ຈີນຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ຢູ່​ຈີນ

2020-07-08 17:10:32 |ມາຈາກ: CRI

ວັນ​ທີ 7 ກໍ​ລະ​ກົດ​ນີ້, ທ່ານ​ຊຽນ​ໂກ​ຢີ້ ຫົວ​ໜ້າກົມ​ການ​ຄ້າ​ການ​ບໍ​ລິ​ການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ຈີນ​ດຳ​ເນີນ​ການ​ຄຸ້ມ​ຄອງ​ບັນ​ຊີ​ ທາງ​ລົບ​ຕໍ່​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ, ສຳ​ລັບ​ຂົງ​ເຂດ​ທີ່​ບໍ່​ນອນ​ຢູ່​ໃນ “ບັນ​ຊີທາງ​ລົບ​ສຳ​ລັບ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ”, ຈະ​ຄຸ້ມ​ຄອງ​ຕາມຫຼັກ​ການ​ທີ່​ໃຊ້​ມາດ​ຕະ​ຖານ​ເທົ່າ​ທຽມ​ກັນ​ລະ​ຫວ່າງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຂະ​ແໜງ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ບໍ່​ນອນຢູ່​ໃນ​ບັນ​ຊີ​ທາງ​ລົບ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດສາ​ມາດຈົດ​ທະ​ບຽນ​ສ້າງວິ​ສາ​ຫະ​ກິດ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ຕາມ​ຂັ້ນ​ຕອນ​ທີ່​ກ່ຽວ​ຂ້ອງ​ຄື​ກັນ​ກັບ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຈີນ.

ທ່ານ​ຊຽນ​ໂກ​ຢີ້​ກ່າວ​ຕື່ມ​ວ່າ, ຄຽງ​ຄູ່​ກັບ​ປະ​ເທດ​ຈີນທີ່​ມີ​ອັດ​ຕາ​ສ່ວນ​ຜູ້​ເຖົ້າ​ເພີ່ມ​ຂຶ້ນ, ແລະ ​ການອະ​ນຸ​ຍາດ​ໃຫ້​ເອົາ​ລູກ​ຜູ້​ທີ 2, ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່​ໄດ້​ເລັ່ງ​ລັດ​ໄວ​ຂຶ້ນ, ​ຈຶ່ງ​ມີຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ໃນຫຼາຍ​ລະ​ດັບຫຼາຍ​ປະ​ເພດ ເຊັ່ນ: ການ​ເບິ່ງ​ແຍງ​ຜູ້​ເຖົ້າ, ການ​​ຊ່ວຍ​ຟື້ນ​ຟູ​ສຸ​ຂະ​ພາບ, ການເບິ່ງ​ແຍງ​ເດັກ​ນ້ອຍ, ກ​ານ​ແຕ່ງ​ກິນ ແລະ ອະ​ນາ​ໄມ​ເປັ​ນ​ຕົ້ນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ເຊິ່ງ​ຂະ​ແໜງ​ການ​ນີ້ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດ​ທະ​ນາ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ຢູ່​ຈີນ, ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ການ​ພັ​ດ​ທະ​ນາ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ພາຍ​ໃນ​ເຮືອນ​ຢູ່​ຈີນ.