ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີໄຂກອງປະຊຸມສະ​ພາບໍ​ລິ​ຫານທະນາຄານ AIIB ຄັ້ງທີ 5

2020-07-29 18:18:21 |ມາຈາກ: CRI

ວັນທີ 28 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສ ໃນພິທີໄຂກອງປະຊຸມປະຈຳປີຂອງ​ສະ​ພາບໍລິຫານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ຄັ້ງທີ 5 ທາງວີດີໂອ. ກ່ອນອື່ນ ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມ ທັງໄດ້ຕີລາຄາສູງ ຕໍ່ການເຕີບໃຫຍ່ຂະ​ຫຍາຍ​ຕົວຢ່າງບໍ່ຢຸດຢັ້ງຂອງທະນາຄານ AIIB. ທ່ານກ່າວວ່າ: ທະນາຄານ AIIB ຄວນສ້າງເປັນເວທີໃໝ່ເພື່ອຊຸກຍູ້ປະເທດສະມາຊິກໃຫ້ພັດທະນາຮ່ວມກັນ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ບັນດາສະມາຊິກ​ຕ້ອງສຸມໃສ່ການພັດທະນາຮ່ວມກັນ, ​ກ້າບຸກ​ເບີກແລະປະດິດສ້າງໃໝ່​, ​ສ້າງ​ພຶດ​ຕິ​ກຳຕົວຈິງ​ທີ່​ດີ​ທີ່​ສຸດ ແລະຍຶດໝັ້ນການເປີດກວ້າງ ແລະກວມ​ລວມ ເພື່ອສ້າງສາພັດທະນາທະນາຄານ AIIB ໃຫ້ເປັນທະນາຄານການພັດທະນາຫຼາຍຝ່າຍແບບໃໝ່ເພື່ອຊຸກຍູ້​ການພັດທະນາຮ່ວມກັນ​ຂອງ​ທົ່ວ​ໂລກ, ເປັນເວທີການປະ​ຕິ​ບັດ​ງານ​ຕົວ​ຈິງ​ເພື່ອ​ການພັດທະນາແບບໃໝ່ທີ່ກ້າວໜ້າທັນ​ກັບຍຸກສະໄໝ, ເປັນອົງການຮ່ວມມືສາກົນແບບໃໝ່ທີ່ມີມາດຕະຖານສູງ ແລະ ເປັນແບບຢ່າງໃໝ່​ແຫ່ງການຮ່ວມມືຫຼາຍ​ຝ່າຍ​ຂອງສາກົນ. ຈີນໄດ້ສະໜັບສະໜູນແລະປະຕິບັດງານຕາມລັດທິຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ຈະສືບຕໍ່ຮ່ວມກັບບັນດາສະມາຊິກຕ່າງໆ ສະໜັບສະໜູນ ແລະ ສ້າງທະນາຄານ AIIBໃຫ້ດີບົນຈິດໃຈເປີດ​ກວ້າງ, ຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອປະກອບສ່ວນຫຼາຍກວ່າເກົ່າ​​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃນການຮັບມືກັບຄວາມສ່ຽງແລະສິ່ງທ້າທາຍກໍ​ຄື​ການບັນລຸການພັດທະນາຮ່ວມກັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນທ້າຍປີ 2013, ຂ້າພະເຈົ້າໄດ້ຕາງໜ້າຈີນສະເໜີ ໃຫ້ກະກຽມສ້າງຕັ້ງທະນາຄານAIIB ເພື່ອຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແລະການເຊື່ອມຈອດກັນຢູ່ພາກພື້ນອາຊີ, ລົງເລິກການຮ່ວມມືໃນພາກພື້ນ, ບັນລຸການພັດທະນາຮ່ວມກັນ. ໃນການດຳເນີນງານໃນ 4 ປີ​ປາຍມານີ້, ທະນາຄານAIIBໄດ້ຍຶດໝັ້ນໃນລັກສະນະສາກົນ, ມີ​ກົດລະບຽບ ແລະມາດຕະຖານສູງ ເຊິ່ງເປັນການ​ເລີ່ມ​ຕົ້ນທີ່ດີງາມ ແລະໄດ້ພັດທະນາຈາ 57 ສະມາຊິກໃນເບື້ອງຕົ້ນ ມາເປັນ 102 ສະມາຊິກທີ່ມາຈາກ 6 ທະວີບໃນປັດຈຸບັນ, ວົງການໝູ່ເພື່ອນນັບມື້ນັບກວ້າງອອກ, ຄູ່ຮ່ວມມືທີ່ດີນັບມື້ນັບຫຼາຍຂຶ້ນ, ຄຸນນະພາບການຮ່ວມມືກໍນັບມື້ນັບສູງຂຶ້ນ ໂດຍໄດ້ສະແດງໃຫ້ເຫັນເຖິງພາບພົດ​ອັນ​ໃໝ່ ຂອງທະນາຄານພັດທະນາຫຼາຍຝ່າຍແບບໃໝ່ທີ່ມີວິຊາການ, ປະສິດທິ​ພາບສູງ ແລະປອດ​ໃສຂາວສະອາດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ພຶດ​ຕິ​ກຳ​ຕົວ​ຈິງແຫ່ງການຕ້ານກັບ​ພະ​ຍາດ​ໂຄວິດ-19ຂອງ​ທົ່ວ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ມວນ​ມະ​ນຸດ​ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ມີ​ແຕ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ,ສາ​ມັກ​ຄີກັນ ແລະ ຮ່ວມ​ມື​ກັນ​ຈຶ່ງ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ເອົາ​ຊະ​ນະ​ວິ​ກິດ​ການ. ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນ​ວິ​ວັດຂອງເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ບັນ​ດາ​ປະ​ເທດ​ຄວນ​ພະ​ຍາ​ຍາມ​ສ້າງ​ໃຫ້​ມີ​ການ​ບໍລິຫານທົ່ວ​ໂລກ​ທີ່​ມີ​ລັກ​ສະ​ນະ​ກວ​ມ​ລວມຫຼາຍກວ່າ​ເກົ່າ, ກົນ​ໄກຫຼາຍ​ຝ່າຍ​ທີ່​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າແລະການ​ຮ່ວມ​ມື​ພາກ​ພື້ນ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ. ທະ​ນາ​ຄານ AIIB ຄວນ​ກາຍ​ເປັນ​ເວ​ທີ​​ໃໝ່​ເພື່ອ​ຊຸກ​ຍູ້​ບັນດາສະ​ມາ​ຊິກ​ໃຫ້ພັດ​ທະ​ນາ​ຮ່ວມ​ກັນແລະຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ຂ້າພະເຈົ້າຈຶ່ງສະເໜີວ່າ:

ໜຶ່ງ, ຕ້ອງສຸມ​ໃສ່​ການ​ພັດ​ທະ​ນາ​ຮ່ວມ​ກັນ, ສ້າງ​ທະ​ນາ​ຄານAIIB​ໃຫ້​ເປັນ​ທະ​ນາ​ຄານ​ພັດ​ທະ​ນາຫຼາຍ​ຝ່າຍ​ແບບ​ໃໝ່​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​​​ຂອງທົ່ວ​ໂລກ. ທະ​ນາ​ຄານ AIIB ​ຄວນ​ສຸມ​ຄວາມ​ພະ​ຍາ​ຍາມ​ໃຫ້​ການ​ບໍ​ລິ​ການ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ, ສະ​ໜອງ​ການ​ລົງ​ທຶນ​ພື້ນ​ຖານໂຄງລ່າງ ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຕົ້ນ​ທຶນ​ຕ່ຳ ແລະ ສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ຍືນ​ຍົງ, ຕ້ອງ​ສະ​ໜັບ​ສະ​ໜູນ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ເກົ່າ, ທັງ​ຕ້ອງ​ສະ​ໜັບ​ສະ​ໜູນ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ໃໝ່, ເພີ່ມ​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອາ​ຊີກໍ​ຄື​ພາກ​ພື້ນ​ອື່ນໆ.

ສອງ, ກ້າບຸກ​ເບີກແລະປະ​ດິດ​ສ້າງ​ໃໝ່​, ສ້າງ​ທະ​ນາ​ຄານAIIB​ໃຫ້​ເປັນ​ເວ​ທີ​ປະ​ຕິ​ບັດງານ​ຕົວ​ຈິງເພື່ອການ​ພັດ​ທະ​ນາ​ແບບ​ໃໝ່​ທີ່​ກ້​າວ​ໜ້າ​ທັນ​ກັບ​ຍຸກ​ສະ​ໄໝ. ທະ​ນາ​ຄານAIIB​ຄວນ​ປະ​ດິດ​ສ້າງ​ແນວຄວາມຄິດ​ພັດ​ທະ​ນາ​ໃໝ່, ຮູບ​ແບບ​ການ​ບໍ​ລິ​ການແລະການ​ຄຸ້ມ​ຄອງ​ອົງ​ການ​ຈັດ​ຕັ້ງ. ຜ່ານ​ຈາກ​​ຜະ​ລິດ​ຕະ​ພັນ​ລະ​ດົມ​ທຶນ​ເພື່ອ​ການ​ພັດ​ທະ​ນາ​ທີ່​ຄ່ອງ​ແຄ້ວແລະຫຼາຍ​ຮູບ​ແບບ, ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນ​າ​ແບບ​ສີ​ຂຽວແລະ ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ.

ສາມ, ສ້າງພຶດ​ຕິ​ກຳ​ຕົວ​ຈິງທີ່ດີທີ່ສຸດ, ​ສ້າງທະນາຄານ AIIB ໃຫ້ກາຍເປັນອົງການຮ່ວມມືສາກົນແບບໃໝ່​ທີ່​ມີ​ມາດ​ຕະ​ຖານ​ສູງ. ທະນາຄານ AIIB ຄວນຖື​ເອົາ​ການ​ເຄົາ​ລົບໃນ​ການ​ປະ​ຕິ​ບັດ​ຕາມມາດຕະຖານສາກົນທີ່​ໃຊ້​ທົ່ວ​ໄປແລະ​ການເຄົາລົບ​ກົດ​ເກນ​ທົ່ວ​ໄປ​ກ່ຽວ​ກັບການພັດທະນານ​ນັ້ນກັບຄວາມຕ້ອງການຕົວຈິງ​ໃນ​ການ​ພັດ​ທະ​ນາຂອງບັນດາປະເທດສະມາຊິກໃຫ້​ສາ​ມາດ​ປະ​ສົມ​ປະ​ສານ​ກັນ​ແບບກາຍ​ອິນ​ຊີ​,ສ້າງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ດີ​ທີ່​ສຸດ​ສຳລັບການຮ່ວມມື​ສາ​ກົນ​ເພື່ອການພັດທະນາ.

ສີ່, ຕ້ອງຍຶດໝັ້ນການເປີດກວ້າງ​ແລະ​ກວມ​ລວມ, ​ສ້າງທະນາຄານ AIIB ໃຫ້ກາຍເປັນ​ແບບຢ່າງໃໝ່​ແຫ່ງການຮ່ວມມືຫຼາຍຝ່າຍຂອງສາກົນ. ຕ້ອງຍຶດໝັ້ນໃນຫຼັກການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະ​ຊົມ​ໃຊ້ຮ່ວມກັນ, ​ປະ​ຕິ​ບັດ​ໄປ​ຕາມທ່າອ່ຽງການປ່ຽນແປງຂອງໂຄງປະກອບເສດຖະກິດໂລກ, ດຳເນີນການຮ່ວມມືກັບຄູ່​ຮ່ວມ​ມື​ທີ່​ເປັນປະເທດ​ພວມ​ພັດ​ທະ​ນາ​ໃຫ້ຫຼາຍກວ່າເກົ່າ, ຊຸກຍູ້​ໃຫ້ເສດຖະກິດພາກພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນແລະຊຸກຍູ້​ໃຫ້ເສດຖະກິດໂລກາພິວັດ​ຂະ​ຫຍາຍ​ຕົວ​ໄປຕາມທິດທາງ​ທີ່ເປີດກວ້າງ, ກວມ​ລວມ, ສ້າງຜົນປະໂຫຍດໃຫ້ທຸກ​ຝ່າຍ, ມີຄວາມດຸນດ່ຽງແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສຸດ​ທ້າຍ,ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ:ຈີນໄດ້ສະໜັບສະໜູນແລະປະຕິບັດງານຕາມລັດທິຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ,ແລະບົນຈິດໃຈເປີດ​ກວ້າງ, ຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດ​ໃນ​ການຮ່ວມກັບບັນດາ​ປະ​ເທດ​ໃນໂລກ​ເພື່ອ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ. ຈີນຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກເພື່ອສະໜັບສະໜູນ ແລະພັດ​ທະ​ນາທະນາຄານAIIBໃຫ້ດີ, ປະກອບສ່ວນຫຼາຍກວ່າເກົ່າ​ເພື່ອ​ປະ​ຊາ​ຄົມ​ໂລກ​ໃນການຮັບມືກັບຄວາມສ່ຽງແລະສິ່ງທ້າທາຍກໍ​ຄື​ການບັນລຸການພັດທະນາຮ່ວມກັນ.