ທ່າ​ນ​ສີ​ຈິ້ນ​ຜິງ​ຝາກ​ຄວາມ​ມຸ່ງ​ຫວັງໄວ້​ກັບ​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ໃໝ່ ໃຫ້​ເຊື່ອມ​ໂຍງ​ອຸ​ດົມ​ການ ແລະ ເປົ້າ​ໝາຍ​ຂອງ​ຕົນເຂົ້າ​ກັບ​ພາ​ລະ​ກິດ​ຂອງ​ພັກ ແລະ​ລັດ

2020-07-08 17:11:54 |ມາຈາກ: CRI

ວັນ​ທີ 7 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕອບ​ຈົດ​ໝາຍ​ຂອງ​ນັກ​ສຶກ​ສາ​ຜູ້​ຮຽນ​ຈົບ​ໃໝ່​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນ້ຳ​ມັນ​ເຊື້ອ​ໄຟ​ຈີນ​ຢູ່​ເຂດ​ເຄີ້​ລາ​ມາ​ອີ, ກ່ອນ​ອື່ນ​ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ເຂົາ​ເຈົ້າ​ທີ່​ເລືອກ​ຈະ​ໄປ​ເຮັດ​ວຽກ​ຢູ່​ຮາກ​ຖານ​ເຂດ​ຊາຍ​ແດນ, ທັງ​ໄດ້​ຝາກ​ຄວາມ​ມຸ່ງ​​ຫວັງ​ຢ່າງ​​ຈິງ​ໃຈ​ໄວ້ກັບ​ນັກ​ສຶກ​ສາອັນ​ໄພ​ສານ​ທີ່​ຮຽນ​ຈົບ​ໃໝ່​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ໃນບັ້ນ​ຮົບ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19​ທີ່​ຂ້ຽວ​ຂາດຄັ້ງ​ນີ້, ເຮັດ​ໃຫ້​ນັກ​​ສຶກ​ສາ​ທີ່​ຮຽນ​ຈົບ​ໃໝ່ຊຸດ​ນີ້​ໄດ້​ຮັບ​ການ​ຝຶກ​ຝົນຫຼໍ່ຫຼອມ ແລະ ມີ​ຄວາມ​ກ້າວ​ໜ້າ, ເຮັດ​ໃຫ້ນັກ​ສຶກ​ສາໄດ້​ສຳ​ຜັດ​ກັບ​ເຫດຜົນ​ຕົວ​ຈິງ​ຄື: “ຜູ້​ທີ່ບໍ່​ສະ​ແຫວງ​ຫາການ​ສ້າງ​ຜົນ​ງານ​ແບບ​ງ່າຍ​ດາຍຈຶ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ, ຜູ້​ທີ່​ບໍ່ຫຼົບຫຼີກ​ຄວາມ​ຫຍຸ້ງ​ຍາກ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ.” ເສັ້ນ​ທາງ​ທີ່​ກ້າວ​ໄປ​ໜ້າ​ຈະ​ບໍ່ແມ່ນ​​ເສັ້ນ​ທາງ​ທີ່ສະ​ດວກ​ຢູ່​ສະ​ເໝີ, ການ​ບັນ​ລຸ​ຄວາມ​ຝັນ​ຈີນ​​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຕ້ອງ​ການ​ຊາວ​ໜຸ່ມຫຼາຍ​ເຊັ່ນ​ຄົນ​​ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົດ​ທົນ​ຢ່າງ​ບໍ່​ລົດ​ລະ. ພວກ​ຫຼານ​ນັກ​ສຶກ​ສາ​ພໍ​ດີ​ພົບ​​ພໍ້​ທັງ​ກາ​ລະ​ໂອ​ກາດ ແລະ ​ການແບກ​ຫາບ​ໜ້າ​ທີ່​ອັນ​ໜັກ​ໜ່ວງ. ຫວັງ​ວ່າ​ນັກ​ສຶກ​ສາ​ຜູ້​ຮຽນ​ຈົບ​ໃໝ່​ອັນ​ໄພ​ສານ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ຕັ້ງ​ອຸ​ດົມ​ການ​ທີ່​ສູງ​ສົ່ງ, ປະ​ຕິ​ບັດ​ງານ​ຢ່າງ​ໜັກ​ແໜ້ນ, ບໍ່​ຢ້ານ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ກ້າ​ແບກ​ຫາບ​ພາ​ລະ​ກຳ​ຂອງ​ຍຸກ​ສະ​ໄໝ, ເຊື່ອມ​ໂຍງ​ອຸ​ດົມ​ການ​ຂອງ​ຕົນ​ເຂົ້າ​ກັບ​ພາ​ລະ​ກິດ​ຂອງ​ພັກ ແລະ ລັດ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ພັກ ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ.