ອາເມຣິກາປະກາດຖອນອອກຈາກອົງການອະນາໄມໂລກ ໄດ້ທຳລາຍຄວາມພະ ຍາຍາມສາກົນໃນການຕ້ານກັບພະຍາດໂຄວິດ-19

2020-07-09 19:14:02 |ມາຈາກ: CRI

ກ່ຽວກັບກໍລະນີທີ່ອາເມຣິກາໄດ້ປະກາດຖອນອອກຈາກອົງການອະນາໄມໂລກ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 8 ກໍລະກົດນີ້ຢູ່ ປັກກິ່ງວ່າ:​ ການກະທຳຂອງອາເມຣິກາໄດ້ທຳລາຍຄວາມພະຍາຍາມສາກົນໃນ ການຕ້ານກັບພະຍາດໂຄວິດ-19 ໂດຍສະເພາະໄດ້ສ້າງຜົນກະທົບທາງລົບອັນ ໜັກໜ່ວງໃຫ້ກັບປະເທດທີ່ພວມພັດທະນາທີ່ຕ້ອງການຄວາມຊ່ວຍເຫຼືອສາກົນ ຢ່າງຮີບດ່ວນ.

ຂ່າວແຈ້ງວ່າ, ໂຄສົກກະຊວງການຕ່າງປະເທດອາເມຣິກາໄດ້ກ່າວໃນວັນທີ 7 ກໍລະກົດວ່າ: ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ແຈ້ງຕໍ່ທ່ານອັນໂຕນີ ໂອ ກູເຕີຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຢ່າງເປັນທາງການວ່າ: ໄດ້ເລີ່ມດຳເນີນຂັ້ນຕອນທີ່ອາເມຣິກາຈະຖອນອອກຈາກອົງການອະນາໄມໂລກແລ້ວ. ມື້ດຽວກັນ, ໂຄສົກຂອງທ່ານກູເຕີຣັສໄດ້ຢືນຢັນຂ່າວດັ່ງກ່າວ. ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: “ນີ້ແມ່ນຫຼັກຖານອີກ ຢ່າງໜຶ່ງທີ່ອາເມຣິກາເຫັນດີນຳລັດທິຝ່າຍດຽວ, ການຖອນອອກຈາກອົງການຈັດຕັ້ງສາກົນແລະລະເມີດສັນຍາ. ໃນຖານະເປັນອົງການຮັກສາຄວາມປອດໄພດ້ານສາທາລະນະສຸກທີ່ມີອິດທິພົນທີ່ສຸດແລະມີວິຊາການທີ່ສຸດຂອງໂລກ, ອົງການອະນາໄມໂລກໄດ້ເສີມຂະຫຍາຍບົດບາດໃຈກາງທີ່ຂາດບໍ່ໄດ້ໃນການປະສານງານ ເພື່ອຮັບມືກັບສະພາບພະຍາດໂຄວິດ-19ໃນໂລກ. ປັດຈຸບັນ, ການຕ້ານກັບພະຍາດຂອງສາກົນພວມຢູ່ໃນໄລຍະທີ່ສຳຄັນ, ການສະໜັບສະໜູນອົງການອະນາໄມໂລກກໍ່ເປັນການສະໜັບສະໜູນການຮ່ວມມືຕ້ານກັບພະຍາດຂອງສາກົນແລະເປັນການກອບກູ້ຊີວິດ. ນີ້ແມ່ນຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງຂອງປະຊາຄົມໂລກ. ການກະທຳຂອງອາເມຣິກາໄດ້ທຳລາຍຄວາມພະຍາຍາມສາກົນໃນ ການຕ້ານກັບພະຍາດໂຄວິດ-19 ໂດຍສະເພາະໄດ້ສ້າງຜົນກະທົບທາງລົບອັນ ໜັກໜ່ວງໃຫ້ກັບປະເທດທີ່ພວມພັດທະນາທີ່ຕ້ອງການຄວາມຊ່ວຍເຫຼືອສາກົນ ຢ່າງຮີບດ່ວນ.”

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງປະຕິບັດພັນທະສາກົນຂອງຕົນ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່ທີ່ຄວນມີ. ຈີນກໍຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບລັດທິຫຼາຍຝ່າຍຕື່ມອີກ, ເພີ່ມທະວີການສະໜັບສະໜູນແລະ ເງິນອຸດໜູນຕໍ່ອົງການອະນາໄມໂລກ ເພື່ອຮັກສາຄວາມປອດໄພດ້ານສາທາລະ ນະສຸກຂອງໂລກຮ່ວມກັນ.