36ປີ, ເພິ່ນໄດ້ລວບລວມປະທານຸກົມພາສາລາວ-ຈີນຫົວທຳອິດອອກມາ

2020-07-10 17:33:12 |ມາຈາກ: 澜湄趴

ອາຈານ ຮວງປິ່ນ ໃນອາຍຸ 83 ປີ, ປັດຈຸບັນດໍາລົງຊີວິດຢູ່ນະຄອນຄຸນໝິງແຂວງຢຸນນານ, ລາວບໍ່ສູງປານໃດ ແລະ ຈ່ອຍຜອມໜ້ອຍໜຶ່ງ, ລາວມັກໃສ່ໝວກໃບໜຶ່ງທີ່ເປັນສີຟ້າ ແລະ ມີຕົວໜັງສືລາວທີ່ຂຽນຕິດຢູ່ທາງເທິງວ່າ "ປະເທດລາວ" ຢູ່ສະເໝີ. ນິໄສທີ່ມັກຄວາມມ່ວນຊື່ນມາແຕ່ກຳເນີດບໍ່ໄດ້ມີການປ່ຽນແປງໃນຕະຫຼອດຊີວິດຂອງລາວ, ແລະ ສຽງຫົວດັງໆທີ່ປ່ອຍອອກມາເປັນບາງຄັ້ງ ເຮັດໃຫ້ຄົນຮູ້ສຶກໃກ້ຊິດຫຼາຍ.

ຜູ້ອາວຸໂສທີ່ໜ້າຮັກຄົນນີ້ເປັນຜູ້ລວບລວມປະທານຸກົມພາສາລາວ-ຈີນຫົວທຳອິດຂອງປະເທດຈີນ. ປະທານຸກົມພາສາລາວ-ຈີນທີ່ໄດ້ນຳໃຊ້ເວລາ 36 ປີເພື່ອຂຽນສຳເລັດຫົວນີ້, ໄດ້ອຳນວຍຄວາມສະດວກໃຫ້ຕໍ່ຜູ້ຮຽນພາສາລາວໃນປະເທດຈີນຢ່າງຫຼວງຫຼາຍ. ໃນປັດຈຸບັນ, ລາວຍັງເຄື່ອນໄຫວຢູ່ໃນແຖວໜ້າຂອງການແປພາສາ ແລະ ການຄົ້ນຄວ້າ, ຮູ້ສຶກປິຕິຊົມຊື່ນຕໍ່ການຫຍຸ້ງວຽກນີ້ຢ່າງເຕັມທີ່.

ຂ້ອຍຈະລວບລວມປະທານຸກົມ

ພາຍຫຼັງການສະຖາປະນາ ສປ ຈີນ, ທ່ານ ຮວງປິ່ນ ໄດ້ກັບຄືນປະເທດຈີນ. ໃນຂະນະນັ້ນ, ບຸກຄະລາກອນດ້ານພາສາລາວໃນປະເທດຈີນແມ່ນຂາດເຂີນອີ່ຫຼີ, ແລ້ວລາວກໍຖືກແຕ່ງຕັ້ງໄປສິດສອນຢູ່ໂຮງຮຽນວິຊາຊີບພາສາຕ່າງປະເທດທີໜຶ່ງກອງທັບປົດປ່ອຍປະຊາຊົນຈີນ. "ໃນຕອນເລີ່ມຕົ້ນ, ພວກນັກສຶກສາບໍ່ມີແບບຮຽນສະເພາະເທື່ອ. ຂ້ອຍຈຶ່ງຂໍຄົນອື່ນທີ່ກັບມາຈາກປະເທດລາວຊ່ວຍຂົນແບບຮຽນໃນລະດັບຊັ້ນປະຖົມ ຊັ້ນມັດທະຍົມ ແລະ ໜັງສືພິມຈຳນວນໜຶ່ງມາໃຫ້ຂ້ອຍ, ແຕ່ເຖິງຢ່າງນີ້ ຂໍ້ມູນການຮຽນກໍຍັງບໍ່ພໍ." ທ່ານ ຮວງປິ່ນ ຫວນຄືນວ່າ, ວຽກງານການສິດສອນພາສາລາວໃນເວລານັ້ນແມ່ນລໍາບາກ ແລະ ເກືອບປະຕິບັດເປັນໄປບໍ່ໄດ້. "ການຮຽນພາສາ ມັນຕ້ອງການຂໍ້ມູນອັນຫຼວງຫຼາຍ. ຂ້ອຍຍັງບອກພວກນັກສຶກສາ ໃຫ້ເຂົາເຈົ້າໄປຟັງວິທະຍຸກະຈາຍສຽງເພີ່ມຕື່ມ, ແຕ່ການຟັງວິທະຍຸກະຈາຍສຽງກໍຕ້ອງ 'ເລືອກມື້ເລືອກຍາມ' ອີກ, ຖ້າເປັນວັນທີ່ອາກາດດີກໍສາມາດຟັງໄດ້, ອາກາດບໍ່ດີກໍຟັງບໍ່ໄດ້."

ໃນໄລຍະການເຮັດວຽກງານ, ທ່ານ ຮວງປິ່ນ ໄດ້ຮູ້ສຶກວ່າ, ສິ່ງທີ່ພວກນັກສຶກສາຕ້ອງການທີ່ສຸດໃນຂະນະນີ້, ແມ່ນປະທານຸກົມຫົວໜຶ່ງ, ເຊິ່ງຄວາມຄິດທີ່ຈະລວບລວມປະທານຸກົມຫົວໜຶ່ງໃຫ້ແກ່ພວກນັກສຶກສາ ຄວາມຄິດນີ້ໄດ້ຄ່ອຍໆຝັງຢູ່ໃນໃຈຂອງທ່ານ ຮວງປິ່ນ.

ເຖິງວ່າມີຄວາມຫຍຸ້ງຍາກ ກໍບຸກໄປສູ່ທາງໜ້າ

ຕັ້ງແຕ່ປີ 1964 ເປັນຕົ້ນມາ, ທ່ານ ຮວງປິ່ນ ກໍເລີ່ມຕັ້ງໜ້າລວບລວມເກັບຂໍ້ມູນ.ເນື່ອງຈາກວ່າ ເງື່ອນໄຂໃນການເອົາຂໍ້ມູນມີຈຳກັດ, ທົ່ວທຸກຂັ້ນຕອນຂອງການເກັບຂໍ້ມູນແມ່ນທັງໜ້າເບື່ອ ແລະ ລຳບາກຫຼາຍ. "ຄຳສັບທີ່ໄດ້ລວບລວມໄວ້ນັ້ນ, ຂ້ອຍກໍບັນທຶກຢູ່ເທິງປຶ້ມບັນທຶກເທື່ອລະໂຕ ໂດຍອີງຕາມລຳດັບຂອງຕົວໜັງສືພາສາລາວ ແລະ ແບ່ງເປັນປະເພດໝວດໝູ່. ປຶ້ມບັນທຶກຂອງຂ້ອຍໃນເວລານັ້ນກໍມີຫຼາຍສິບຫົວແລ້ວ." ເມື່ອໄດ້ຫວນຄືນເຖິງສະຖານະການການເກັບລວບລວມຄຳສັບໃນຫຼາຍສິບປີກ່ອນໜ້ານີ້, ນໍ້າຕາຂອງຜູ້ເຖົ້າໃນອາຍຸ 80 ກວ່າປີນີ້ໄດ້ຄ່ອຍໆຊຶມອອກມາ. ນອກຈາກເກັບຄໍາສັບພາສາລາວແລ້ວ, ທ່ານ ຮວງປິ່ນ ຍັງຕ້ອງຂຽນ ຄວາມໝາຍຂອງທຸກຄຳສັບທີ່ເປັນພາສາຈີນຢ່າງຖືກຕ້ອງມາຕາມຫຼັງ, ແລ້ວຈັດຄໍາສັບພາສາລາວ ແລະ ຄວາມໝາຍທີ່ເປັນພາສາຈີນເປັນຄູ່ກັນ.

ໃນປີ 1978, ປະທານຸກົມສະບັບຕົ້ນກໍເກືອບສຳເລັດແລ້ວ. ພາຍຫຼັງປະສານໜ້າທີ່ວຽກງານຂອງຕົນ ຕໍ່ໃຫ້ຜູ້ອື່ນຢ່າງຮຽບຮ້ອຍແລ້ວ, ທ່ານ ຮວງປິ່ນ ໄດ້ ຖືປຶ້ມບັນທຶກຂອງຕົນ, ແລ້ວນັ່ງລົດໄຟເດີນທາງໄປສູ່ນະຄອນຫຼວງປັກກິ່ງ. ແຕ່ລາວຄິດບໍ່ເຖິງວ່າ, ການເດີນທາງໄປປັກກິ່ງຄັ້ງນີ້ ຕ້ອງອາໄສຢູ່ນັ້ນເປັນເວລາ 8 ປີ.

ໃນເວລານັ້ນ, ເຄື່ອງຈັກພິມຂອງສຳນັກພິມການຄ້າປັກກິ່ງ(The Commercial Press)ສາມາດພິມພາສາຈີນໄດ້, ແຕ່ພິມພາສາລາວບໍ່ໄດ້. ທ່ານ ຮວງປິ່ນ ຕ້ອງເດີນທາງໄປ ສຳນັກພິມການຄ້າປັກກິ່ງຕັ້ງແຕ່ຕອນເຊົ້າ, ແລະ ພິມຕົວໜັງສືພາສາລາວດ້ວຍເຄື່ອງພິມຕົວໜັງສືແບບດັ້ງເດີມ, ແລະ ປຽບທຽບກັບພາສາຈີນທີ່ໄດ້ພິມອອກມາແລ້ວນັ້ນ, ຕິດແຖວເຈ້ຍພາສາລາວໄປຕາມຄວາມໝາຍຂອງພາສາຈີນເທື່ອລະແຖວໆ, ເພື່ອກະກຽມໃຫ້ແກ່ວຽກການກວດກາ ແລະ ວຽກການພິມໃນຕໍ່ໜ້າ. "ການປ່ຽນແຖວມັກຜິດເລື້ອຍໆ, ຍັງຕ້ອງເອົາໄມ້ບັນທັດມາແທກເພື່ອແກ້ອີກດ້ວຍ."ອາຈານຂອງວິທະຍາໄລພາສາຕ່າງປະເທດປັກກິ່ງຊ່ວຍເຫຼືອການກວດອ່ານໃຫ້ທ່ານ ຮວງປິ່ນ, ຫຼັງຈາກທີ່ໄດ້ຮັບຮູ້ວຽກງານທີ່ລາວກຳລັງເຮັດແລ້ວ, ເຂົາເຈົ້າທັງຮູ້ສຶກນັບຖືທ່ານເປັນຢ່າງສູງ ທັງຮູ້ສຶກຕົກໃຈໄປດ້ວຍ, ເຂົາເຈົ້າຄິດວ່າວຽກນີ້ເປັນວຽກໜຶ່ງທີ່ບໍ່ສາມາດສຳເລັດ ໄດ້.

ສຸມໃສ່ເປົ້າໝາຍໃໝ່

ໃນປີ 1987, ເມື່ອສັງເກດວ່າຍັງເຫຼືອຕົວໜັງສືຈຳນວນໜຶ່ງທີ່ຍັງບໍ່ທັນສຳເລັດ, ທ່ານ ຮວງປິ່ນ ໄດ້ກັບຄືນນະຄອນຄຸນໝິງ. ໃນຊຸມປີ 90 ສະຕະວັດທີ 20, ການປະກົດຕົວຂອງຄອມພິວເຕີໄດ້ເລັ່ງຄວາມໄວຂອງການລວບລວມ, ເຖິງແນວນີ້ກໍຕາມ, ວຽກງານທີ່ຍັງເຫຼືອນັ້ນກໍຍັງຕ້ອງໃຊ້ເວລາຫຼາຍປີໄປເຮັດ.

ໃນສຸດທ້າຍ, ໂດຍອີງໃສ່ຈິດໃຈທີ່ເບິ່ງໂລກໃນແງ່ດີຄວາມຍຶດໝັ້ນອັນແຂງແກ່ນ ພ້ອມດ້ວຍໜ້າທີ່ຮັບຜິດຊອບຕໍ່ວຽກການສິດສອນ ແລະ ການຄົ້ນຄວ້າພາສາລາວ, ໃນປີ 2000, ປະທານຸກົມພາສາລາວ-ຈີນຫົວທຳອິດໃນປະເທດຈີນໄດ້ພິມຈຳໜ່າຍອອກມາຢ່າງເປັນທາງການ. ປະທານຸກົມທີ່ກາຍຜ່ານເວລາ 36 ປີຈິ່ງສາມາດກຳເນີດອອກມາພົບໜ້າກັບຜູ້ອ່ານຫົວນີ້, ໄດ້ກາຍເປັນເຄື່ອງມືທີ່ຈຳເປັນຂອງຜູ້ຄົ້ນຄວ້າ ຜູ້ຮໍ່າຮຽນພາສາລາວໃນທົ່ວປະເທດຈີນ.

ໃນປັດຈຸບັນ, ທ່ານ ຮວງປິ່ນ ໄດ້ເລີ່ມກ້າວໄປສູ່ການເດີນທາງສາຍໃໝ່ອີກເທື່ອແລ້ວ. ເພື່ອເປັນການທົດ ແທນຄວາມເສຍດາຍທີ່ເກັບຄຳສັບບໍ່ຄົບຖ້ວນໃນ ປະທານຸກົມສະບັບເກົ່າ, ລາວກຳລັງເຮັດປະທານຸກົມພາສາລາວ-ຈີນສະບັບໃໝ່ຢູ່, ສະບັບໃໝ່ນີ້ຈະລວບລວມ ຄຳສັບທີ່ ຫຼາຍຍິ່ງຂຶ້ນກວ່າເກົ່າ, ຍິ່ງໃກ້ຊິດຕິດແທດກັບຄວາມຕ້ອງການໃນຕົວຈິງຫຼາຍຂຶ້ນ. ນອກຈາກນີ້, ທ່ານ ຮວງປິ່ນ ຍັງກໍາລັງລວບລວມປະທານຸກົມພາສາຈີນ-ລາວອີກດ້ວຍ, ມາເຖິງປັດຈຸບັນໄດ້ສໍາເລັດໄປສອງໃນຫ້າແລ້ວ. ທ່ານ ຮວງປິ່ນ ທັງຍິ້ມທັງເວົ້າວ່າ:"ຫວັງວ່າຈະສາມາດສຳເລັດໃຫ້ ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອປະກອບສ່ວນໃຫ້ແກ່ນັກສຶກສາຈີນທີ່ຮຽນພາສາລາວ ແລະ ນັກສຶກສາລາວທີ່ຮຽນພາສາຈີນໃນສອງປະເທດໃຫ້ຫຼາຍຍິ່ງຂຶ້ນ."