ສັງເກດການຂອງວາລະສານຈຳປາ丨"ຮູບແບບບ້ານຊໍ້" ຂອງການຮ່ວມມືຫລຸດຜ່ອນ ຄວາມທຸກຍາກລະຫວ່າງຈີນ-ລາວ

2020-07-08 16:59:23 |ມາຈາກ: ວາລະສານ ຈຳປາ

ປະເທດຈີນເອົາໃຈໃສ່ຕໍ່ການຮ່ວມມືດ້ານການຫລຸດຜ່ອນຄວາມທຸກຍາກັບປະເທດລາວຕະຫລອດມາ.ຄຽງຄູ່ກັບສາຍພົວພັນລະຫວ່າງຈີນກັບລາວສືບຕໍ່ພັດທະນາໄປສູ່ທາງຫນ້າ ການແລກປ່ຽນການຮ່ວມມືດ້ານການຫລຸດພົ້ນອອກຈາກຄວາມທຸກຍາກກໍນັບມື້ນັບແຫນ້ນແຟ້ນຂຶ້ນ, ຊຶ່ງໄດ້ກໍ່ສ້າງກົນໄກວຽກງານທີ່ສົມບູນ ແລະ ສາຍພົວພັນການຮ່ວມມືທີ່ດີເດັ່ນ.

ການຮ່ວມມືຫລຸດຜ່ອນຄວາມທຸກຍາກຂອງບ້ານຊໍ້ເມືອງສັງທອງນະຄອນຫລວງວຽງຈັນປະເທດລາວ ໄດ້ຄົ້ນຫາອອກຮູບແບບການຫຼຸດພົ້ນຄວາມທຸກຍາກທີ່ເປັນ "ທົ່ວບ້ານຮ່ວມຊຸກຍູ້ກັນ" ທີ່ລັດຖະບານເປັນຜູ້ນໍາໜ້າຕົ້ນຕໍ ປະຊາຊົນເຂົ້າຮ່ວມເປັນພື້ນຖານ, ໂດຍຜ່ານການຊ່ວຍເຫຼືອໃນ 5 ດ້ານໃຫ້ແກ່ບ້ານຊໍ້ກໍຄື ການພັດທະນາກໍ່ສ້າງໂຄງລ່າງພື້ນຖານ ການບໍລິການສາທາລະນະ ການປັບປຸງວິທີການທຳມາຫາກິນຂອງຄອບຄົວຊາວນາ ການສ້າງສາຄວາມສາມາດ ແລະ ການສະໜັບສະໜູນທາງເຕັກນິກ ຊຶ່ງໄດ້ປັບປຸງເງື່ອນໄຂຊີວິດການເປັນຢູ່ ແລະ ການຜະລິດຂອງທ້ອງຖິ່ນຢ່າງມີປະສິດທິຜົນ, ຊຶ່ງມີຊາວບ້ານທີ່ຈໍານວນບໍ່ໜ້ອຍ ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນແລ້ວ.

ໂຄງການຮ່ວມມືຫຼຸດພົ້ນຄວາມທຸກຍາກຂອງບ້ານຊໍ້ແມ່ນຮັບຜິດຊອບ ແລະ ປະຕິບັດໂດຍສູນບໍລິຫານການຊ່ວຍເຫຼືອຄວາມທຸກຍາກທຶນຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ໄລຍະກໍານົດຂອງການປະຕິບັດແມ່ນເດືອນກໍລະກົດ 2017 ຫາ ເດືອນມິຖຸນາ 2020, ລວມ 3 ປີ. ໃນປັດຈຸບັນ, ບ້ານນີ້ໄດ້ກາຍເປັນໜຶ່ງໃນບ້ານຕົວແບບຂອງໂຄງການສະໜັບສະໜູນທາງເຕັກນິກໃນການຮ່ວມມືຫຼຸດຜ່ອນຄວາມທຸກຍາກທີ່ອາຊີຂອງປະເທດຈີນໄດ້ປະຕິບັດຢູ່ປະເທດລາວ. ໂດຍການແນະນໍາຂອງ ທ່ານ ທອງຢຸນ ພັນມະນີ ປະຊາຊົນບ້ານຊໍ້ທີ່ມີອາຍຸ 57 ປີ ວ່າ, ບ້ານຊໍ້ມີຄອບຄົວທັງໝົດ 407 ຄອບຄົວ ຈໍານວນ 2007 ຄົນ, ໃນນັ້ນ ຄອບຄົວທຸກຍາກກວມ 50% ຂອງທົ່ວບ້ານ. “ກ່ອນປີ 2017, ເງື່ອນໄຂໂຄງລ່າງພື້ນຖານຂອງບ່ອນນີ້ ແມ່ນຫຼ້າຫຼັງ, ການເດີນທາງຍາກ, ນໍ້າດື່ມກໍຍາກ, ຂາດເຂີນໂຄງລ່າງການຊົນລະປະທານ.” ທ່ານ ທອງຢຸນ ພັນມະນີກ່າວວ່າ: “ຫຼັງຈາກໂຄງການການຊ່ວຍເຫຼືອຄວາມທຸກຍາກ ໄດ້ປະຕິບັດຕັ້ງແຕ່ປີ 2017 ມາແລ້ວ, ບ້ານເຮົາເລີ່ມມີການປ່ຽນແປງ, ຫົນທາງໄດ້ປູຢາງແລ້ວ, ຂ້ອຍຮຽນການປູກສາລີ ແລະ ການລ້ຽງສັດກັບຄົນຈີນ, ຊຶ່ງຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ. ການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂອງບ້ານຊໍ້ ແມ່ນຫຼີກເວັ້ນການຊ່ວຍເຫຼືອຂອງໂຄງການການຊ່ວຍເຫຼືອຄວາມທຸກຍາກບໍ່ໄດ້.”

ນອກຈາກການກໍ່ສ້າງໂຄງລ່າງພື້ນຖານ ການຝຶກອົບຮົມເຕັກນິກທາງຂະແໜງກະສິກໍາແລ້ວ, ໂຄງການຮ່ວມມືຫຼຸດພົ້ນຄວາມທຸກຍາກຍັງລວມທັງການສະໜັບສະໜູນທາງການສຶກສາໃຫ້ແກ່ບ້ານຊໍ້ອີກດ້ວຍ. ໂຄງການຮ່ວມມືຫຼຸດຜ່ອນຄວາມທຸກຍາກຈີນ-ລາວ ໄດ້ສ້າງເຮືອນກະເບື້ອງທີ່ມີນໍ້າມີໄຟຟ້າໃຫ້ແກ່ໂຮງຮຽນບ້ານຊໍ້ ເພື່ອປັບປຸງສິ່ງແວດລ້ອມການສຶກສາ ແລະ ເງື່ອນໄຂການດໍາລົງຂອງຄູອາຈານກັບນັກຮຽນ.

ໃນປັດຈຸບັນ, ຄຸນນະພາບການດໍາເນີນໂຄງການຮ່ວມມືຫຼຸດຜ່ອນຄວາມທຸກຍາກກໍດີ ແລະ ໄດ້ຮັບການຢືນຢັນຈາກຝ່າຍລາວ. ກໍເປັນດັ່ງຄວາມເວົ້າຂອງ ທ່ານ ນະລິນທອງ ຫົວໜ້າຫ້ອງການບໍລິຫານໂຄງການຮ່ວມມືລະຫວ່າງປະເທດຈີນກັບປະເທດລາວ ຂອງຝ່າຍລາວວ່າ: “ສິ່ງທີ່ແຕກຕ່າງກັນກັບໂຄງການສະໜັນສະໜູນແຕ່ກ່ອນ ແມ່ນໂຄງການນີ້ບໍ່ພຽງແຕ່ຊຸກຍູ້ສົ່ງເສີມການກໍ່ສ້າງໂຄງການໂຄງລ່າງພື້ນຖານ ແລະ ໂຄງລ່າງບໍລິການສາທາລະນະຂັ້ນບ້ານທີ່ບ້ານຕົວແບບຢ່າງຫ້າວຫັນເທົ່ານັ້ນ, ພ້ອມດຽວກັນນັ້ນ ຍັງຕ້ອງການຈັດແຈງໂຄງການການເລືອກ ແລະ ການປະຕິບັດວຽກງານການທໍາມາຫາກິນເພື່ອຮັບປະກັນຊາວບ້ານມີລາຍຮັບທີ່ໝັ້ນຄົງຍືນຍົງ ຊຶ່ງສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.” ການຮ່ວມມືຫຼຸດຜ່ອນຄວາມທຸກຍາກທີ່ບ້ານຊໍ້ຂອງສອງຝ່າຍຈີນ ແລະ ລາວ, ທັງໄດ້ສະໜອງແບບຢ່າງ ແລະ ປະສົບການໃຫ້ແກ່ການປັບປຸງການຫຼຸດພົ້ນຄວາມທຸກຍາກຂອງປະເທດລາວ ທັງໄດ້ກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການລົບລ້າງຄວາມທຸກຍາກໃຫ້ປະເທດລາວອີກດ້ວຍ.

ຂັ້ນຕໍ່ໄປ, ຝ່າຍຈີນຈະສືບຕໍ່ເພີ່ມທະວີການແລກປ່ຽນຮ່ວມມືກັບປະເທດລາວໃນຂົງເຂດການຫຼຸດຜ່ອນຄວາມທຸກຍາກດ້ວຍວິທີຕ່າງໆຄື ການຫຼຸດຜ່ອນຄວາມທຸກຍາກດ້ວຍຂະແໜງການ ດ້ວຍການສຶກສາ ດ້ວຍການຄ້າເອເລັກໂຕຣນິກ ດ້ວຍການຈັດຕັ້ງສັງຄົມ ດ້ວຍການທ່ອງທ່ຽວໃນຊົນນະບົດ ແລະ ຂົງເຂດອື່ນໆທີ່ຍິ່ງເລິກເຊິ່ງ ລະດັບທີ່ຍິ່ງສູງກວ່າ, ຂະຫຍາຍບໍລິເວນການຮ່ວມມືຫຼຸດພົ້ນຄວາມທຸກຍາກທີ່ຍິ່ງກວ້າງຂວາງກວ່າເກົ່າ. ການຮ່ວມມືຫຼຸດຜ່ອນຄວາມທຸກຍາກຂອງຈີນ ແລະ ລາວ ຈະຄົ້ນຫາບັນລຸຮູບແບບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ວ່າ “ການຫຼຸດພົ້ນຄວາມທຸກຍາກຢ່າງມີປະສິດທິພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນພັດທະນາ” ໃນຍຸກໃໝ່, ນໍາເອົາຜົນປະໂຫຍດຂອງການປະຕິຮູບການພັດທະນາເສດຖະກິດຈີນ ແລະ ລາວ ມາຍັງປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນການເລັ່ງກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ນັກສັງເກດການທີ່ນັດໝາຍພິເສດສຳລັບວາລະສານນີ້:ຊີຈີລຽງ ສູນຄົນຄວ້າປະເທດລາວຂອງສະຖາບັນຄົ້ນຄວ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້(ຄຸນໝິງ)ຈີນ