ສັງເກດການຂອງວາລະສານຈຳປາ丨ປະກອບສ່ວນກຳລັງຂອງແຂວງຢຸນນານ ເຂົ້າໃນການຮ່ວມມືດ້ານການທ່ອງທ່ຽວລາວ-ຈີນ

2020-07-07 17:37:10 |ມາຈາກ: ວາລະສານ ຈຳປາ

ວັນທີ 25 ມັງກອນ ປີ 2019, "ປີທ່ອງທ່ຽວລາວ-ຈີນ" 2019 ໄດ້ເປີດພິທີທີ່ນະຄອນຫຼວງວຽງຈັນປະເທດລາວ, ປະທານປະເທດສອງປະເທດລາວ ແລະຈີນໄດ້ສົ່ງສານອວຍພອນໃນເວລາພິທີເປີດ ໂດຍຊີ້ອອກວ່າ: ພົວພັນຢ່າງສະໜິດແໜ້ນໃນດ້ານວັດທະນະທຳ ແລະ ການທ່ອງທ່ຽວ, ຮ່ວມກັນເປີດບົດຄວາມໃໝ່ໃນການຮ່ວມມືການທ່ອງທ່ຽວລາວ-ຈີນ. ໜຶ່ງປີມານີ້, ສອງປະເທດລາວ-ຈີນ ຮ່ວມມືກັນຢ່າງແໜ້ນແຟ້ນ, ຄຽງຄູ່ກັນກັບ 8 ກິດຈະກຳຕົ້ນຕໍຂອງປີທ່ອງທ່ຽວໄດ້ຖືກຊຸກຍູ້ຢ່າງມີປະສິດທິພາບ, ໃນເຂດການຮ່ວມມືດ້ານທ່ອງທ່ຽວຂອງສອງຝ່າຍ ກໍມື້ນັບກວ້າງໃຫຍ່ຂຶ້ນ, ອັນນີ້ໄດ້ຊອກເຫັນຊ່ອງທາງໃໝ່ໃຫ້ແກ່ການຮ່ວມມືວັດທະນະທຳການທ່ອງທ່ຽວລາວ-ຈີນ, ທັງໄດ້ສະໜອງການຄໍ້າປະກັນຢ່າງແຂງແຮງໃຫ້ແກ່ການຮ່ວມມື "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງລາວ ແລະຈີນ.

ເພື່ອຊຸກຍູ້ການຮ່ວມມືທາງດ້ານການທ່ອງທ່ຽວລາວ-ຈີນໃຫ້ດີກວ່າເກົ່າ, ຂັ້ນຕໍ່ໄປ, ຄວນຈັບເອົາໂອກາດຂອງການກໍ່ສ້າງແລວເສດຖະກິດລາວ-ຈີນ, ລົງເລິກການຮ່ວມມືໃນດ້ານຕ່າງໆ ດັ່ງເຊັ່ນ:ການຄົ້ນຄວ້າແບບວິທະຍາສາດ, ການວາງແຜນ, ການກໍ່ສ້າງສະຖານທີ່ແຫຼ່ງທ່ອງທ່ຽວ, ການຝຶກອົບຮົມຊັບພະຍາກອນມະນຸດ, ການບຸກເບີກພັດທະນາຕະຫຼາດແຫຼ່ງລູກຄ້າ ແລະ ການຄຸ້ມຄອງຂະແໜງການ ເຫຼົ່ານີ້ເປັນຕົ້ນ.

ສຳລັບແຂວງຢຸນນານທີ່ໃກ້ຄຽງກັບປະເທດລາວແລ້ວ, ສະເໜີໃຫ້ກໍ່ສ້າງເຂດຮ່ວມມືການທ່ອງທ່ຽວຂ້າມຊາດ. ເລັ່ງກໍ່ສ້າງເຂດທ່ອງທ່ຽວຂ້າມຊາດ "ໄກ່ຂັນສຽງຮອດສາມປະເທດ"(ໝາຍເຖິງ: ໄກ່ຂັນຢູ່ບ່ອນໜຶ່ງ ສາມແຂວງໄດ້ຍິນໃນເວລາດຽວກັນ)ໃນເຂດພູຜາທີ່ກິ່ງແຂວງປົກຄອງຕົນເອງເຜົ່າຮານີ ເຜົ່າຢີຈ່ຽງເສີງນະຄອນພູເອີ, ເລັ່ງກໍ່ສ້າງເຂດຮ່ວມມືການທ່ອງທ່ຽວຂ້າມຊາດບໍ່ຫານ-ບໍ່ເຕັນ, ບໍາລຸງກໍ່ສ້າງເຂດທ່ອງທ່ຽວທີບໍ່ມີສິ່ງກີດຂວາງສາກົນລະຫວ່າງສິບສອງພັນນາ-ຫຼວງພະບາງ, ພັດທະນາເສັ້ນທາງການທ່ອງທ່ຽວແບບພິເສດໂດຍການຂັບລົດທ່ຽວເອງຂ້າມຊາດລະຫວ່າງຄຸນໝິງ-ບໍ່ຫານ-ບໍ່ເຕັນ-ນໍ້າທາ-ຫ້ວຍຊາຍ-ຊຽງໃໝ່-ໜອງຄາຍ-ນະຄອນຫຼວງວຽງຈັນ-ຫຼວງພະບາງ-ບໍ່ເຕັນ-ຄຸນໝິງເປັນຕົ້ນ.

ກໍ່ສ້າງລະບອບການແບ່ງປັນການສົ່ງຕໍ່ຜູ້ໂດຍສານສາກົນຮ່ວມກັນທີ່ເຂດຢຸນນານ-ພາກເໜືອປະເທດລາວ. ຝ່າຍລາວສະເໜີຜະລິດຕະພັນການທ່ອງທ່ຽວຂອງແຂວງຢຸນນານຕໍ່ນັກທ່ອງທ່ຽວປະເທດທີ່ສາມ ທີ່ມາທ່ຽວຢູ່ວັງວຽງ, ຫຼວງພະບາງ ແລະຫ້ວຍຊາຍ; ສະໜັບສະໜູນແຂວງຢຸນນານສ້າງຕັ້ງສູນບໍລິການຂໍ້ມູນ ແລະ ຂະຫຍາຍການຈຳໜ່າຍການທ່ອງທ່ຽວຢູ່ທີ່ຕົວເມືອງການທ່ອງທ່ຽວຕົ້ນຕໍຂອງພາກເໜືອປະເທດລາວ; ຝ່າຍແຂວງຢຸນນານສຸມໃສ່ສະເໜີຜະລິດຕະພັນການທ່ອງທ່ຽວຂອງປະເທດລາວ ຕໍ່ນັກທ່ອງທ່ຽວຈີນກໍຄືນັກທ່ອງທ່ຽວທີ່ນະຄອນຄຸນໝິງ, ພູເອີ ແລະສິບສອງພັນນາ; ສະໜັບສະໜູນສ້າງຕັ້ງສູນແນະນຳຕົວເມືອງການທ່ອງທ່ຽວອັນສຳຄັນຂອງປະເທດລາວທີ່ແຂວງຢຸນນານ. ຊຸກຍູ້ສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຂົ້າສູ່ຂັ້ນຕອນປະຕິບັດຕົວຈິງ, ຈັດຕົວເມືອງການທ່ອງທ່ຽວກໍຄື ນະຄອນຫຼວງວຽງຈັນ, ວັງວຽງ ແລະ ຫຼວງພະບາງ ໃຫ້ເປັນສະມາຊິກຂອງສະຫະພັນ, ໃຫ້ເຂົາເຈົ້າຊົມໃຊ້ຜົນປະໂຫຍດຂອງສະມາຊິກບູລິມະສິດ.

ເພີ່ມທະວີການຮ່ວມມືກັນໃນວົງການວິຊາສະເພາະດຽວກັນ, ຊຸກຍູ້ການຝຶກອົບຮົມບຸກຄະລາກອນ. ໂດຍອາໃສອົງການດັ່ງເຊັ່ນ ສະມາຄົມການທ່ອງທ່ຽວແຂວງຢຸນນານ, ເພື່ອເພີ່ມທະວີການຕິດຕໍ່ພົວພັນກັບວົງການຂະແໜງການທ່ອງທ່ຽວປະເທດລາວ, ສະໜອງການສະໜັບສະໜູນທາງປັນຍາດ້ານຕ່າງໆເຊັ່ນ: ການຄົ້ນຄວ້າຍຸດທະສາດ, ການວາງແຜນຢ່າງມີຄວາມຄິດປະດິດສ້າງໃໝ່ ແລະ ການອອກແບບການວາງແຜນເປັນຕົ້ນ; ອາໃສໂຮງຮຽນຕ່າງໆເຊັ່ນ ສະຖາບັນເສດຖະກິດການຄ້າ ແລະ ບໍລິຫານການທ່ອງທ່ຽວຂອງມະຫາວິທະຍາໄລຢຸນນານ, ສະຖາບັນຮວາເຫວີນ(Hua wen)ຂອງໂຮງຮຽນສ້າງຄູຢຸນນານ ເປັນຕົ້ນ, ເພື່ອເພີ່ມທະວີການຝຶກອົບຮົມບຸກຄະລາກອນດ້ານວິຊາການບໍລິການການທ່ອງທ່ຽວ, ການວາງແຜນການທ່ອງທ່ຽວ ແລະ ການບໍລິຫານການທ່ອງທ່ຽວໃຫ້ແກ່ປະເທດລາວ.

ສົມທົບກັບການກໍ່ສ້າງເສັ້ນທາງລົດໄຟບໍ່ເຕັນ-ນະຄອນຫຼວງວຽງຈັນ, ເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານການຄົ້ນຄ້ວານຳໃຊ້ຊັບພະຍາກອນການທ່ອງທ່ຽວແຄມເສັ້ນທາງ, ການຄຸ້ມຄອງວາງແຜນຂະແໜງການທ່ອງທ່ຽວ, ການພັດທະນາຜະລິດຕະພັນການທ່ອງທ່ຽວ, ການກໍ່ສ້າງລະບົບບໍລິການສາທາລະນະການທ່ອງທ່ຽວ, ການບໍລິການຮັບແຂກທ່ອງທ່ຽວ, ການເຂົ້າຮ່ວມຂອງຊຸມຊົນໃນວຽກການທ່ອງທ່ຽວ, ການບໍລິຫານຂະແໜງການທ່ອງທ່ຽວ, ການຈຳໜ່າຍໂຄສະນາການທ່ອງທ່ຽວ, ການຄຸ້ມຄອງຄວາມສ່ຽງຂອງການທ່ອງທ່ຽວ ແລະ ຄວາມສະດວກຂອງການທ່ອງທ່ຽວ ເປັນຕົ້ນ; ເຮັດໃຫ້ເສັ້ນທາງລົດໄຟບໍ່ເຕັນ-ນະຄອນຫຼວງວຽງຈັນ ກາຍເປັນສາຍຕິດຕໍ່ທີ່ລົງເລິກການຮ່ວມມືການທ່ອງທ່ຽວລາວ-ຈີນ, ບັນລຸບົດບາດທີ່ຈະເຮັດໃຫ້ການທ່ອງທ່ຽວລາວນຳພາການພັດທະນາເສດຖະກິດເຂດແຄວ້ນນັ້ນ.

 

ນັກສັງເກດການທີ່ນັດໝາຍພິເສດສຳລັບວາລະສານນີ້:ຫຼີຊິ້ງເລີຍ(Li qinglei), ຮອງສາດສະດາຈານ ຄະນະການທ່ອງທ່ຽວ ແລະ ວິທະຍາສາດພູມສາດ, ມະຫາວິທະຍາໄລສ້າງຄູຢຸນນານ