ທ່ານສີຈິ້ນຜິງສົນທະນາກັບປະທານາທິບໍດີຣັບເຊຍທາງໂທລະສັບ

2020-07-10 17:43:12 |ມາຈາກ: CRI

ວັນທີ 8 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່ານວະລາດີເມຍປູຕິນ ປະທານາທິບໍດີຣັດເຊຍ.

ທ່ານສີຈິ້ນຜິງກ່າວວ່າ: ໃນທ້າຍເດືອນມິຖຸນາຜ່ານມາ, ຣັດເຊຍໄດ້ຈັດພິທີສວນສະໜາມເພື່ອສະເຫຼີມສະຫຼອງໄຊຊະນະໃນສົງຄາມປ້ອງກັນປະເທດຄົບຮອບ 75 ປີຢ່າງສຳເລັດຜົນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວເພື່ອລະນຶກເຫດການທາງປະຫວັດສາດ ແລະປົກປ້ອງສັນຕິພາບຂອງໂລກ. ເມື່ອບໍ່ດົນມານີ້, ຣັດເຊຍໄດ້ດຳເນີນການລົງຄະແນນສຽງທົ່ວປວງຊົນ, ເພື່ອຮັບຮອງການດັດແກ້ລັດຖະທຳມະນູນດ້ວຍຄະແນນສຽງເຫັນດີສ່ວນຫຼາຍ ເຊິ່ງສະທ້ອນໃຫ້ເຫັນວ່າ: ປະຊາຊົນຣັດເຊຍໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານ ກໍຄືເຫັນດີຕໍ່ທັດສະນະການປົກຄອງປະເທດ. ຈີນຈະເດັດດ່ຽວສະໜັບສະໜູນຣັດເຊຍກ້າວເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຊາດຕົນ, ເດັດດ່ຽວສະໜັບສະໜູນຣັດເຊຍເລັ່ງລັດພັດທະນາ ແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຕົນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນ ແລະຣັດເຊຍສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະທີ່ຫຍຸ້ງຍາກທີ່ສຸດໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ເຊິ່ງເປັນການເພີ່ມພູນຄູນສ້າງສາຍພົວພັນຈີນ-ຣັດເຊຍທີ່ມີຄວາມໝາຍສຳຄັນທາງຍຸດທະສາດໃນຍຸກໃໝ່. ຈີນຍິນດີປະສານງານຢ່າງແໜ້ນແຟ້ນກັບຣັດເຊຍໃນຂອບຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ ແລະອື່ນໆ, ຮັກສາລັດທິຫຼາຍຝ່າຍ, ຄັັດຄ້ານລັດທິເຈົ້າອຳນາດ ແລະລັດທິຝ່າຍດຽວ, ຮ່ວມກັນປົກປັກຮັກສາຄວາມຍຸຕິທຳ ແລະຄວາມເປັນທຳສາກົນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນບັບປຸງການບໍລິຫານໂລກ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານປູຕິນກ່າວວ່າ: ຣັດເຊຍ ແລະຈີນລ້ວນແຕ່ທະນຸຖະໜອມຄວາມໝັ້ນຄົງດ້ານອະທິປະໄຕຂອງປະເທດຕົນ, ເດັດດ່ຽວສະໜັບສະໜູນເຊິ່ງກັນ ແລະກັນຢ່າງສະເໝີຕົ້ນສະເໝີປາຍ. ການພົວພັນລະຫວ່າງຣັດເຊຍ ແລະຈີນພວມຢູ່ລະດັບທີ່ດີທີ່ສຸດໃນປະຫວັດສາດ. ຣັດເຊຍເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງຈີນໃນການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງ, ຄັດຄ້ານການທ້າທາຍເກາະຜິດອະທິປະໄຕຂອງຈີນໃນທຸກຮູບແບບ ແລະເຊື່ອໝັ້ນວ່າຈີນມີຄວາມສາມາດຮັກສາຄວາມຈະເລີນຮຸ່ງເຮືອງ ແລະຄວາມໝັ້ນຄົງຢ່າງຖາວອນຢູ່ຮົງກົງໄດ້.