການແບບບໍ່ຕ້ອງຈ່າຍເງິນ ໃຫ້ພວກເຮົາ, ເມື່ອຮຽນຢູ່ຊັ້ນມັດທະຍົມ ນອກຈາກມີອາຫານເຊົ້າທີ່ມີໂພຊະນາການດີແລ້ວ ຍັງມີເງິນອຸດໜູນການດຳລົງຊີວິດຈຳນວນຮ້ອຍກວ່າຢວນໃນແຕ່ລະພາກຮຽນອີກດ້ວຍ, ປຶ້ມແບບຮຽນໃນການສຶກສາພາກບັງຄັບ 9 ປີ ກໍບໍ່ຕ້ອງຈ່າຍເງິນ, ດຽວນີ້ຮຽນຢູ່ຕ່າງປະເທດ ປະເທດຊາດເຮົາ ຍິ່ງຫ່ວງໃຍຕໍ່ລູກຫຼານຂອງຕົນ." ພວກນັກສຶກສາ ຕ່າງກໍສະແດງອອກເຖິງຄວາມຕັ້ງໃຈທີ່ຈະຮຽນໃຫ້ດີ ເພື່ອຮັບໃຊ້ປະເທດຊາດ ແລະ ປະກອບສ່ວນກຳລັງສ່ວນຕົວຂອງຕົນ ເຂົ້າໃນການພັດທະນາປະເທດໃຫ້ "ເຂັ້ມແຂງຂຶ້ນ" ປະກອບສ່ວນກໍາລັງເຂົ້າໃນການສ້າງສາຄູ່ຮ່ວມຊາຕາກຳລາວ-ຈີນ.

ໄວຣັດບໍ່ມີຂອບເຂດຊາຍແດນ, ປະເທດຈີນ ນໍາໃຊ້ຄວາມສາມາດດ້ານການຈັດຕັ້ງ ແລະ ຄວາມສາມາດດ້ານການປະຕິບັດຕົວຈິງອັນເຂັ້ມແຂງ ມາສະໜອງປະສົບການອັນລໍ້າຄ່າໃນການຕໍ່ຕ້ານພະຍາດລະບາດໂຄວິດ-19 ໃຫ້ແກ່ທົ່ວໂລກ. ປະເທດລາວ ແລະ ປະເທດຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ໝູ່ເພື່ອນທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ຄວາມຫຍຸ້ງຍາກທີ່ປະເທດລາວ ໄດ້ປະເຊີນໜ້າກັບໃນປັດຈຸບັນນີ້ ເປັນຄວາມຫຍຸ້ງຍາກຊົ່ວຄາວ, ພວກເຮົາເຊື່ອໝັ້ນວ່າ, ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ-ລັດ, ປະຊາຊົນລາວຈະສາມາດເອົາຊະນະໄດ້ຢ່າງແນ່ນອນ ໃນການຕໍ່ສູ້ຕ້ານພະຍາດລະບາດໂຄວິດ-19.

 

ນັກສັງເກດການທີ່ນັດໝາຍພິເສດສຳລັບວາລະສານນີ້: ນ.ຂົງຈືຈ່ຽນ(Kong zhijian) ຮອງຫົວໜ້າຄົນຄ້ວາປະເທດລາວຂອງສະຖາບັນຄົ້ນຄ້ວາອາຊີໃຕ້-ອາຊີຕາເວັນອອກສ່ຽງ(ຄຸນໝິງ)ຈີນ