ຈີນຈະ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ຊຸກ​ຍູ້ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​​ປອດ​ໄພດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ

2020-07-09 19:06:57 |ມາຈາກ: CRI

ວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ເພື່ອຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ປອ​ດ​ໄພດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ຕາມ​ຂ່າວ​ແຈ້ງວ່າ, ກອງ​ປະ​ຊຸມ​ສຳ​ມະ​ນາ​​ທາງວີ​ດີ​ໂອກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຈີນ-ອົງ​ກາ​ນ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ : “ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ”, ກອງ​ປະ​ຊຸມ​ນີ້ໄດ້​ຖ່າຍ​ທອດ​ສົດ​ຕໍ່​ທົ່ວ​ໂລກ​ທາງ​ອອນ​ລາຍ ແລະ ອ​ອ​ຟ​ລາຍ. ຊ່ຽວ​ຊານ​ຈາກ​ສະ​ຖາ​ບັນ​ການ​ແພດຫຼາຍ​ແຫ່ງ​ຂອງ​ຈີນ ແລະ ຊ່ຽວ​ຊານ200 ກວ່າ​ທ່ານ​ທີ່​ມາ​ຈາກ​ສະ​ຖາ​ບັນ​ການ​ແພດເກືອບ 40 ແຫ່ງ​ທີ່​ຂອງປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ປະ​ເທດ​ຜູ້​ສັງ​ເກດ​ການ ແລະ ປະ​ເທດ​ຄູ່​ເຈ​ລະ​ຈາ​ໄດ້​ລົງ​ເລິກ​ປຶກສາ​ຫາ​ລື​ກ່ຽວ​ກັບ​ການ​ບົ່ງ​ມະ​ຕິ ແລະ ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ແລະ ຫົວ​ຂໍ້​ອື່ນໆ. ໃນຫຼາຍ​ອາ​ທິດ​ຂ້າງ​ໜ້າ​ນີ້, ກອງ​ປະ​ຊຸມ​ທາງວີ​ດີ​ໂອ​ທີ່​ກ່ຽວ​ຂ້ອງ​ຍັງ​ຈະ​ຈັດ​ຂຶ້ນ​ຕິດ​ຕໍ່ກັນ, ເຊື່ອ​ວ່າ​ນີ້​ຈະສົ່ງ​ຜົນ​ດີ​ຕໍ່​ພະ​ນັກ​ງານ​ການ​ແພດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເພື່ອ​ຍົກ​ສູງ​ລະ​ດັບ​ວິ​ຊາ​ການ, ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ກອບ​ກູ້​ຊີ​ວິດ​ໃຫ້ຫຼາຍກວ່າ​ເກົ່າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.