ເສດ​ຖະ​ກິດ​ຈີນ​ຈະ​ຟື້ນ​ຄືນ​ໃໝ່​ຢ່າງ​ຕໍ່​ເນື່ອງ

2020-07-17 17:45:51 |ມາຈາກ: CRI

ວັນ​ທີ 16 ກໍ​ລະ​ກົດ​ນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ການເຄື່ອນໄຫວດ້ານ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ​ສອງ​ ແລະ 6 ເດືອນ​ຕົ້ນ​ປີ​ນີ້. ໃນ​ໄຕ​ມາດ​ທີ​ສອງ, GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 3.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ເສດ​ຖະ​ກິດ​ຈີນ​ໄດ້​ຕົກຕ່ຳລົງ​ ກ່ອນ​ຈະພິກກັບມາເພີ່ມ​ຂຶ້ນ, ການ​ເຄື່ອນໄຫວດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຟື້ນ​ຄືນ​ໃໝ່​ຢ່າງ​ໝັ້ນ​ທ່ຽງ, ການ​ຄາດ​ຄະ​ເນ​ຕໍ່​ຕະ​ຫຼາດ​ໄດ້ຫັນ​ໄປ​ໃນ​ແງ່​ດີ​ໂດຍ​ລວມ, ສະ​ພາບ​ລວມໃນ​ການ​ພັດ​ທະ​ນາເສດຖະກິດ-​ສັງ​ຄົມ​ກໍ​ໝັ້ນ​ທ່ຽງ. ມີຕົວ​ເລກທາງ​ເສດ​ຖ​ະ​ກິດ​ທີ່​ດີ​ແລະ​ມີທ່າ​ອ່ຽງຂອງ​ການ​ພັດທະນາ​ທີ່​ດີ, ນີ້ໄດ້​ສະ​ແດງ​ໃຫ້​ເຫັ​ນເຖິງຄວາມເຂັ້ມແຂງ​ແລະ​ຄວາມ​ມີ​ຊີວິດ​ຊີວາຂອງ​ເສດ​ຖະ​ກິດ​ຈີນ​ຕື່ມ​ອີກ, ທັງ​ໄດ້​ເສີມ​ສ້າງຄວາມ​ໝັ້ນ​ໃຈ​ແລະ​ເຊີດ​ຊູ​ກຳ​ລັງ​ໃຈ​ໃຫ້ທົ່ວ​ສັງ​ຄົມ​ຕື່ມ​ອີກ.

ຄຽງ​ຄູ່​ກັບ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດຢ່າງ​ຕໍ່​ເນື່ອງ​ໃນ​ທົ່ວ​ໂລກ, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ ຫຼື IMF ​ແລະ ທະ​ນາ​ຄານ​ໂລກ​ໄດ້ປັບ​ຫຼຸດ​ການ​ຄາດຄະເນ​ຕົວເລກດ້ານການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ​ນີ້​ອີກ​ຄັ້ງ​ໜຶ່ງ, ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ຈຳ​ນວນ​ໜຶ່ງ​ອາດ​ຈະ​ຕົກ​ສູ່ສະ​ພາບ​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ຢ່າງ​ເລິກ​ເຊິ່ງ, ແຕ່​ສຳລັບຈີນ​ແລ້ວ ໄດ້​ບັນ​ລຸ​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ​ສອງຢ່າງ​ເກີນ​ຄາ​ດໝາຍ. ເສດ​ຖະ​ກິດ​ຈີນ​ໄດ້​ຜ່ານພົ້ນ​ຈາກຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຄວາມ​ຈິງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຂັ້ມແຂງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ເສດ​ຖະ​ກິດຈີນ, ທັງສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ​: ທ່າ​ອ່ຽງ​ຂອງການພັດທະນາເສດຖະກິດໄປ​ໃນ​​ທາ​ງທີ່ດີທ່າມກາງ​ສະພາບຄວາມ​ໝັ້ນ​ທ່ຽງ ​ແລະ​ພັດ​ທະ​ນາ​ໄປ​ໃນ​ທາງທີ່ດີ​​ເປັນ​ໄລ​ຍະ​ຍາວນັ້ນບໍ່​ມີ​ການ​ປ່ຽນ​ແປງ ​ແລະກໍຈະບໍ່​ປ່ຽນ​ແປ​ງ​.

ແຕ່ໃນ​ຂະ​ນະ​ດຽວ​ກັນ​ນັ້ນ​ກໍ​ຄວນ​ເບິ່ງວ່າ: ເຖິງວ່າ​ເສດ​ຖະ​ກິດ​ຈີນ​ໄດ້​ພັດທະນາດີ​ຂຶ້ນ​ໃນ​ໄຕ​ມາດ​ທີ​ສອງ​ກໍ​ຕາມ, ແຕ່​ໃນ 6 ເດືອນ​ຕົ້ນ​ປີ​ນີ້, ດັດ​ຊະ​ນີ​ຕົ້ນ​ຕໍ​ເຊັ່ນ: GDP, ອຸດ​ສາ​ຫະ​ກຳ, ຂະ​ແໜງ​ການ​ບໍ​ລິ​ການ, ການ​ບໍ​ລິ​ໂພກ ​ແລະ​ການ​ລົງ​ທຶນ​​ເປັນ​ຕົ້ນຍັງ​ຢູ່​ໃນລະ​ດັບ​ທີ່ຕົກຕ່ຳ, ສະ​ນັ້ນຈຶ່ງເຫັນວ່າ: ເຖິງວ່າ​ເສດ​ຖະ​ກິດ​ຈີນສາມາດ​ຟື້ນ​ຄືນ​ໃໝ່​ໄດ້ໃນ​ໄຕ​ມາດ​ທີ​ສອງ ​ແຕ່ກໍຍັງ​ເປັນ​ການ​ເຕີບ​ໂຕ​ແບບ​ຟື້ນ​ຄືນ​ໃໝ່ເທົ່ານັ້ນ.