ເສັ້ນທາງການຫລຸດພົ້ນຄວາມທຸກຍາກທາງນິເວດຂອງຕູຫລົງຈ່ຽງ

2020-07-15 16:15:14 |ມາຈາກ: 《占芭》杂志

ຕາແສງຕູຫລົງຈຽງ (Dulongjiang Town), ເມືອງປົກຄອງຕົນເອງ ຊົນເຜົ່າຕູຫລົງຊົນເຜົ່ານູເມືອງກົ້ງຊານ ແຂວງຢຸນນານ (Gongshan Dulong and Nu Autonomous County, Yunnan province) ຕັ້ງຢູ ເຂດສະຫງວນທຳມະຊາດລະດັບຊາດພູເກົາຫລີກົງ (Gaoligong mountain) ແລະ ເຂດສູນກາງມໍລະດົກໂລກທາງທຳມະຊາດ “ແມນ້ຳສາມສາຍໄຫລມາບັນຈົບກັນ”, ເປັນທີ່ຢູອາໄສຕົ້ນຕໍຂອງຊົນເຜົ່າຕູຫລົງ (The Drung ethnic) ຊົນເຜົ່າສວນຫນອຍຂອງຈີນ.

ຈາກປາທີ່ຖືກບຸກເບີກທຳລາຍຈົນຮອດການເວນຍາມພູຜາ - ປົກປັກຮັກສາປາໄມ, ຈາກການເຜົາປາເຮັດໄຮຈົນມາຮອດການອາໄສປາສາງຄວາມຮັ່ງມີ, ຈາກທີ່ຫາງໄກຈາກໂລກພາຍນອກ ມາເຖິງການເປີດປະຕູຕອນຮັບແຂກ, ປີມໆມານີ້, ບານຕູຫລົງຈຽງ ໄດມີຄຳເວົ້າຫນຶ່ງອອກມາກໍຄື “ບຕັດໄມ, ບເຜົາພູ” ກໍສາມາດເປັນເສັ້ນທາງການລົບລາງຄວາມທຸກຍາກທາງນິເວດເພື່ອການຫລຸດພົ້ນອອກຈາກຄວາມທຸກຍາກ, ກາຍເປັນຄຳເວົ້າທີ່ຂຽນບັນຍາຍອັນມີຊີວິດຊີວາຂອງ“ນ້ຳໃສ - ພູຂຽວ ກໍເເມນພູເງິນພູຄຳ”.

ປີ 2018, ຊົນເຜົ່າຕູຫລົງ ທັງຫມົດຊົນເຜົ່າໄດບັນລຸການຫລຸດພົ້ນອອກຈາກຄວາມທຸກຍາກ, ບອກລາຄວາມທຸກຍາກຢາງສົມບູນເປັນຄັ້ງປະຫວັດສາດ. “ການຫລຸດພົ້ນຈາກຄວາມທຸກຍາກເປັນພຽງບາດກາວທຳອິດ, ວັນທີ່ດີກວານີ້ ຍັງຢູໃນພາຍພາກຫນາ.” ມວນຊົນເຜົ່າຕູຫລົງ ມີຄວາມເຊື່ອຫມັ້ນຢາງເຕັມປຽມຕກັບການສາງເສັ້ນທາງຊີວິດທີ່ດີ.

ຈາກປາທີ່ຖືກບຸກເບີກທຳລາຍຈົນຮອດການກວດກາພູຜາ-ປົກປັກຮັກສາປາໄມ

ທານ ຫລົງເຕີເສິງ (Long Decheng) ແມນ ຮອງຫົວຫນາຄະນະກຳມະການ ບານຕີເຈິ້ງຕາງ (Dizhengdang) ຕາແສງຕູຫລົງຈຽງ, ຕຳແຫນງອີກອັນຫນຶ່ງຂອງເພິ່ນກໍແມນຜູພິທັກປາໄມຂອງຫນວຍຍອຍຄຸມຄອງ ແລະ ຮັກສາຊັບພະຍາກອນປາໄມຂອງບານ, ໃນທຸກເດືອນ ລາວ ແລະ ບັນດາຫມູເພື່ອນຕອງອອກໄປກວດກາຕາມພູຜາ ປົກປັກຮັກສາປາໄມ ບຫນອຍກວາສອງຄັ້ງ.

ໃນເມື່ອກອນ, ປະຊາຊົນຊົນເຜົ່າຕູຫລົງ ອາໄສການບຸກເບີກທຳລາຍປາໃຊຊີວິດຜານໄປແຕລະມື້ຢາງຍາກລຳບາກ,ຕົ້ນໄມຍິ່ງຕັດຍິ່ງຫນອຍ, ພູຍິ່ງເຜົາຍິ່ງໂລນ, ການນຳຫາເສັ້ນທາງ “ບຕັດຕົ້ນໄມ, ບເຜົາພູ” ກໍສາມາດຫລຸດພົ້ນຈາກຄວາມທຸກຍາກສາງຄວາມຮັ່ງມີ, ກາຍເປັນເລື່ອງໃຫຍທີ່ຮີບດວນ. ການດຳເນີນການເພື່ອບັນລຸຜົນການຊົດເຊີຍຂອງລະບົບນິເວດ, ໄດເຮັດໃຫປະຊາຊົນຜູທຸກຍາກກາຍເປັນຜູພິທັກປາໄມ ຫລື ຜູພິທັກນິເວດ, ກໍແມນມາດຕະການຫນຶ່ງທີ່ສຳຄັນໃນນັ້ນ.

ເດືອນສິງຫາ 2017, ທ່ານ ຫລົງເຕີເສີງ ກາຍເປັນຜູພິທັກປາໄມ, ບານຕີ່ເຈິ້ງຕາງທີ່ລາວອາໄສຢູ, ແມນບານຫນຶ່ງທີ່ມີເນື້ອທີ່ປາໄມໃຫປົກປັກຮັກສາຫລາຍທີ່ສຸດໃນທົ່ວບານ, ຫມົດບານມີຜູພິທັກປາໄມນິເວດທັງຫມົດ 82 ຄົນ, ການຕັດປາຊະຊາຍ, ລັກເຄື່ອງປາຂອງດົງ, ລັກຈັບລັກລາສັດ ແລະ ອື່ນໆ, ລວນແຕແມນຈຸດສຳຄັນໃນການກວດກາ ແລະ ປົກປັກຮັກສາຂອງເຂົາເຈົ້າ.

ຢູບານຕູຫລົງຈຽງ, ຜູພິທັກປາຄືກັບ ຫລົງເຕີເສິງ ມີຢູ 313 ຄົນ, ຜານເມືອງ, ຕາແສງ, ບານ, ຫນວຍຍອຍ, ບັນລຸກົນໄກການຄຸມຄອງ ແລະ ຮັກສາຕາຫນາງ “ສີ່ຂັ້ນ”, ບພຽງແຕມີຜົນໃນການປົກປັກຮັກສາສະພາບແວດລອມນິເວດ, ຍັງໄດເຮັດໃຫ ປະຊາຊົນຜູທຸກຍາກມີໂອກາດໄດວຽກເຮັດງານທຳໃນທອງຖິ່ນ, ໃນທຸກປີທຸກຄົນມີລາຍໄດໃນລັກສະນະເງິນເດືອນ 1 ຫມື່ນຢວນ.

ໃນປັດຈຸບັນ, ອັດຕາການປົກຫຸມຂອງປາໄມຢູ ຕູຫລົງຈຽງສູງເຖິງ 93,10%, ເຂດນ້ຳໄຫລຂອງ ແມນ້ຳຕູຫລົງຈຽງ ໄດ ຄົ້ນພົບພືດຂັ້ນສູງ 1000 ກວາຊະນິດ, ສັດປາ 1151 ຊະນິດ,ກາຍເປັນຫໍພິພິຕະພັນທຳມະຊາດເທິງພື້ນດິນ, ສາງຂອງຢີນ(Gene) ຊີວະນານາພັນທີ່ມີສຽງຊື່ລືຊາສົມກັບຄວາມຈິງ.

“ການພັດທະນາພາຍໃຕການປົກປັກຮັກສາ, ການຫລຸດພົ້ນຈາກຄວາມທຸກຍາກໃນການພັດທະນາ, ເອົາແມນ້ຳຕູຫລົງຈຽງ ສາງເປັນສະຫວັນເມືອງຄົນທີ່ມີເມກສີຂາວທອງຟາສີຄາມ ແລະ ມີນົກສົ່ງສຽງຮອງດອກໄມສົ່ງກິ່ນຫອມ” ທານ ກາວເຕີຫລົງ (Gao Derong) ເຈົ້າເມືອງເວົ້າວາ, ຮັກສາລະບົບນິເວດຂອງແມນ້ຳຕູຫລົງຈຽງໃຫດີ, ແມນການປະກອບສວນອັນຍິ່ງໃຫຍທີ່ສຸດຂອງປະຊາຊົນຊົນເຜົ່າຕູຫລົງ!

ຈາກປູກຫລາຍເກັບກຽວໄດຫນອຍ ມາເຖິງການອາໄສປາສາງຄວາມຮັ່ງມີ

“ການເຜົາເພື່ອບຸກເບີກແຕລະຮອບ, ການເຜົາປາເຮັດໄຮ, ປູກຫລາຍເກັບກຽວໄດຫນອຍ” ແມນຄຳບັນຍາຍຊີວິດການຜະລິດທີ່ຜານມາຂອງມວນຊົນເຜົ່າຕູຫລົງ, ສວນສາລີ, ຫົວເຜືອກ, ມັນຝຣັ່ງ ແລະ ພືດອື່ນໆທີ່ປູກໂດຍຜານການເຜົາປາເຮັດໄຮມີຜົນຜະລິດຕຫົວຫນວຍທີ່ຕ່ຳ, ຕອງໄດຕັດຕົ້ນໄມເລື້ອຍໆ, ເກັບຂຸດຄົ້ນເຄື່ອງປາຂອງດົງ, ລາສັດຈັບສັດເພື່ອໄປປຽນເອົາເງິນເພື່ອຊົດເຊີຍຄາໃຊຈາຍໃນບານເຮືອນ.

ເຮັດຈັ່ງໃດ ພາຍໃຕເງື່ອນໄຂການປົກປັກຮັກສາ ເພື່ອໃຫປະຊາຊົນມີລາຍຮັບເພີ່ມຂຶ້ນ ? ອາໄສຊັບພະຍາກອນຂະແຫນງການປາໄມທີ່ມີຢູຢາງອຸດົມສົມບູນ, ບານຕູຫລົງຈຽງ ໄດແນໃສຂະແຫນງການປາໄມທີ່ມີສີສັນພິເສດໂດຍການເອົາຫມາກແຫນງເປັນຕົ້ນຕໍ.

ລະດູເກັບຫມາກແຫນງ, ສອງຝັ່ງຂອງ ແມນ້ຳຕູຫລົງຈຽງ ໄດມີກິ່ນຫອມຂອງຫມາກແຫນງລອຍປິວຢູຢາງເຂັ້ມຂຸນ.ຄອບຄົວ ຟາງຊິ່ນຫມິງ (Fang Xinming) ຂອງ ບານຊຽນຈິວ (Xianjiu) ທີ່ຢູກາງປາທຶບຂອງຮອມພູສູງໄດປູກຫມາກແຫນງ100 ກວາມູ, ນັກຂາວໄດສຳພາດໃນມື້ດຽວກັນກັບທີ່ຫມາກແຫນງຊດທຳອິດຖືກເກັບ ກໍມີພຄາມາຊື້ຈົນຫມົດຢາງໄວວາ, “ທັງຫມົດມ 7416 ຈິ່ນ ( ເທົ່າກັບ 3706 ກິໂລ), ຂາຍໄດ້ 33 ພັນຢວນ!”

ຕົ້ນປີ 2012, ບານ ຕູຫລົງຈຽງ ເຜີຍແຜການປູກຫມາກແຫນງໃນຂອບເຂດກວາງ, ຂະແຫນງການປາໄມ, ການຊວຍເຫລືອເພື່ອຫລຸດພົ້ນຄວາມທຸກຍາກ, ຫນວຍສາສະຫນາປະຊາຊົນ ແລະ ພາກສວນອື່ນໆອອກແຮງຮວມກັນເປັນກຸມ, ຜານການແຈກຫນຫມາກແຫນງຟຣີ, ສົ່ງເຕັກນິກໄປຮອດປະຕູບານເຮືອນ ແລະ ວິທີອື່ນໆໃນການຊວຍເຫລືອປະຊາຊົນຕູຫລົງປູກຫມາກແຫນງ.

ກໍແມນໃນເວລານັ້ນ, ທີ່ຄອບຄົວ ຟາງຊິນຫມິ່ງ ທີ່ຢູພາຍໃຕການຊວຍເຫລືອຂອງລັດຖະບານແລວເລີ່ມປູກຫມາກແຫນງ. ກອນຫນານັ້ນ, ໃນຄອບຄົວຕົ້ນຕໍກໍແມນປູກສາລີ, ຫົວເຜືອກ, ມັນຝຣັ່ງ ແລະ ພືດອື່ນໆ, ແຕວາມັນກໍພຽງກິນອີ່ມຄອບຄົວຫນຶ່ງເທົ່ານັ້ນ, ທັງບສາມາດນຳພາລາຍຮັບທີ່ຫລາຍກວານີ້ມາໄດ,ແຕວາການປູກຫມາກແຫນງທຸກປີລາຍຮັບຫນອຍສຸດກໍແມນ 3-4 ຫມື່ນຢວນ.

ຈາກຄົວເຮືອນຫນຶ່ງໄປສອງສາມຄົວເຮືອນ, ຈາກກຸມນອຍຫນຶ່ງໄປຫາສອງສາມກຸມນອຍ, ຈາກບານຫນຶ່ງໄປຫາສອງສາມບານ, ປັດຈຸບັນເນື້ອທີ່ການປູກຫມາກແຫນງຂອງບານ ຕູຫລົງຈຽງ ໄດພັດທະນາໄປຮອດ 68 ພັນມູ. ຫມາກແຫນງທີ່ແດງອອງຕອງ, ກາຍເປັນ “ຫມາກຄຳ” ທີ່ພາຫລຸດພົ້ນຈາກຄວາມທຸກຍາກ ສາງຄວາມຮັ່ງມີຂອງປະຊາຊົນຊົນເຜົ່າຕູຫລົງ.

ນອກຈາກການປູກຫມາກແຫນງ, ບານ ຕູຫລົງຈຽງ ຍັງໄດຜານຮູບແບບ “ປາ + ເຫັດ” “ປາ + ສັດລຽງ” “ປາ + ເຜິ້ງ”ເປັນຕົ້ນ, ໃນການນຳພາປະຊາຊົນຊົນເຜົ່າຕູຫລົງ ພັດທະນາການປູກຝັງລຽງສັດຕາງໆທີ່ຢູລຸມປາ ເຊັ່ນ: ເຫັດທອງແກະ (Morchella esculenta), ງົວຕູຫລົງ, ໄກຕູຫລົງ, ເຜິ້ງຕູຫລົງແລະ ຍົກສູງອັດຕາການນຳໃຊພື້ນທີ່ປາ ແລະ ອັດຕາການຜະລິດຢາງສຸດຂີດ.

ຈາກທີ່ແຍກຫາງຈາກໂລກພາຍນອກ ມາເຖິງການເປີດປະຕູຕອນຮັບແຂກ

ກາວຈຽນຫລິງ (Gao Jianling) ປະຊາຊົນ ບານປາໂພ (Bapo Villiage) ກໍໄດເຊີຍຊົມກັບ “ໂບນັສທາງນິເວດ” ຂອງ ຕູຫລົງຈຽງ ຄືກັນ, ສວນຊອງທາງການເພີ່ມລາຍຮັບຂອງລາວ ກໍແມນການເປີດເຮືອນພັກຊາວກະສິກອນ.

ບານ ຕູຫລົງຈຽງ ໃນທຸກປີເຄີຍມີຫິມະໃຫຍປິດພູໄວເຄິ່ງປີ, ເກືອບວາແຍກອອກຈາກໂລກພາຍນອກ. ເດືອນພະຈິກ ປີ 2015, ທາງຫລວງຕູຫລົງຈຽງ ອຸໂມງພູເກົາລີກົງ ໄດເຈາະລວງຢາງສົມບູນ, ບານ ຕູຫລົງຈຽງ ແລະ ປະຊາຊົນຊົນເຜົ່າຕູຫລົງ ໃນທີ່ສຸດກໍໄດບອກລາຫິມະປິດພູເຄິ່ງປີເປັນຄັ້ງປະຫວັດສາດ.

ເງື່ອນໄຂການຄົມມະນາຄົມໄດຮັບການປັບປຸງ, ດຶງດູດນັກທອງທຽວມານັບມື້ນັບຫລາຍຂຶ້ນ. “ນັກທອງທຽວຈຳນວນຫລາຍລວນແຕຖາມວາມີບອນກິນບອນຢູບໍ.” ກາວຈຽນຫລິງ ທີ່ມີວິໄສທັດແນມມັນສະຫມອງຫລາຍແນກໍເຫັນໂອກາດທາງທຸລະກິດໃນນັ້ນ, ກູເງິນຊື້ຕຶກແຫງຫນຶ່ງ ແລະ ເປີດເປັນເຮືອນພັກ, ລາຍໄດເພີ່ມຂຶ້ນເປັນຫລາຍເທົ່າໃນທັນທີ.

ທັດສະນີຍະພາບທຳມະຊາດຂອງຮອມພູ ແມນ້ຳຕູຫລົງຈຽງ ມີເອກະລັກສະເພາະ, ປະເພນີວັດທະນະທຳຂອງມະນຸດເຂັ້ມຂຸນ. ແນໃສສະພາບການຂອງປະຊາຊົນທີ່ “ເຝົ້າພູຄຳແຕຢູຢາງທຸກຍາກ”, ທອງຖິ່ນໄດສຸມກຳລັງແຮງໃນການພັດທະນາການທອງທຽວນິເວດ, ເລັ່ງລັດຊກຍູການກສາງເມືອງນອຍການທອງທຽວປະເພນີແມນ້ຳຕູຫລົງຈຽງ ແລະ ການກຕັ້ງເຂດທອງທຽວລະດັບ 5A. ທາງຫລວງນູຈຽງທີ່ສວຍງາມ,ທາງຫລວງແມນຳຕູຫລົງຈຽງໂຄງການທີ່ປອງກັນຢາງປອດໄພ ແລະ ໂຄງການເຄື່ອນໄຫວຍົກລະດັບທັງຫມົດຂອງແມນ້ຳຕູຫລົງຈຽງ ກໍໄດຮັບການກສາງຢາງຕເນື່ອງກັນ.

“ພູດີ, ນ້ຳດີ, ອາກາດດີ, ນັກທອງທຽວມາ ລວນແຕບຢາກຈາກໄປ!” ກາວຈຽນຫລິນ ບອກກັບນັກຂາວວາ, ເຂດທອງທຽວແມນ້ຳຕູຫລົງຈຽງ ພາຍຫລັງທີ່ໄດຮັບການຍົກລະດັບປັບປຸງ, ແຂກເຮືອນພັກຂອງຕົນແມນໄດດີຕະຫລອດມາ, ໃນໄລຍະວັນຊາດຈີນ ປີ 2019, ກຳໄລສຸດທິຂອງເດືອນດຽວເກືອບຮອດ2 ຫມື່ນຢວນ.

ຢູບານ ຕູຫລົງຈຽງ, ຊາວບານທີ່ພັດທະນາຂະແຫນງການທອງທຽວຄືກັບກາວຈຽນຫລິງ ແມນມີບຫນອຍອີກຕໄປ. ປີມໆມານີ້, ບານ ຕູຫລົງຈຽງ ໄດເປີດໂຄງການບານທອງທຽວທີ່ມີສີສັນພິເສດຢາງຕັ້ງຫນາ, ກສາງການທອງທຽວກະສິກຳນິເວດ, ການສຳຜັດປະສົບການວັດທະນະທຳອາຫານຕູຫລົງ, ສຳຜັດປະເພນີຊາວບານແບບດັ້ງເດີມ ແລະ ບານສີສັນພິເສດອື່ນໆ; ພອມດຽວກັນນັ້ນ, ສົ່ງເສີມທາແຮງຊັບພະຍາກອນປາໄມ, ກຕັ້ງການສຳຫລວດຄົ້ນຄວາຜະຈົນໄພ, ເສັ້ນທາງຂົນສົ່ງຂອງມາກັບຄົນ ແລະ ໂຄງການທອງທຽວນິເວດອື່ນໆ, ເຊິ່ງມີຜົນໃນການນຳພາຊາວບານກຸມຫນຶ່ງຫລຸດພົ້ນຈາກຄວາມທຸກຍາກ.

“ເພື່ອວັນທີ່ດີກວານີ້, ຕອງໄດເຮັດ, ຕອງພະຍາຍາມ!” ກາວຈຽນຫລິນ ເຊື່ອວາ, ຄຽງຄູກັບພື້ນຖານໂຄງລາງຂອງ ຕູຫລົງຈຽງ ທີ່ສົມບູນຢາງບຢຸດຢັ້ງ, ນັກທອງທຽວຈະນັບມື້ນັບຫລາຍຂຶ້ນ, ທຸລະກິດເຮືອນພັກຂອງຕົນກໍນັບມື້ນັບດີຂຶ້ນ.