ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປູ​ຕີນ​ຕ່າງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະ​ຊຸ​ມ​ກົນ​ໄກ​ສົນ​ທະ​ນາ​ຂອງ​ພັກ​ຄອງ​ອຳ​ນາດຈີນ-​ຣັດ​ເຊຍ

2020-07-24 18:19:13 |ມາຈາກ: CRI

​ວັນ​ທີ 23 ກໍ​ລະ​ກົດນີ້, ​ກອງ​ປະ​ຊຸ​ມ​ກົນ​ໄກ​ສົນ​ທະ​ນາ​ຂອງ​ພັກ​ຄອງ​ອຳ​ນາດຈີນ-​ຣັດ​ເຊຍ​ຄັ້ງ​ທີ8ໄດ້ຈັດ​ຂຶ້ນ​ທາງ​ວິ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ແລະ ທ່າ​ນວະ​ລາ​ດີ​ເມຍ ປູ​ຕີນ ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ່າງກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະ​ຊຸ​ມ​ຄັ້ງ​ນີ້.

ໃນສານ​ຊົມ​ເຊີຍ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງສຸດ​ໃຈ​ຕໍ່​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້. ທ່ານ​ກ່າວ​ວ່າ,​ນັບແຕ່​ພະ​ຍາດ​ໂຄວິດ19ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ,ຈີນ​-ຣັດ​ເຊຍ​ຕ່າງກໍ​ໄດ້​ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ,ທຸກ​ສຸດ​ຮ່ວມ​ກັນ, ຄັດ​ຄ້ານ​ການ​ແຊກ​ແຊງຈາກ​ພາຍນອກ,ເພີ່ມ​ເນື້ອ​ໃນ​ຍຸດ​ທະ​ສາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ,​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄມ​ຕີ​ຈິ​ດ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊ​າຊົນ​ຈີນ-​ຣັດ​ເຊຍ​ຢ່າງ​ເຕັມ​ທີ່,​ທັງສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ໃນ​ຍຸກ​​ໃໝ່​ທີ່​ມີ​ລະ​ດັບ​ສູງ​ແລະ​ລັກ​ສະ​ນະ​ພິ​ເສດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ,ພະ​ຍາດ​ໂຄວິດ19​ໄດ້ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ,ມວນ​ມະ​ນຸດ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຕ້ອງ​ຮ່ວມ​ທຸ​ກ​ຮ່ວມ​ສຸກ​ນຳ​ກັນ,ບັນ​ດາ​ປະ​ເທດ​ຄວນ​ສາ​ມັກ​ຄີ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ພ້ອມ​ກັນ.

ໃນສານ​ຊົມ​ເຊີຍ ທ່ານ​ປູ​ຕີນ​ກ່າວ​ວ່າ,ການ​ພົວ​ພັນ​ຣັດ​ເຊຍ-ຈີນ​ໄດ້​ພັດ​ທະ​ນາ​​ສູ່​ລະ​ດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,​ໄດ້ເປັນ​ແບບ​ຢ່າງ​ດ້ານ​ການ​ຮ່ວມ​ມື​ປະ​ສານ​ງານ​ລະ​ຫວ່າງ​ຊາດ​ໃນ​ໂລກ​ປັດ​ຈຸ​ບັນ.ເຊື່ອ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ທີ່​ມີ​ຜົນ​ປະ​ໂຫຍດ​ອັນ​ອຸ​ດົມ​ສົມ​ບູນ,ສະ​ເໜີ ​ແນວ​ຄິດ​ໃໝ່​ຂໍ້​ລິ​ເລີ່ມ​ໃໝ່,​ຊຸກ​ຍູ້ການ​ພົວ​ພັນ​​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຣັດ​ເຊຍ-ຈີນ​ໃຫ້​ໝັ້ນ​ຄົງ​ຕື່ມ​ອີກ.