ທ່ານ ວັງຊີງເຜີຍ: ຊີວິດຈະນັບມື້ນັບຫອມຫວານ

2020-07-29 16:06:50 |ມາຈາກ: Yunnan Gateway

ທ່ານ ວັງຊີງເຜີຍ ດຳລົງຊີວິດຢູ່ບ້ານໂປຈ່າຍ ຕາແສງມ້າກວນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຈວງ ເຫວິນຊານ, ລາວເຄີຍເປັນຄອບຄົວທຸກຍາກ.ໃນປີມໍ່ໆມານີ້, ໂດຍຜ່ານການຊ່ວຍເຫຼືອດ້ານນະໂຍບາຍ ແລະ ຄວາມດຸໝັ່ນຂອງຕົນເອງ, ລາວໄດ້ອາໄສການປູກໝາກກ້ວຍ ແລະ ບັນລຸ ຜົນສຳເລັດໃນການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຜູ້ນຳສ້າງຄວາມຮັ່ງມີໃນບ້ານ.

ປີ 2014, ອີງໃສ່ໂຄງການສະໜັບສະໜູນດ້ານຂະແໜງການ, ທ່ານ ວັງຊີງເຜີຍ ໄດ້ໃຊ້ເງິນຝາກປະຢັດທັງໝົດ 2000 ຢວນ (286 ໂດລາສະຫະລັດ), ໄດ້ຊື້ເບ້ຍໝາກກ້ວຍ 3000 ຕົ້ນ, ແລະ ເລີ່ມປູກໝາກກ້ວຍ. ຍ້ອນຂາດເຕັກນິກ, ໝາກກ້ວຍຫຼາຍກ່ວາ 300 ຕົ້ນໄດ້ຕາຍຍ້ອນພະຍາດພາຍໃນສອງສາມເດືອນຫລັງຈາກການປູກ.

ໃນຂະນະທີ່ ທ່ານ ວັງຊີງເຜີຍ ມີຄວາມຮ້ອນໃຈ, ສະຖານີເຕັກນິກກະສິກຳຊົນນະບົດໄດ້ຈັດຕັ້ງການຝຶກອົບຮົມການປູກໝາກກ້ວຍ, ເພື່ອອະທິບາຍຄວາມຮູ້ກ່ຽວກັບເຕັກນິກການຄຸ້ມຄອງການປູກແລະ ສາເຫດຂອງພະຍາດໃນຕົ້ນກ້ວຍ. ໂດຍຜ່ານການຝຶກອົບຮົມ, ທ່ານ ວັງຊີງເຜີຍ ໄດ້ມີຄວາມຊຳນານໃນເຕັກນິກການປູກໝາກກ້ວຍຈຳນວນໜຶ່ງ. ຫຼັງຈາກນັ້ນສອງເດືອນ, ເບ້ຍໝາກກ້ວຍຂອງລາວຈະເລີນງອກງາມ.ໃນທ້າຍປີ 2015, ລາຍໄດ້ຈາກການປູກໝາກກ້ວຍຂອງ ທ່ານ ວັງຊີງເຜີຍ ໄດ້ບັນລຸ 100,000 ຢວນ (14,305.333 ໂດລາສະຫະລັດ).

ທ່ານ ວັງຊີງເຜີຍ ທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ແຕ່ລາວຍັງບໍ່ທັນພໍໃຈເທື່ອ, ທ່ານຍັງໄດ້ນຳພາຄອບຄົວທຸກຍາກໃນບ້ານພັດທະນາຂະແໜງການຮ່ວມກັນ, ທ່ານກ່າວວ່າ: "ພວກເຮົາມີ 32 ຄອບຄົວໃນບ້ານໂປຈ່າຍ, ຈຳນວນເຄິ່ງໜຶ່ງແມ່ນຄອບຄົວທຸກຍາກ. ຂ້ອຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳພາໃຫ້ພວກເຂົາມີຄວາມຮັ່ງມີຮ່ວມກັນ".

ລາວໄດ້ພິຈາລະນາການນຳໃຊ້ດິນທີ່ບໍ່ສາມາດປູກໝາກກ້ວຍໄດ້. ສະນັ້ນລາວພະຍາຍາມປູກໝາກອຶ 0,3 ເຮັກຕາ, ປູກເຜືອກ 0.2 ເຮັກຕາ, ແລະ ປູກໝາກແໜ່ງ 2 ເຮັກຕາ, ເນື້ອທີ່ປູກທັງໝົດແມ່ນປະສົບຜົນສຳເລັດ.

ປະຈຸບັນ, ພາຍໃຕ້ການນຳພາ ແລະ ການຊີ້ນຳຂອງທ່ານ ວັງຊີງເຜີຍ, ໝາກກ້ວຍທີ່ປູກຢູ່ໃນບ້ານແມ່ນມີການຂະຫຍາຍຕົວນັບມື້ນັບດີຂື້ນ, ແລະ ພວກມັນໄດ້ຮັບຄວາມນິຍົມຈາກພໍ່ຄ້າຊາວຂາຍ.ໃນພື້ນທີ່ປູກໝາກອຶ, ເຜືອກ, ໝາກແໜ່ງແມ່ນກຳລັງຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ. ບັນດາຄອບຄົວທຸກຍາກໃນບ້ານໄດ້ບັນລຸການຫລຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ ວັງຊີງເຜີຍ ກ່າວດ້ວຍຄວາມໝັ້ນໃຈວ່າ: "ເສັ້ນທາງການສ້າງສາຄວາມຮັ່ງມີແມ່ນຢູ່ທາງໜ້າພວກເຮົາ, ສືບຕໍ່ພັດທະນາຂະແໜງການ, ແລະ ຊີວິດຈະດີຂື້ນກ່ວາເກົ່າ!"